ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຝຫ້ຮູ້ວ່າ: ກອງປະຊຸມເຜີຍແຜ່ຜົນສຳເລັດ ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX ຂອງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ) ຈັດຂຶ້ນໃນວັນທີ 23 ມີນາ 2026 ທີ່ຫ້ອງວ່າການແຂວງຫລວງພະບາງ ໂດຍການເປັນປະທານຂອງພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານສູນກາງ ອພສ, ມີຄະນະບໍລິຫານງານ ອພສ ແຂວງ, ການນໍາຂອງແຂວງ ແລະ ຊາວພຸດທະສາສະນິກະຊົນ ແຂວງຫລວງພະບາງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ມີການລາຍງານຜົນສຳເລັດ ການປະຕິບັດວຽກງານປະຈຳປີ 2025 ແລະ ທິດທາງ ປີ 2026 ຂອງຄະນະບໍລິຫານງານອົງການພຸດທະສາສະໜາສຳພັນລາວ ແຂວງຫລວງພະບາງ, ຮັບຟັງການນຳສະເໜີວິໄສທັດ, ທິດທາງແຜນການ, ວຽກງານຈຸດສຸມ ແລະ ແຜນພັດທະນາວຽກງານ ຂອງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ, ຮັບຟັງການເຜີຍແຜ່ມະຕິ ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX ຂອງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ, ຊຶ່ງກອງປະຊຸມໃຫຍ່ ໄດ້ຄົ້ນຄວ້າຢ່າງເລິກເຊິ່ງ ແລະ ໄດ້ຮັບຮອງເອົາຢ່າງເປັນເອກະພາບ ຕໍ່ບົດລາຍງານຜົນສຳເລັດການເຄື່ອນໄຫວວຽກງານ ຕະຫລອດໄລຍະ 5 ປີຜ່ານມາ, ກອງປະຊຸມໄດ້ສະແດງຄວາມເຫັນດີເປັນເອກະພາບ ຕໍ່ການສະຫລຸບຕີລາຄາຜົນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ VIII, ບັນດາຜົນງານອັນພົ້ນເດັ່ນທີ່ຍາດມາໄດ້ ໃນໄລຍະ 5 ປີ ຜ່ານມາ, ຊຶ່ງໄດ້ມີການປະກອບຄຳເຫັນ-ໄຈ້ແຍກຢ່າງເລິກເຊິ່ງ ບັນດາສາເຫດທີ່ພາໃຫ້ມີຂໍ້ຄົງຄ້າງ, ທັງໄດ້ຮັບຮອງເອົາທິດທາງແຜນການ, ວຽກຈຸກສຸມ ແລະ ແຜນພັດທະນາອົງການພຸດທະສາສະໜາ 5 ປີຕໍ່ໜ້າ ປະກອບມີ 11 ວຽກຈຸດສຸມ, 7 ແຜນງານ, 24 ໂຄງການ, 58 ກິດຈະກໍາ. ພ້ອມນັ້ນ, ໄດ້ຄົ້ນຄວ້າ ແລະ ເປັນເອກະພາບສູງ ຮັບຮອງເອົາຄະນະບໍລິຫານງານ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ ສະໄໝທີ IX ຈຳນວນ 99 ອົງ, ຜ່ານການດຳເນີນກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານສູນກາງ ອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ ສະໄໝທີ IX ໄດ້ຮັບຮອງຄະນະກຳມະການບໍລິຫານງານປະຈຳການ 26 ອົງ ໂດຍໄດ້ຮັບຮອງເອົາ ພະອາຈານໃຫຍ່ ມະຫາເວດ ມະເສໄນ ເປັນປະທານສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ ແລະ ຮັບຮອງເອົາຮອງປະທານສູນກາງ ອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ ທັງໝົດ 8 ອົງ.

ໃນກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການໃຫ້ທິດຊີ້ນຳ ຈາກການນຳຂອງແຂວງຫລວງພະບາງ ແລະ ປະທານສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ, ຊຶ່ງໄດ້ເນັ້ນໃຫ້ຄະນະບໍລິຫານງານ ອພສ ແຂວງຫລວງພະບາງ ສືບຕໍ່ໃນການເຜີຍແຜ່ຜົນສຳເລັດ ຂອງກອງປະຊຸມຂັ້ນສູນກາງ ແລະ ຂັ້ນແຂວງ ເພື່ອໃຫ້ບັນດາພະສົງ ແລະ ຊາວພຸດທະສາສະນິກະຊົນ ໄດ້ຮັບຮູ້ເຖິງ ແນວທາງການຈັດຕັ້ງປະຕິບັດວຽກງານ ຂອງ ອພສ ແຕ່ລະຂັ້ນ ທັງນຳໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.
ຂ່າວ: ອາທຸດເດດ ບຸບຜາ, ພາບ: ທະນູສີນ ອິດທິພົນ

