ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ໃນກອງປະຊຸມເວທີປຶກສາຫາລືລະດັບສູງການພັດທະນາຈີນ ປະຈໍາປີ 2026 ທີ່ຈັດຂຶ້ນຢູ່ນະຄອນຫລວງປັກກິ່ງ ຂອງຈີນ ໃນທ້າຍເດືອນມີນາ ນີ້, ຜູ້ນໍາວິສາຫະກິດຂ້າມຊາດ ປະມານ 100 ຄົນ ໄດ້ເຕົ້າໂຮມກັນເພື່ອຮ່ວມກັນຕອບສະໜອງ “ການນັດໝາຍໃນລະດູໃບໄມ້ປົ່ງ” ຂອງຈີນ. ເຫດຜົນຢູ່ເບື້ອງຫລັງຂອງເລື່ອງນີ້ຄືດັ່ງຄໍາປາໄສຂອງທ່ານ ຫລີສຽງ ນາຍົກລັດຖະມົນຕີຈີນ ໃນພິທີໄຂກອງປະຊຸມດັ່ງກ່າວທີ່ລະບຸວ່າ: ຈີນ ສຸມໃສ່ຈະກາຍເປັນ “ເສົາຄໍ້າແຫ່ງຄວາມແນ່ນອນ” ແລະ “ທ່າກໍາປັ່ນແຫ່ງຄວາມໝັ້ນທ່ຽງ” ຂອງໂລກ.
ຄວາມແນ່ນອນ ແລະ ຄວາມໝັ້ນທ່ຽງດັ່ງກ່າວມາຈາກຄວາມໜັກແໜ້ນດ້ານຍຸດທະສາດຂອງແຜນແມ່ບົດ ວ່າດ້ວຍການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15 ເຊິ່ງເປັນເອກະສານຫລັກນະໂຍບາຍການພັດທະນາເສດຖະກິດ-ສັງຄົມແຫ່ງຊາດຂອງຈີນ ໃນ 5 ປີຂ້າງໜ້າ ທີ່ໄດ້ກໍານົດ 7 ເປົ້າໝາຍຕົ້ນຕໍຢ່າງຈະແຈ້ງ, ລວມເຖິງເປົ້າໝາຍ “ການພັດທະນາທີ່ມີຄຸນນະພາບສູງໄດ້ຮັບປະສິດທິຜົນຢ່າງພົ້ນເດັ່ນ”.
ທ່ານ ແບຣນດັນ ຕັນຊີ ຜູ້ອໍານວຍການໃຫຍ່ ບໍລິສັດກໍາປັ່ນທ່ອງທ່ຽວວິຄິງ (Viking Cruises) ປະຈໍາຈີນ ໃຫ້ຮູ້ວ່າ: ແຜນພັດທະນາຂອງຈີນ ມີລັກສະນະເບິ່ງກວ້າງເຫັນໄກ ແລະ ມີຄວາມແນ່ນອນໃນລະດັບສູງ ເຊິ່ງເປັນທ່າແຮງດ້ານການແຂ່ງຂັນໃນຂົງເຂດສໍາຄັນ ແລະ ເປັນສາເຫດທີ່ພວກເຮົາກ້າເພີ່ມການລົງທຶນຢູ່ຈີນ ຫລາຍກວ່າເກົ່າ.
ຄວາມແນ່ນອນ ແລະ ຄວາມໝັ້ນທ່ຽງດັ່ງກ່າວມາຈາກທ່າແຮງບົ່ມຊ້ອນອັນມະຫາສານຂອງຕະຫລາດຂະໜາດໃຫຍ່ພິເສດຂອງຈີນ. ປີນີ້, ລັດຖະບານຈີນ ໄດ້ຖືເອົາ “ການສຸມໃສ່ສ້າງຕະຫລາດພາຍໃນທີ່ເຂັ້ມແຂງ” ເປັນວຽກງານບຸລິມະສິດ. ໃນກອງປະຊຸມເວທີປຶກສາຫາລື ດັ່ງກ່າວ, ຈີນ ໄດ້ໃຫ້ຄໍາໝັ້ນສັນຍາວ່າຈະນໍາເຂົ້າສິນຄ້າທີ່ມີຄຸນນະພາບສູງຈາກຕ່າງປະເທດຫລາຍກວ່າເກົ່າ ເພື່ອຮ່ວມກັນສົ່ງເສີມການເຕີບໂຕລວມຂອງເສດຖະກິດການຄ້າໃນທົ່ວໂລກ.
ຄວາມແນ່ນອນ ແລະ ຄວາມໝັ້ນທ່ຽງດັ່ງກ່າວມາຈາກຄວາມສາມາດດ້ານການປະດິດສ້າງທີ່ເຂັ້ມແຂງຂອງຈີນ. ສໍາລັບທຶນຕ່າງປະເທດແລ້ວ, ຈີນ ບໍ່ພຽງແຕ່ເປັນ “ໂຮງງານໂລກ” ເທົ່ານັ້ນ, ຍັງເປັນສູນກາງແຫ່ງການປະຍຸກໃຊ້ ແລະ ປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີທີ່ນໍາໜ້າໂລກອີກດ້ວຍ. ໜັງສືພິມ Financial Times ຂອງອັງກິດ ຕີລາຄາວ່າ: ຈີນ ຈະກາຍເປັນສະໜາມທົດລອງ ແລະ ໝາກປິ່ນຊີ້ທິດຕົວຊ່ວຍອັດສະລິຍະ ຫລື AI Agent.
ຄວາມແນ່ນອນ ແລະ ຄວາມໝັ້ນທ່ຽງດັ່ງກ່າວມາຈາກ “ການເປີດປະຕູສູ່ພາຍນອກ” ທີ່ນັບມື້ນັບກວ້າງຂວາງກວ່າເກົ່າຂອງຈີນ ອີກດ້ວຍ. ຈາກການສ້າງຕັ້ງດ່ານພາສີອິດສະຫລະທົ່ວເກາະໄຫຫລຳ ຮອດ ແຜນພັດທະນາ 5 ປີຄັ້ງທີ 15 ໄດ້ຈັດວາງດ້ານການເປີດກວ້າງການເປີດປະຕູສູ່ພາຍນອກທີ່ມີລະດັບສູງໂດຍສະເພາະ, ຈີນ ໄດ້ສົ່ງສັນຍານຢ່າງຈະແຈ້ງດ້ວຍມາດຕະການຕ່າງໆທີ່ຕິດແທດຕົວຈິງວ່າ: ຈີນ ຈະບໍ່ອັດປະຕູ ຫາກຈະນັບມື້ນັບເປີດກວ້າງການເປີດປະຕູສູ່ພາຍນອກ.
ໃນໄລຍະເດືອນມັງກອນ ຫາ ເດືອນກຸມພາ ປີນີ້, ຈີນ ໄດ້ສ້າງຕັ້ງວິສາຫະກິດລົງທຶນຈາກນັກທຸລະກິດຕ່າງປະເທດໃໝ່ເຖິງ 8.631 ແຫ່ງ, ເພີ່ມຂຶ້ນ 14% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025, ຄໍາເວົ້າທີ່ວ່າ “ການລົງທຶນຕໍ່ຈີນ ກໍແມ່ນລົງທຶນຕໍ່ອະນາຄົດ” ໄດ້ກາຍເປັນຄວາມເຫັນທີ່ເປັນເອກະພາບກັນຂອງທຶນຕ່າງປະເທດໄປແລ້ວ.

