Homeຂ່າວດ່ວນຫລາຍພາກສ່ວນ ປະກອບສ່ວນຊ່ວຍເຫລືອຜູ້ປະສົບໄພພິບັດ ຢູ່ເມືອງສີໂຄດຕະບອງ

ຫລາຍພາກສ່ວນ ປະກອບສ່ວນຊ່ວຍເຫລືອຜູ້ປະສົບໄພພິບັດ ຢູ່ເມືອງສີໂຄດຕະບອງ

ວັນທີ 24 ມີນາ 2026 ທີ່ຫ້ອງວ່າການປົກຄອງ ນະຄອນຫຼວງວຽງຈັນ (ນວ) ໄດ້ພິທີມອບ-ຮັບການຊ່ວຍເຫລືອຈາກບັນດາເມືອງ, ພະແນກການ ແລະ ຜູ້ປະກອບການທຸລະກິດ ນວ ໃຫ້ແກ່ຜູ້ໄດ້ຮັບຜົນກະທົບຈາກພາຍຸໝາກເຫັບ ຢູ່ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ, ຕາງໜ້າຮັບໂດຍ ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະພັກນະຄອນຫລວງວຽງຈັນ ທ່ານ ສີລິລາດທົງສິນ ທອງເພັງ ປະທານຄະນະກຳມະການປົກຄອງ ນວ, ທ່ານ ສັງຄົມ ຈັນສຸກ ປະທານສະພາການຄ້າ ແລະ ອຸດສາຫະກຳ ນວ, ບັນດາເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ

ສໍາລັບ ການຊ່ວຍເຫລືອຄັ້ງນີ້ປະກອບມີ: ບໍລິສັດ SPL ມູນຄ່າ 1 ຕື້ກີບ, ບໍລິສັດ SPS ມູນຄ່າ 300 ລ້ານກີບ ພະແນກການເງິນ 100 ລ້ານກີບ ກຸ່ມບໍລິສັດຊຽງເຊີນ 30 ລ້ານກີບ, ສະພາການຄ້າ ແລະ ອຸດສາຫະກຳ 150 ລ້ານກີບ, ເມືອງຈັນທະບູລີ 50 ລ້ານກີບ, ເມືອງໄຊທານີ 30 ລ້ານກີບ ແລະ ເມືອງສີສັດຕະນາກ 20 ລ້ານກີບ.

ໂອກາດນີ້ ທ່ານ ອາດສະພັງທອງ ສີພັນດອນ ໄດ້ຕາງໜ້າໃຫ້ຄະນະພັກ, ອົງການປົກຄອງ ນວ ສະແດງຄວາມຂອບໃຈຕໍ່ການປະກອບສ່ວນຊ່ວຍເຫລືອດັ່ງກ່າວ, ພ້ອມທັງຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ຊ່ວຍກັນປະກອບຊ່ວຍເຫລືຶອປະຊາຊົນທີ່ປະສົບໄພໃຫ້ຫລາຍຂຶ້ນ, ພ້ອມທັງໄດ້ຍົກໃຫ້ເຫັນຄວາມຫຍຸ້ງຍາກ ແລະ ຈໍາເປັນອັນຮີບດ່ວນທີ່ປະຊາຊົນຕ້ອງການຊ່ວຍເຫລືອ ເປັນຕົ້ນ ແຮງງານ, ເຄື່ອງອຸປະໂພກ-ບໍລິໂພກ, ສັງກະສີ, ກະເບື້ອງມຸງຫລັງຄາເຮືອນ ແລະ ເຄື່ອງໃຊ້ທີ່ຈໍາເປັນອື່ນໆ.

ພາຍຫລັງຈາກສໍາເລັດການມອບ-ຮັບການຊ່ວຍເຫລືອຈາກພາກສ່ວນດັ່ງກ່າວ ຢູ່ອົງການປົກຄອງ ນວ ແລ້ວ, ທ່ານ ອາດສະພັງທອງ ສີພັນດອນ ພ້ອມດ້ວຍຄະນະ ຍັງໄດ້ສືບຕໍ່ລົງຕິດຕາມຊຸກຍູ້ ປະຊາຊົນຜູ້ທີ່ຳດ້ຮັບຜົນກະທົບຈາກໄພທຳມະຊາດ ຕໍ່ບ້ານເຮືອນປະຊາຊົນ ຢູ່ຫ້ອງການບ້ານວຽງຄໍາ ເມືອງສີໂຄດຕະບອງ, ພ້ອມນີ້ຍັງໄດ້ຮັບຟັງການລາຍງານຈາກຄະນະຮັບຜິດຊອບແຕ່ລະພາກສ່ວນ. ຈາກນັ້ນ, ກໍໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາໃນການແກ້ໄຂບັນຫາດັ່ງກ່າວຢ່າງຮີບດ່ວນ ໂດຍສະເພາະ ແກ້ໄຂບັນຫາເບື້ອງຕົ້ນກ່ຽວກັບການສະໜອງ ລະບົບໄຟຟ້າ, ນໍ້າປາປາ ໃຫ້ກັບມາໃຊ້ໄດ້ຢ່າງປົກກະຕິ ເພື່ອຊ່ວຍແບ່ງເບົາຄວາມຫຍຸ້ງຍາກຂອງປະຊາຊົນໜ້ອຍລົງ ແລະ ຕ້ອງມີການປະສານງານກັນໃນການແກ້ໄຂຢ່າງເປັນລະບົບ ແລະ ກົມກຽວ ເພື່ອຫລີກລ່ຽງການບັນຫາການໂຍນຄວາມຮັບຜິດຊອບໃຫ້ກັນ ແນໃສ່ປະຊາຊົນໄດ້ຮັບການຊ່ວຍເຫລືອຢ່າງເປັນຮູບປະທຳ.

ໂອກາດດັ່ງກ່າວ, ທ່ານ ອາດສະພັງທອງ ສີພັນດອນ ພ້ອມຄະນະ ຍັງໄດ້ມອບເຄື່ອງບໍລິໂພກ-ອຸປະໂພກຈໍານວນໜຶ່ງ ໃຫ້ອົງການປົກຄອງເມືອງສີໂຄດຕະບອງ ເພື່ອນໍາໄປຈັດສັນ ແລະ ແຈກຢາຍໃຫ້ຄອບຄົວປະຊາຊົນຜູ້ໄດ້ຮັບຜົນກະທົບໃຫ້ທົ່ວເຖິງ.

ຕາມການລາຍງານຂອງອົງການປົກຄອງເມືອງສີໂຄດຕະບອງ ກ່ຽວກັບສະພາບຄວາມເສຍຫາຍເບື້ອງຕົ້ນຈາກການສຳຫລວດເບື້ອງຕົ້ນຢູ່ ເມືອງສີໂຄດຕະບອງ ຊຶ່ງພະຍຸຄັ້ງນີ້ໄດ້ສ້າງຄວາມເສຍຫາຍເປັນບໍລິເວນກວ້າງໃນ 5 ບ້ານຄື: ບ້ານວຽງຄຳ ແລະ ບ້ານຈັນສະຫວ່າງ ໄດ້ຮັບຜົນກະທົບໜັກທີ່ສຸດ ໂດຍມີເຮືອນປະຊາຊົນເສຍຫາຍບ້ານລະກວ່າ 1.000 ຄອບຄົວ, ບ້ານໂພນສົມບູນຜົນກະທົບ 100 ກວ່າຄອບຄົວ, ບ້ານໜອງດາ ແລະ ບ້ານຕາດທອງ ກະທົບບ້ານລະ 6 ຄອບຄົວ. ພື້ນຖານໂຄງລ່າງເສຍຫາຍ ມີໂຮງຮຽນ 4 ແຫ່ງ, ວັດ 1 ແຫ່ງ ແລະ ຫ້ອງການບ້ານ 1 ຫລັງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments