ສຳນັກຂ່າວ ອິນໂຟເຄວສ: ສ.ເກົາຫລີ ປັບເພີ່ມລະດັບ ສັນຍານເຕືອນ ວິກິດ ນໍ້າມັນ ຈາກ ເຝົ້າລະວັງ ເປັນລະວັງ, ພ້ອມທັງ ກຽມລະບາຍ ນໍ້າມັນ ສຳຮອງ ທາງຍຸດທະສາດ ພາຍຫລັງມີຄວາມກັງວົນ ເລື່ອງການ ສະໜອງ ນໍ້າມັນໂລກ ອາດຈະຢຸດຈຶ້ງ. ການປັບ ລະດັບໃນຄັ້ງນີ້ ເກີດຂຶ້ນ ທ່າມກາງ ຄວາມຂັດແຍ່ງ ທີ່ແກ່ຍາວ ໃນຕາເວັນອອກກາງ ໄດ້ເລີ່ມ ສົ່ງຜົນຕໍ່ການສະໜອງ ນໍ້າມັນ ທົ່ວໂລກ, ທັງມີຄວາມສ່ຽງ ຕໍ່ການຜະລິດ ແລະ ເສັ້ນທາງ ການຂົນສົ່ງ ນໍ້າມັນ ເລີ່ມຊັດເຈນຫລາຍຂຶ້ນ.
ລະບົບເຕືອນໄພດ້ານຄວາມໝັ້ນຄົງທາງຊັບພະຍາກອນ ຂອງ ສ.ເກົາຫລີ ໄດ້ແບ່ງອອກເປັນ 4 ລະດັບ ໄດ້ແກ່ເຝົ້າລະວັງ, ລະວັງ, ເຕືອນໄພ ແລະ ຮ້າຍແຮງ, ໂດຍລັດຖະບານ ສ.ເກົາຫລີ ລະບຸວ່າ: ສະຖານະການໃນປັດຈຸບັນ ໄດ້ຂະຍາຍ ຈາກ ການເຝົ້າ ລະວັງ ມາສູ່ ລະດັບ ລະວັງ. ນີ້ຖືວ່າ ເປັນຄວາມ ບໍ່ສະຖຽນ ໃນສະໜອງ ນໍ້າມັນ ໄດ້ປະກົດຂຶ້ນ./

