Homeຂ່າວຕ່າງປະເທດປະທານປະເທດຈີນ ໃຫ້ຄຳຊີ້ນຳການສ້າງສາພັດທະນາເຂດໃໝ່ສົງອ່ານ ທີ່ມີຄຸນນະພາບສູງ

ປະທານປະເທດຈີນ ໃຫ້ຄຳຊີ້ນຳການສ້າງສາພັດທະນາເຂດໃໝ່ສົງອ່ານ ທີ່ມີຄຸນນະພາບສູງ

ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ວັນທີ 23 ມີນາ ນີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເຂດໃໝ່ສົງອ່ານ ແຂວງເຫີເປີຍ ຂອງຈີນ.

ໃນໂອກາດນີ້, ທ່ານ ສີຈິ້ນຜິງ ໄດ້ເປັນປະທານກອງປະຊຸມສຳມະນາກ່ຽວກັບການລົງເລິກຊຸກຍູ້ການສ້າງສາພັດທະນາເຂດໃໝ່ສົງອ່ານ ທີ່ມີຄຸນນະພາບສູງ ໂດຍເນັ້ນໜັກວ່າ: ຕ້ອງກຳແໜ້ນຖານະບົດບາດຂອງເຂດໃໝ່ສົງອ່ານ, ພະຍາຍາມສ້າງເຂດທ່າແຮງແຫ່ງການປະດິດສ້າງໃນຍຸກໃໝ່ ແລະ ແບບຢ່າງໃນການຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງ.

ກ່ອນໜ້ານີ້ ຄືວັນທີ 10 ພຶດສະພາ 2023, ທ່ານ ສີຈິ້ນຜິງ ເຄີຍໄປຢ້ຽມຢາມເຂດໃໝ່ສົງອ່ານ ແລະ ເປັນປະທານກອງປະຊຸມສຳມະນາກ່ຽວກັບການຊຸກຍູ້ການກໍ່ສ້າງເຂດໃໝ່ສົງອ່ານ ຕາມມາດຕະຖານສູງ ແລະ ຄຸນນະພາບສູງ. ພາຍໃນເວລາບໍ່ຮອດ 3 ປີ, ທ່ານ ສີຈິ້ຜິງ ໄດ້ເປັນປະທານກອງປະຊຸມສຳມະນາ 2 ຄັ້ງ ເພື່ອສຸມໃສ່ການສ້າງສາພັດທະນາເຂດໃໝ່ແຫ່ງນີ້ ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ໃນລະດັບສູງຂອງສູນກາງພັກ ທີ່ມີຕໍ່ “ຕົວເມືອງອະນາຄົດ” ແຫ່ງນີ້. ໃນກອງປະຊຸມສຳມະນາ 2 ຄັ້ງດັ່ງກ່າວ, ການສ້າງສາພັດທະນາເຂດໃໝ່ສົງອ່ານ ທີ່ມີຄຸນນະພາບສູງໄດ້ສອດຫ້ອຍມາໂດຍຕະຫລອດ.

ໃນກອງປະຊຸມສຳມະນາ ທີ່ຈັດຂຶ້ນໃນວັນທີ 23 ມີນາ ນີ້, ທ່ານ ສີຈິ້ນຜິງ ໄດ້ສະເໜີຄວາມຮຽກຮ້ອງໃໝ່ຕໍ່ການກຳແໜ້ນຖານະບົດບາດຂອງເຂດໃໝ່ສົງອ່ານ, ເນັ້ນໜັກໃຫ້ຊຸກຍູ້ການຜ່ອນຄາຍ ແລະ ຮັບເອົາບົດບາດທີ່ບໍ່ແມ່ນຂອງນະຄອນຫລວງປັກກິ່ງ ຢ່າງແຂງແຮງ ແລະ ເປັນລະບຽບຮຽບຮ້ອຍກວ່າເກົ່າ. ພ້ອມທັງຮຽກຮ້ອງໃຫ້ “ສືບຕໍ່ຍົກສູງຄວາມສາມາດດ້ານການຮອງຮັບສັງລວມຂອງເຂດໃໝ່ສົງອ່ານ, ຕ້ອງວາງແຜນຢ່າງເປັນລະບົບ, ດຳເນີນການສ້າງສາທີ່ມີຄຸນນະພາບສູງ ແລະ ການປົກຄອງຢ່າງມີປະສິດທິຜົນສູງໃຫ້ດີພ້ອມກັນ.”

ໃນດ້ານການຄຸ້ມຄອງຢ່າງມີປະສິດທິຜົນສູງ, ທ່ານ ສີຈິ້ນຜິງ ໄດ້ໃຫ້ຄຳຊີ້ນຳໃນຫລາຍດ້ານ ເປັນຕົ້ນ: ການກໍ່ສ້າງພັກ ເພື່ອນຳພາການຄຸ້ມຄອງເຂດໃໝ່, ປັບປຸງລະບົບການບໍລິການສາທາລະນະ ແລະ ສຸມໃສ່ການຮັບປະກັນ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ. ນອກຈາກນີ້, ທ່ານ ສີຈິ້ນຜິງ ໄດ້ຊີ້ແຈ້ງຈຸດສຳຄັນຂອງການປະຕິຮູບ ແລະ ການປະດິດສ້າງຢູ່ເຂດໃໝ່ສົງອ່ານ ຕື່ມອີກວ່າ: “ຕ້ອງຖືກເອົາການປະຕິຮູບ ແລະ ການປະດິດສ້າງເປັນແຮງຂັບເຄື່ອນໃໝ່, ຊຸກຍູ້ໃຫ້ການປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີ ກັບການປະດິດສ້າງດ້ານອຸດສາຫະກຳເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງ, ພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່ຕາມເງື່ອນໄຂຕົວຈິງຂອງທ້ອງຖິ່ນ, ບົ່ມເພາະລະບົບອຸດສາຫະກຳທັນສະໄໝທີ່ສອດຄ່ອງກັບສະພາບຕົວຈິງຂອງເຂດໃໝ່.”

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments