ໃນໄລຍະ 5 ປີ ຕໍ່ໜ້າ (2026-2030) ອົງການໄອຍະການປະຊາຊົນ ແຕ່ລະຂັ້ນ ຈະສຸມໃສ່ປະຕິບັດ 6 ແຜນງານ 27 ໂຄງການ ແລະ 104 ກິດຈະກໍາ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານ ຂອງອົງການໄອຍະການປະຊາຊົນ ມີປະສິດທິພາບ, ປະສິດທິຜົນ ແລະ ເຕີບໃຫຍ່ເຂັ້ມແຂງ ແນໃສ່ຮັບປະກັນຄວາມຮັບຜິດຊອບການເມືອງ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນທີ່ໄດ້ກໍານົດໄວ້.
ທ່ານ ພົນຈັດຕະວາ ນາງ ລີວົງ ລາວລີ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ລາຍງານໃນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 24 ມີນາ 2026 ນີ້ວ່າ: ໃນແຜນງານ ແລະ ໂຄງການພັດທະນາວຽກງານໄອຍະການປະຊາຊົນ 5 ປີຕໍ່ໜ້າ ອົງການໄອຍະການປະຊາຊົນແຕ່ລະຂັ້ນ ຈະສຸມໃສ່ປະຕິບັດ 6 ແຜນງານ 27 ໂຄງການ ແລະ 104 ກິດຈະກໍາ. ໃນນັ້ນ, ປະກອບມີ ແຜນງານພັດທະນາບຸກຄະລາກອນ ມີ 4 ໂຄງການ 13 ກິດຈະກໍາ; ແຜນງານພັດທະນາລະບົບການຈັດຕັ້ງ ມີ 1 ໂຄງການ 6 ກິດຈະກໍາ; ແຜນງານກວດກາ ແລະ ຕ້ານການສໍ້ລາດບັງຫລວງ ມີ 3 ໂຄງການ 10 ກິດຈະກໍາ; ແຜນງານຍົກສູງຄຸນນະພາບການຕິດຕາມ, ກວດກາການປະຕິບັດກົດໝາຍ ປະກອບ ມີ 8 ໂຄງການ, 39 ກິດຈະກໍາ; ແຜນງານພັດທະນາ ແລະ ກໍ່ສ້າງພື້ນຖານໂຄງລ່າງ ແລະ ງົບປະມານ ມີ 5 ໂຄງ ການ 18 ກິດຈະກໍາ ແລະ ແຜນງານຮ່ວມມືກັບຕ່າງປະເທດ ມີ 6 ໂຄງການ 18 ກິດຈະກໍາ. ພ້ອມນີ້, ຍັງຈະຍົກສູງຄຸນນະພາບການຕິດຕາມກວດກາການເຄົາລົບ, ປະຕິບັດກົດໝາຍ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານໃຫ້ບັນລຸ 95% ຂຶ້ນໄປ ຂອງການຄົ້ນຄວ້າແກ້ໄຂຄະດີ ແລະ ໃຫ້ບັນລຸ 95% ທີ່ສານຕັດສິນເອົາຕາມຄໍາຖະແຫລງຂອງໄອຍະການ; ປັບປຸງກົງຈັກການຈັດຕັ້ງ ຂອງອົງການໄອຍະການປະຊາຊົນ ແລະ ອົງການໄອຍະການທະຫານຂັ້ນຕ່າງໆໃຫ້ເຂັ້ມແຂງ, ໜັກແໜ້ນ, ສາມາດປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ໃຫ້ມີປະສິດທິພາບສູງຂຶ້ນ; ຖັນແຖວພະນັກງານ ໄດ້ຮັບການພັດທະນາ ທັງທາງດ້ານຈໍານວນ ແລະ ຄຸນນະພາບເປັນກ້າວໆ ເຮັດຫລ້ອນໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ແລະ ຮັບປະກັນໃຫ້ພະນັກງານໄອຍະການປະຊາຊົນ ຕ້ອງໄດ້ຮັບການປະເມີນການປະຕິບັດໜ້າທີ່ວຽກງານໃນແຕ່ລະປີ; ຄົ້ນຄວ້າ, ປັບປຸງກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່; ປັບປຸງກົນໄກ ແລະ ວິທີການ ໃນການຕິດຕາມ, ກວດກາການປະຕິບັດກົດໝາຍ ຂອງອົງການສືບສວນ-ສອບສວນ, ການສັ່ງຟ້ອງຜູ້ຖືກຫາຂຶ້ນສານ, ການປະຕິບັດກົດໝາຍໃນສະຖານທີ່ກັກຕົວ, ສະຖານທີ່ກັກຂັງ, ການປະຕິບັດຄໍາຕັດສິນຂອງສານ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ເພີ່ມທະວີການຈັດຕັ້ງປະຕິບັດກົນໄກການປະສານງານຮ່ວມກັບພາກສ່ວນກ່ຽວຂ້ອງ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານ ຂອງອົງການໄອຍະການປະຊາຊົນ ມີປະສິດທິພາບ, ປະສິດທິຜົນ.
ທ່ານ ພົນຈັດຕະວາ ນາງ ລີວົງ ລາວລີ ຍັງໃຫ້ຮູ້ອີກວ່າ: ໃນໄລຍະ 5 ປີຜ່ານມາ ອົງການໄອຍະການປະຊາຊົນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດ ມີຜົນສໍາເລັດຢ່າງຕັ້ງໜ້າ ເປັນຕົ້ນ ວຽກງານກວດກາ ແລະ ຕ້ານການສໍ້ລາດບັງຫລວງ, ການພັດທະນາກໍ່ສ້າງພື້ນຖານໂຄງລ່າງ ແລະ ການພົວພັນຮ່ວມມືກັບຕ່າງປະເທດ, ອັນພົ້ນເດັ່ນແມ່ນ ລະບົບການຈັດຕັ້ງຂອງອົງການໄອຍະການປະຊາຊົນ ໄດ້ຮັບການປັບປຸງໃຫ້ໜັກແໜ້ນເຂັ້ມແຂງເທື່ອລະກ້າວ. ມາຮອດປັດຈຸບັນ, ທົ່ວປະເທດ ມີອົງການໄອຍະການປະຊາຊົນເຂດ ຈຳນວນ 48 ເຂດ, ພະນັກງານໄອຍະການປະຊາຊົນເຂດປະຈຳເມືອງ 28 ເມືອງ (ເມືອງລະ 5 ຄົນ), ຍັງຂາດຢູ່ 76 ເມືອງ ໃນຂອບເຂດທົ່ວປະເທດ ຊຶ່ງຈະໄດ້ສຶບຕໍ່ປັບປຸງໃຫ້ຄົບຖ້ວນຕາມກົດໝາຍ. ພ້ອມນີ້, ຍັງໄດ້ຂະຫຍາຍຫ້ອງໃຫ້ຄໍາປຶກສາທາງດ້ານກົດໝາຍແກ່ປະຊາຊົນ, ການສັ່ງຟ້ອງຜູ້ຖືກຫາຂຶ້ນສານ ໄດ້ຮັບການປັບປຸງ ແລະ ມີຄຸນນະພາບດີຂຶ້ນ, ການຕິດຕາມ, ກວດກາການປະຕິບັດກົດໝາຍ ຂອງອົງການສຶບສວນ-ສອບສວນ, ການດຳເນີນຄະດີຢູ່ສານ, ຢູ່ຄ້າຍຄຸມຂັງ-ດັດສ້າງ ແລະ ການຕິດຕາມກວດກາ ການປະຕິບັດຄຳຕັດສິນຂອງສານ ໄດ້ຮັບການພັດທະນາດີຂຶ້ນ ເປັນກ້າວໆ ຊຶ່ງໄດ້ປະກອບສ່ວນເຮັດໃຫ້ສັງຄົມ ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ແລະ ຍຸຕິທຳ.

