Homeຂ່າວໜ້າໜຶ່ງສພຊ ຮັບຮອງເອົາສະມາຊິກສະພາ ຜູ້ພິພາກສາ ຂອງສານປະຊາຊົນສູງສຸດ

ສພຊ ຮັບຮອງເອົາສະມາຊິກສະພາ ຜູ້ພິພາກສາ ຂອງສານປະຊາຊົນສູງສຸດ

ໃນວາລະດຳເນີນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 24 ມີນາ 2026 ນີ້, ທ່ານ ນາງ ທຸມມາລີ ວົງພະຈັນ ປະທານກຳມະທິການກົດໝາຍ ແລະ ຍຸຕິທຳ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ສພຊ) ຂຶ້ນສະເໜີມາດຖານສະມາຊິກສະພາຜູ້ພິພາກສາຂອງສານປະຊາຊົນສູງສຸດ. ຫລັງຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຕ່າງໆ ໄດ້ພ້ອມກັນສຸມໃສ່ປະກອບຄຳຄິດຄຳເຫັນ ແລະ ລົງຄະແນນສຽງຮັບຮອງເອົາການສະເໜີແຕ່ງຕັ້ງສະມາຊິກສະພາຜູ້ພິພາກສາຂອງສານປະຊາຊົນສູງສຸດ ດ້ວຍຄະແນນສຽງເຫັນດີເປັນສ່ວນຫລາຍ.

ສະມາຊິກສະພາຜູ້ພິພາກສາຂອງສານປະຊາຊົນສູງສຸດ ມີທັງໝົດ 15 ທ່ານ ຄື: ທ່ານ ໄພວີ ສີບົວລິພາ ປະທານສານປະຊາຊົນສູງສຸດ, ທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ, ທ່ານ ອານົງ ຍອຍສາຍຄໍາ ຮອງປະທານສານປະຊາຊົນສູງສຸດ, ທ່ານ ຂຸນສຸວັນ ສຸທຳມະວົງ ຮອງປະທານສານປະຊາຊົນສູງສຸດ, ທ່ານ ພັອ ວັນ ສີເຟືອງ ຜູ້ພິພາກສາຊັ້ນສີ່, ຮອງປະທານສານປະຊາຊົນສູງສຸດ, ທ່ານ ສົມຈິດ ແກ້ວມະນີໄລ ຜູ້ພິພາກສາຊັ້ນສີ່, ຫົວໜ້າຄະນະສານອາຍາ, ທ່ານ ນາງ ທັນສະໄໝ ຊາມຸນຕີ ຜູ້ພິພາກສາຊັ້ນສີ່, ຫົວໜ້າຄະນະສານຄອບຄົວ, ທ່ານ ນາງ ຈັນຖະໜອມ ສິລິວັດ ຜູ້ພິພາກສາຊັ້ນສີ່, ຫົວໜ້າຄະນະສານການຄ້າ, ທ່ານ ແສງສຸວັນ ຈັນທະລຸນນະວົງ ຜູ້ພິພາກສາ ຊັ້ນສີ, ຫົວໜ້າກົມຄຸ້ມຄອງວິຊາການ ແລະ ສະຖິຕິສານ, ທ່ານ ໄຊສົມພອນ ເພັດຊົມພູ ຜູ້ພິພາກສາຊັ້ນສີ່, ຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ, ທ່ານ ຈິດຕາວັນ ວົງໄຊ ຜູ້ພິພາກສາຊັ້ນສີ່, ຮັກສາການຫົວໜ້າຄະນະສານແຮງງານ, ທ່ານ ນາລິສວນ ສາຍສຸລິຍາ ຜູ້ພິພາກສາຊັ້ນສີ່, ຮັກສາການຫົວໜ້າຄະນະສານແພ່ງ, ທ່ານ ສັກກູນາ ຍະພິຈິດ ຜູ້ພິພາກສາຊັ້ນສີ່, ຮັກສາການຫົວໜ້າຄະນະສານປົກຄອງ, ທ່ານ ນາງ ຈອມພັນ ຈັນທະວີ ຜູ້ພິພາກສາຊັ້ນສີ່, ຮອງຫົວໜ້າຄະນະສານອາຍາ ແລະ ທ່ານ ສີວັນ ບຸນທະລາ ຜູ້ພິພາກສາຊັ້ນສີ່, ຮອງຫົວໜ້າຄະນະສານການຄ້າ.

ບັນດາ ສະມາຊິກສະພາຜູ້ພິພາກສາຂອງສານປະຊາຊົນສູງສຸດ ທັງໝົດ 15 ທ່ານນີ້, ລ້ວນແຕ່ແມ່ນຜູ້ທີ່ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ລະບອບປະຊາທິປະໄຕປະຊາຊົນ, ມີທັດສະນະຫລັກໝັ້ນການເມືອງໜັກແໜ້ນ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ເປັນແບບຢ່າງໃນການເຄົາລົບ ແລະ ປະຕິບັດລັດຖະທຳມະນູນ, ກົດໝາຍ ຢ່າງເຂັ້ມງວດ ແລະ ຮັບປະກັນຄວາມຍຸຕິທຳ ໃນການປະຕິບັດໜ້າທີ່; ມີຄຸນສົມບັດສິນທຳປະຕິວັດ, ມີຄວາມບໍລິສຸດສັດຊື່, ທ່ຽງທຳ, ມີຈັນຍາບັນ, ຈັນຍາທໍາ, ບໍ່ສວຍ ໃຊ້ໜ້າທີ່ຕຳແໜ່ງ, ບໍ່ຮັບ ແລະ ບໍ່ໃຫ້ສິນບົນ, ມີແບບແຜນການດໍາລົງຊີວິດ ທີ່ປອດໃສ, ມີການປະພຶດທີ່ດີ, ບໍ່ລຳອຽງ, ບໍ່ອະຄະຕິ, ມີຄວາມອົດທົນ ແລະ ໄດ້ຮັບຄວາມເຊື່ອຖື ໄວ້ໃຈ ຈາກການຈັດຕັ້ງ ແລະ ສັງຄົມ; ໄດ້ຜ່ານການຍົກລະດັບທິດສະດີການເມືອງ-ການປົກຄອງ ລະດັບຂັ້ນສູງ, ມີຄວາມຮູ້ທາງດ້ານກົດໝາຍຢ່າງເລິກເຊິ່ງ, ກຳແໜ້ນ ແລະ ສາມາດຜັນຂະຫຍາຍແນວທາງນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ, ລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳອື່ນທີ່ກ່ຽວຂ້ອງ, ຮູ້ວິເຄາະວິໄຈ ໄຈ້ແຍກຂໍ້ມູນຫລັກຖານ ຢ່າງຖືກຕ້ອງຊັດເຈນ ແລະ ທັນສະພາບການ, ສອດຄ່ອງກັບຄວາມເປັນຈິງ, ມີຄວາມຍຸຕິທໍາ ແລະ ໂປ່ງໃສ; ເປັນເຈົ້າການປະຕິບັດຕາມສິດ ແລະ ໜ້າທີ່ຂອງຜູ້ພິພາກສາ, ມີຄວາມຮັບຜິດຊອບສູງ, ມີຄວາມສະດຸ້ງໄວ້, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບຕໍ່ຜົນໄດ້, ຜົນເສຍ ໃນການປະຕິບັດໜ້າທີ່ການເມືອງຂອງຕົນ, ຮູ້ເສີມຂະຫຍາຍດ້ານດີ ແລະ ປ່ຽນແປງຈຸດອ່ອນຂອງຕົນ; ເປັນຜູ້ທີ່ພວມດຳລົງຕຳແໜ່ງປະທານ, ຮອງປະທານ ສານປະຊາຊົນສູງສຸດ, ຫົວໜ້າຄະນະສານ ໃດໜຶ່ງຂອງສານປະຊາຊົນສູງສຸດ, ຜູ້ພິພາກສາ ຊຶ່ງມີບົດຮຽນ-ປະສົບການສູງ ໃນການດໍາເນີນຄະດີ ແລະ ມີຄວາມຮູ້, ຄວາມສາມາດ ນໍາພາວຽກງານທີ່ໄດ້ຮັບມອບໝາຍ ມີຜົນສໍາເລັດ; ມີອາຍຸກະສຽນ 45 ປີ ຂຶ້ນໄປ, ມີສຸຂະພາບແຂງແຮງ ເພື່ອຮັບປະກັນ ການປະຕິບັດໜ້າທີ່ວຽກງານທີ່ຖືກມອບໝາຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments