Homeຂ່າວໜ້າໜຶ່ງປະທານຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ ຕ້ອນຮັບ ເລຂາທິການກອງທຶນຈີນເພື່ອສັນຕິພາບ ແລະ ການພັດທະນາ

ປະທານຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ ຕ້ອນຮັບ ເລຂາທິການກອງທຶນຈີນເພື່ອສັນຕິພາບ ແລະ ການພັດທະນາ

ໃນວັນທີ 24 ມີນາ 2026 ຜ່ານມາ, ສະຫາຍ ສົມມາດ ພົນເສນາ ປະທານຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ ໄດ້ຕ້ອນຮັບ ສະຫາຍ ຫວາງ ເຫີໝິງ ເລຂາທິການກອງທຶນຈີນເພື່ອສັນຕິພາບ ແລະ ການພັດທະນາ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 24-26 ມີນາ 2026.

ໂອກາດນີ້, ສະຫາຍ ສົມມາດ ພົນເສນາ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ແລະ ເຮັດວຽກ ຂອງຄະນະຜູ້ແທນກອງທຶນຈີນ ເພື່ອສັນຕິພາບ ແລະ ການພັດທະນາ ຖືເປັນການປະກອບສ່ວນເສີມຂະຫຍາຍ ແລະ ເພີ່ມພູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດ, ຮອບດ້ານ, ໝັ້ນຄົງຍາວນານ ຕາມທິດສີ່ດີ ແລະ ຄູ່ຮ່ວມຊາຕາກໍາ ລາວ-ຈີນ; ສອງຝ່າຍຍັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງອົງການຈັດຕັ້ງສັນຕິພາບ ໃນການປະກອບສ່ວນເຂົ້າໃນການສ້າງສາພັດທະນາ ສປປ ລາວ ເປັນຕົ້ນ ແມ່ນການພັັດທະນາພື້ນຖານໂຄງລ່າງການສຶກສາ, ສາທາລະນະສຸກ ແລະ ມະນຸດສະທໍາ. ຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ ແລະ ກອງທຶນຈີນ ເພື່ອສັນຕິພາບ ແລະ ການພັດທະນາ ໄດ້ພົວພັນ ຮ່ວມມືກັນແຕ່ປີ 2012 ເປັນຕົ້ນມາ ສອງຝ່າຍ ໄດ້ພົວພັນຮ່ວມມື ແລະ ໄປມາຫາສູ່ກັນຢ່າງເປັນປົກກະຕິ, ໃນໄລຍະຜ່ານມາ ໄດ້ຮ່ວມກັນສ້າງໂຮງຮຽນປະຖົມ ແລະ ມັດທະຍົມແລ້ວຈໍານວນ 25 ຫລັງ ແລະ ຊ່ວຍເຫລືອອຸປະກອນການຮຽນ- ການສອນ, ອຸປະກອນການແພດໄລຍະການລະບາດ ຂອງພະຍາດໂຄວິດ 19.

ການຢ້ຽມຢາມຄັ້ງນີ້, ຄະນະຜູ້ແທນ ກອງທຶນຈີນ ເພື່ອສັນຕິພາບ ແລະ ການພັດທະນາ ຍັງໄດ້ພົບປະເຮັດວຽກກັບພາກສ່ວນກ່ຽວຂ້ອງ ຂອງລາວ ໃນການແລກປ່ຽນ ຂໍ້ມູນກ່ຽວກັບອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ (INGOs) ແລະ ອົງການຈັດຕັ້ງທາງສັງຄົມ ຂອງລາວ (CSOs). ນອກນັ້ນ, ຍັງໄດ້ເຂົ້າຮ່ວມພິທີ ມອບ-ຮັບ ອາຄານໂຮງຮຽນປະຖົມບ້ານໂພນຈະເລີນ, ເມືອງທ່າໂທມ, ແຂວງໄຊສົມບູນ ຊຶ່ງເປັນ 1 ໃນ 5 ໂຄງການ ທີ່ປະຕິບັດຢູ່ 3 ແຂວງ (ແຂວງໄຊສົມບູນ, ຫລວງພະບາງ ແລະ ບໍ່ແກ້ວ) ໃນສົກປີ 2024-2025 ພາຍໃຕ້ການພົວພັນຮ່ວມມື ລະຫວ່າງ ຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ ແລະ ກອງທຶນຈີນ ເພື່ອສັນຕິພາບ ແລະ ການພັດທະນາ.

ຂ່າວ-ພາບ: ຄຕພ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments