ໄລຍະ 5 ປີ (2026-2030) ນີ້, ສານປະຊາຊົນສູງສຸດ (ສປສສ) ໄດ້ວາງຄາດໝາຍສູ້ຊົນຫລາຍດ້ານ ເພື່ອເຮັດໃຫ້ສານປະຊາຊົນມີພື້ນຖານໂຄງລ່າງທາງດ້ານວັດຖຸ, ເຕັກນິກທີ່ຈຳເປັນ ແລະ ເໝາະສົມກັບການປະຕິບັດໜ້າທີ່ວຽກງານ ເພື່ອຮັບປະກັນການປົກປ້ອງກົດໝາຍໃຫ້ມີຄວາມສັກສິດ, ເຂັ້ມງວດ ແລະ ຍຸຕິທຳ, ໃຫ້ປະຊາຊົນໄດ້ຮັບການບໍລິການທີ່ດີ, ມີຄວາມເພິ່ງພໍໃຈ ແລະ ມີຄວາມເຄົາລົບ, ເຊື່ອຖືຕໍ່ລະບົບສານປະຊາຊົນ. ໃນນັ້ນ, ອັນສໍາຄັນແມ່ນການສ້າງຜູ້ພິພາກສາ ເປັນມືອາຊີບສະເພາະດ້ານ ແລະ ຈະສ້າງຜູ້ພິພາກສາດີ-ເກັ່ງ ໃຫ້ໄດ້ຫລາຍກວ່າ 85% ຂອງຈໍານວນຜູ້ພິພາກສາທີ່ໄດ້ຮັບການປະເມີນ.
ທ່ານ ໄພວີ ສີບົວລິພາ ປະທານສານປະຊາຊົນສູງສຸດ (ສປສສ) ໄດ້ລາຍງານກ່ຽວກັບການ ຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງ ສປສສ ໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ວັນທີ 24 ມີນາ 2026 ໂດຍສານປະຊາຊົນສູງສຸດ ໄດ້ວາງຄາດໝາຍສູ້ຊົນສ້າງຜູ້ພິພາກສາ, ພະນັກງານຂອງສານໃຫ້ມີຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ມີຈັນຍາບັນ-ຈັນຍາທໍາ, ສ້າງເປັນມືອາຊີບສະເພາະດ້ານ ເພື່ອຮັບປະກັນຄວາມສະຫງົບປອດໄພຢູ່ໃນການຈັດຕັ້ງຂອງສານ, ສ້າງຜູ້ພິພາກສາດີ-ເກັ່ງໃຫ້ໄດ້ຫລາຍກວ່າ 85% ຂອງຈໍານວນຜູ້ພິ ພາກສາທີ່ໄດ້ຮັບການປະເມີນ.
ພ້ອມນີ້, ຈະຂະຫຍາຍການຈັດຕັ້ງສານປະຊາຊົນເຂດໃຫ້ໄດ້ຢ່າງໜ້ອຍ 6 ແຫ່ງ, (ເຂດ 4 ແຂວງຈຳປາສັກ, ເຂດ 6 ແຂວງສະຫວັນນະເຂດ, ເຂດ 3 ແຂວງຄໍາມ່ວນ, ເຂດ 4 ແຂວງຫົວພັນ ແລະ ເຂດ 3 ແຂວງຫລວງນໍ້າທາ); ປັບປຸງກົງຈັກການຈັດຕັ້ງພາຍໃນສານແຕ່ລະແຫ່ງໃຫ້ກະທັດຮັດ, ເປັນລະບົບຄົບຊຸດ, ໜັກແໜ້ນ ເຂັ້ມແຂງ, ສອດຄ່ອງກັບສະພາບຄວາມເປັນຈິງຂອງສານແຕ່ລະແຫ່ງ; ສ້າງກົນໄກການບໍລິຫານຄະດີແບບໃໝ່ ເຮັດໃຫ້ມີຄວາມໂປ່ງໃສທຸກຂັ້ນຕອນໃນການດໍາເນີນຄະດີຢູ່ສານ ເພື່ອຮັບປະກັນໃຫ້ການພິຈາລະນາແກ້ໄຂຄະດີໃຫ້ມີຄວາມວ່ອງໄວບັນລຸຕາມມະຕິສະພາແຫ່ງຊາດກຳນົດ ຄື: ຄະດີແພ່ງ-ການຄ້າ 76% ຂຶ້ນໄປ, ຄະດີຄອບຄົວ-ເດັກ-ແຮງງານ ແລະ ປົກຄອງ 86% ຂຶ້ນໄປ ແລະ ຄະດີອາຍາ 90% ຂຶ້ນໄປ, ທັງຮັບປະກັນຄຸນນະພາບ, ອັດຕາການຂໍອຸທອນແຕ່ລະປະເພດຄະດີບໍ່ໃຫ້ເກີນ 15% ແລະ ຄວາມພໍໃຈຂອງຄູ່ຄວາມຕໍ່ກັບການຕັດສິນ, ພິພາກສາ ແລະ ນໍາໄປຈັດຕັ້ງປະຕິບັດໃຫ້ຫລາຍຂຶ້ນ ເພື່ອເຮັດໃຫ້ການຂໍລົບລ້າງຫລຸດລົງໃນແຕ່ລະປີ; ສ້າງ ແລະ ປັບປຸງກົດ ໝາຍທີ່ຢູ່ໃນຄວາມຮັບຜິດຊອບຂອງ ສປສສ ໃຫ້ສຳເລັດ 4 ສະບັບ (ການດໍາເນີນຄະດີເດັກ, ຄ່າທໍານຽມສານ, ດໍາເນີນຄະດີປົກຄອງ ແລະ ກົດໝາຍວ່າດ້ວຍສານປະຊາຊົນ) ຕາມແຜນການສ້າງ ແລະ ປັບປຸງກົດໝາຍທີ່ສະພາແຫ່ງຊາດຮັບຮອງ ແລະ ອອກນິຕິກຳໃຕ້ກົດໝາຍໃຫ້ໄດ້ຢ່າງໜ້ອຍປີລະ 10 ສະບັບ; ສືບຕໍ່ຄົ້ນຄວ້າກົນໄກການບໍລິຫານສານໃຫ້ມີຄຸນນະພາບ ແລະ ເຂົ້າສູ່ທັນສະໄໝ, ສ້າງພື້ນຖານໂຄງລ່າງຂອງສານປະຊາຊົນແຕ່ລະຂັ້ນ ໃຫ້ຮອງຮັບການປະຕິບັດພາລະບົດບາດຂອງອົງການຕຸລາການຕາມທີ່ກົດໝາຍກໍານົດໄວ້.

