Homeຂ່າວໜ້າໜຶ່ງແຜນການ 5 ປີ ຄັ້ງທີ X ເປັນການສືບຕໍ່ພັດທະນາປະເທດ ຫລຸດພົ້ນອອກຈາກສະຖານະພາບ ດ້ອຍພັດທະນາ ຢ່າງມີຄຸນນະພາບ

ແຜນການ 5 ປີ ຄັ້ງທີ X ເປັນການສືບຕໍ່ພັດທະນາປະເທດ ຫລຸດພົ້ນອອກຈາກສະຖານະພາບ ດ້ອຍພັດທະນາ ຢ່າງມີຄຸນນະພາບ

ໃນວາລະດຳເນີນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 23 ມີນາ 2026 ນີ້, ພາຍໃຕ້ການເປັນປຸທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ສະເໜີທິດທາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ຊຶ່ງແຜນການ 5 ປີ ຄັ້ງທີ X ນີ້ ເປັນແຜນສືບຕໍ່ພັດທະນາປະເທດໃຫ້ຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລຽນ, ພ້ອມທັງ ປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຮອດປີ 2030 ຂອງ ສປຊ, ມະຕິ 04/ກມສພ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ໂຄງການການເມືອງ ສະບັບທີ 3, ວິໄສທັດ ຮອດປີ 2055 ແລະ ຍຸດທະສາດການພັດທະນາເສດຖະກິດ-ສັງຄົມ ໄລຍະ 10 ປີ (2026-2035) ພາຍໃຕ້ຄໍາຂວັນ “ຍົກສູງຈິດໃຈມຸ່ງໝັ້ນພັດທະນາຢ່າງແຮງກ້າ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ນໍາໃຊ້ທຸກທ່າແຮງຢ່າງມີປະສິດທິຜົນ, ພັດທະນາເສດຖະກິດ-ສັງຄົມຕາມທິດວ່ອງໄວ, ສີຂຽວ ແລະ ຍືນຍົງ ”.

ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ໃຫ້ຮູ້ກ່ຽວກັບທິດທາງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໂດຍລັດຖະບານ ໄດ້ກຳນົດ 7 ທິດທາງລວມ ຄື: ຮັບປະກັນສະຖຽນລະພາບການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ-ປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ບົນພື້ນຖານການຈັດຕັ້ງປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານ; ສືບຕໍ່ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກດ້ານເສດ ຖະກິດ-ການເງິນ ໃຫ້ເປັນຮູບປະທໍາຫລາຍຂຶ້ນ, ຫລຸດຜ່ອນໜີ້ສິນສາທາລະນະເທື່ອລະກ້າວ, ບໍ່ສ້າງໜີ້ໃໝ່ທີ່ບໍ່ຈຳເປັນ; ດໍາເນີນການຄຸ້ມຄອງ-ບໍລິຫານເສດຖະກິດ ໃຫ້ໄປຕາມກົດໝາຍ, ລະບຽບຫລັກການ ແລະ ສອດຄ່ອງກັບກົນໄກຕະຫລາດ ທີ່ມີການການດັດສົມ ແລະ ຄຸ້ມຄອງຂອງລັດ, ພັດທະນາເສດຖະກິດໃຫ້ຂະຫຍາຍຕົວໄວ, ຕໍ່ເນື່ອງ, ເຂັ້ມແຂງ ແລະ ໜັກແໜ້ນ ດ້ວຍຄຸນນະພາບສູງ ແລະ ເປັນເຈົ້າຕົນເອງ ນັບມື້ນັບສູງຂຶ້ນ; ສຸມໃສ່ກໍ່ສ້າງ ແລະ ພັດທະນາຊັບພະຍາກອນມະນຸດ, ຖັນແຖວນັກຮຽນຮູ້-ປັນຍາຊົນ ໃຫ້ສາມາດຕອບສະໜອງໃຫ້ແກ່ການສ້າງສາພັດທະນາປະເທດໃນເງື່ອນໄຂໃໝ່, ສາມາດປະກອບສ່ວນເຂົ້າໃນການຄົ້ນຄ້ວາ, ພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຫລື ການປະດິດສ້າງໃໝ່ ແລະ ປັນຍາປະດິດ (AI) ໃຫ້ນັບມື້ນັບຫລາຍ ແລະ ໂດດເດັ່ນຂຶ້ນ; ສົ່ງເສີມວັດທະນະທຳທີ່ເປັນເອກະລັກ ແລະ ມູນເຊື້ອດີງາມຂອງຊາດໄດ້ຮັບການອະນຸລັກຮັກສາ ແລະ ເສີມຂະ ຫຍາຍ; ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ພັດທະນາປະເທດຊາດໃຫ້ຫລຸດພົ້ນອອກ ຈາກສະຖານະພາບປະເທດດ້ອຍພັດທະນາ ຢ່າງໂລ່ງລຽນ, ມີຄຸນນະພາບ ແລະ ຍືນຍົງ, ປັບປຸງ ແລະ ກໍ່ສ້າງຮາກຖານການເມືອງໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ ຕິດພັນກັບການພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ເພື່ອຫລຸດຜ່ອນຄວາມແຕກໂຕນຂອງການພັດທະນາ; ພັດທະນາເສດຖະກິດ-ສັງຄົມ ໄປພ້ອມກັບການປົກປັກຮັກສາສິ່ງແວດລ້ອມ ຢ່າງສົມສ່ວນຕາມທິດສີຂຽວ ແລະ ຍືນຍົງ; ເຄື່ອນໄຫວວຽກງານການຕ່າງປະ ເທດຢ່າງເປັນເຈົ້າການ ແລະ ຕັ້ງໜ້າໜ້າກວ່າເກົ່າ; ໄດ້ຮັບຄວາມເຊື່ອໝັ້ນ, ການສະໜັບສະໜູນ ແລະ ຊ່ວຍເຫລືອຈາກເພື່ອນມິດ, ມີບົດບາດພົ້ນເດັ່ນສູງຂຶ້ນ ໃນເວທີພາກພື້ນ ແລະ ສາກົນ; ຍົກສູງປະສິດທິພາບ ປະສິດທິຜົນໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ຕາມທິດສ້າງ ລັດທີ່ປົກຄອງດ້ວຍກົດໝາຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments