Homeຂ່າວພາຍໃນສະຫລອງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈີ່ມິງ ຄົບຮອບ 95 ປີ

ສະຫລອງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈີ່ມິງ ຄົບຮອບ 95 ປີ

ສະຖານທູດຫວຽດນາມປະຈຳລາວ ຈັດພິທີສະເຫລີມສະຫລອງ ວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈີ່ມິງ ຄົບຮອບ 95 ປີ (26/3/1931-26/3/2026) ໃນວັນທີ 25 ມີນາ 2026 ນີ້ໂດຍມີທ່ານ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳລາວ, ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ມີບັນດາສະມາຊິກຊາວໜຸ່ມ ຂອງສອງປະເທດ ພ້ອມດ້ວຍພາກສ່ວນກ່ຽວຂອງ ເຂົ້າຮ່ວມ.

ການຈັດພິທີສະເຫລີມສະຫລອງດັ່ງກ່າວ, ເພື່ອຫວນຄືນມູນເຊື້ອອັນເປັນກຽດສະຫງ່າຂອງຄະນະຊາວໜຸ່ມກອມມູນິດໂຮ່ຈີ່ມິງ ແລະ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີ ຂອງສະມາຊິກຊາວໜຸ່ມຂອງການປະຕິວັດຮຸ່ນຕ່າງໆ, ທັງເປັນການສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ-ຫວຽດນາມ ໃຫ້ນັບມື້ໄດ້ຮັບການປັບປຸງ ແລະ ພັດທະນາຂຶ້ນໄປເລື້ອຍໆ. ພາຍໃນງານ ຍັງໄດ້ຈັດງານນິທັດສະການ ພາບຖ່າຍ (ວາງສະແດງຮູບພາບ) ກ່ຽວກັບສາຍພົວພັນຄວາມສາມັກຄີພິເສດ ລາວ-ຫວຽດ ນາມ ແລະ ຮູບພາບການຮ່ວມມື ລະຫວ່າງຄະນະເຍົາວະ ຊົນສອງປະເທດ ລາວ-ຫວຽດນາມ -ຫວຽດນາມ-ລາວ.

ໂອກາດນີ້, ທ່ານ ຫງວຽນ ມິງ ເຕິມ ໄດ້ຍົກໃຫ້ເຫັນປະ ຫວັດ, ການສ້າງຕັ້ງ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະຊາວໜຸ່ມກອມມູນິດ ໂຮ່ຈີ່ມິງ ຕະຫລອດໄລຍະ 95 ປີຜ່ານມາ, ຊຶ່ງການສ້າງຕັ້ງ ຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີ່ມິງ ແມ່ນຄວາມຈຳເປັນພາວະວິໄສທາງປະຫວັດສາດ, ຊຶ່ງໄດ້ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການອັນຮີບດ່ວນຂອງຂະບວນການຊາວໜຸ່ມຮັກຊາດໃນເວລານັ້ນ, ທັງເປັນການຢືນຢັນວິໄສທັດຍຸດທະສາດຂອງພັກທີ່ມີບົດບາດຂອງຊາວໜຸ່ມຕໍ່ກັບຊາຕາກຳຂອງປະເທດຊາດ, ທັງສະແດງໃຫ້ເຫັນເຖິງຄວາມກ້າຫານ, ຈິນຕະນາການ ແລະ ສະຕິປັນຍາອັນສະຫລາດສ່ອງໃສທີ່ກ້າວລໍ້າຍຸກສະໄໝຂອງ ພັກກອມມູນິດຫວຽດນາມ. ຕະຫລອດໄລຍະ 95 ຜ່ານມາ, ຄະນະຊາວໜຸ່ມກອມມູນິດ ໂຮ່ຈີ່ມິງ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວ ກາຍເປັນກອງກຳລັງທີ່ເຂັ້ມແຂງມະຫາສານ, ມີບົດບາດເປັນແຂນຂວາ ພ້ອມຮັບໃຊ້ທຸກພາລະກິດ, ເປັນກຳລັງຕະລຸມບອນໃນທຸກຂົງເຂດ, ຕັ້ງແຕ່ການປົກປ້ອງ ປະເທດຈົນເຖິງການສ້າງສາ ແລະ ພັດທະນາເສດຖະກິດ, ເປັນຕົວແທນໃຫ້ແກ່ສິດ ແລະ ຜົນປະໂຫຍດ ທີ່ຖືກຕ້ອງຕາມກົດໝາຍຂອງໄວໜຸ່ມຫວຽດນາມ. ໄວໜຸ່ມຫວຽດນາມ ໄດ້ປະກອບສ່ວນເຮັດໃຫ້ມີໄຊຊະນະອັນຍິ່ງໃຫຍ່ໃນລະດູໃບໄມ້ປົ່ງປີ 1975, ສາມາດຍາດມາໄດ້ຄວາມເປັນເອກະລາດ ເອກະພາບ ຢ່າງສົມບູນໃຫ້ແກ່ປະເທດຊາດ. ພ້ອມກັນນີ້, ທ່ານ ຫງວຽນ ມິງເຕີມ ຍັງໄດ້ຍົກໃຫ້ເຫັນປະຫວັດການພົວພັນຮ່ວມມື ຂອງຄະນະຊາວໜຸ່ມຂອງສອງປະເທດ ຫວຽດນາມ-ລາວ ທີ່ຍາມໃດກໍມີຄວາມຕິດພັນໃກ້ຊິດຕິດແທດ ແລະ ເດີນຄຽງບ່າຄຽງໄຫລ່ ພ້ອມກັບປະຫວັດສາດຂອງສອງຊາດພວກເຮົາ.

ທ່ານ ທອງລີ ສີສຸລິດ ໄດ້ຕີລາຄາສູງ ຕໍ່ສາຍພົວພັນແບບພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວ ເວົ້າສະເພາະແມ່ນການພົວພັນຮ່ວມມືລະຫວ່າງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ຄະນະຊາວໜຸ່ມຄອມມູນິດໂຮ່ຈີ່ມິງ ໃນໄລຍະຜ່ານມາ. ຄະນະຊາວໜຸ່ມສອງຊາດ ລາວ-ຫວຽດນາມ ຈະສືບຕໍ່ຮໍ່າຮຽນເອົາຄຸນສົມບັດສິນທໍາປະຕິວັດອັນດີງາມຂອງ ປະທານໂຮ່ຈີ່ມິງ, ປະທານ ໄກສອນ ພົມວິຫານ, ປະ​ທານ ສຸ​ພາ​ນຸ​ວົງ ແລະ ສືບຕໍ່ຮັດ ແໜ້ນສາຍພົວພັນຂອງສອງຊາດ ໃຫ້ໝັ້ນຄົງທະນົງແກ່ນຕະຫລອດໄປ. ພ້ອມທັງ ຢືນຢັນວ່າ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ຊາວໜຸ່ມ-ເຍົາວະຊົນລາວບັນດາເຜົ່າ ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດກັບຄະນະຊາວໜຸ່ມກອມມູນິດ ໂຮ່ຈີ່ມິງ ແລະ ຊາວໜຸ່ມ-ເຍົາວະຊົນບັນດາເຜົ່າ ຫວຽດນາມ ອ້າຍນ້ອງ ເພື່ອປົກປັກຮັກສາ ແລະ ເພີ່ມພູນຄູນສ້າງ ສາຍພົວພັນແບບພິເສດ ທີ່ຫາໄດ້ຍາກໃນການພົວພັນຮ່ວມມືກັບສາກົນ, ໜຶ່ງບໍ່ມີສອງ ຂອງພວກເຮົາໃຫ້ຈະເລີນງອກງາມ, ແຕກດອກອອກຜົນຍິ່ງໆຂຶ້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments