ໃນຕອນແລງວັນທີ 23 ມີນາ 2026, ທີ່ ກະຊວງການຕ່າງປະເທດ, ສະຫາຍ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ສະຫາຍ ນາງ ຟາງ ຫົງ (Fang Hong) ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ເຂົ້າອວຍພອນ ແລະ ຊົມເຊີຍ ເນື່ອງໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງເປັນຮອງນາຍົກລັດຖະມົນຕີ ແລະ ລັດຖະມົນ ຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.
ໃນໂອກາດນີ້, ສະຫາຍ ເອກອັກຄະລັດຖະທູດ ນາງ ຟາງ ຫົງ ໄດ້ສະແດງຄວາມຊົມເຊີຍຢ່າງຈິງໃຈ ທີ່ການສະເໜີແຕ່ງຕັ້ງ ສະຫາຍ ທອງສະຫວັນ ພົມວິຫານ ເປັນຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຖືກຮັບຮອງເອົາ ໂດຍກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນຕອນເຊົ້າວັນທີ 23 ມີນາ 2026 ນີ້. ພ້ອມກັນນີ້, ສະຫາຍເອກອັກຄະລັດຖະທູດ ກໍໄດ້ນໍາເອົາ ໂທລະເລກຊົມເຊີຍຂອງບັນດາສະຫາຍການນໍາຂັ້ນສູງຂອງ ສປ ຈີນ ເຖິງ ບັນດາສະຫາຍການນໍາຂັ້ນສູງຂອງ ສປປ ລາວ ມາມອບໃຫ້ ສະຫາຍຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ອີກດ້ວຍ.

ໃນໂອກາດດຽວກັນນີ້, ສະຫາຍຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ກໍໄດ້ສະແດງຄວາມ ຂອບໃຈຢ່າງຈິງໃຈ ມາຍັງ ສະຫາຍ ເອກອັກຄະລັດຖະທູດ ນາງ ຟາງ ຫົງ ພ້ອມດ້ວຍບັນດາພະນັກງານສະຖານທູດ ທີ່ມາສະແດງຄວາມຊົມເຊີຍ ແລະ ອວຍພອນ ດ້ວຍຕົນເອງ ກໍຄື ການນໍາເອົາໂທລະເລກອວຍພອນຂອງບັນດາ ສະຫາຍການນໍາພັກ-ລັດຈີນ ເຖິງ ບັນດາສະຫາຍການນໍາພັກ-ລັດລາວ, ພ້ອມທັງໄດ້ຝາກຄວາມຢື້ຢາມຖາມຂ່າວ ອັນອົບອຸ່ນ ແລະ ສະແດງຄວາມຂອບໃຈ ໄປຍັງ ສະຫາຍ ຫວັງ ອີ້ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ທີ່ໄດ້ສົ່ງສານຊົມເຊີຍມາໃຫ້ ໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງເປັນ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ອີກຄັ້ງ. ສິ່ງເຫລົ່ານີ້ເປັນການສະແດງໃຫ້ເຫັນເຖິງ ສາຍພົວພັນມິດຕະ ພາບອັນເປັນມູນເຊື້ອ ລະຫວ່າງ ສອງຊາດ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ ໂດຍສະເພາະ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຈີນ. ພິເສດ, ປີ 2026 ນີ້ ແມ່ນປີທີ່ມີຄວາມໝາຍຄວາມສຳຄັນ ຊຶ່ງເປັນປີຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ, ກະຊວງການຕ່າງປະເທດລາວ ມີຄວາມຍິນດີທີ່ຈະສືບຕໍ່ປະສານສົມທົບຢ່າງໃກ້ຊິດກັບຝ່າຍຈີນ ກໍຄື ສະຖານທູດຈີນ ໃນການຈັດກິດຈະກໍາຕ່າງໆ ເພື່ອສະເຫລີມສະຫລອງວັນດັ່ງກ່າວ ໃຫ້ມີບັນຍາກາດຄຶກຄື້ນ ແລະ ມີເນື້ອໃນ. ພ້ອມນີ້, ສະຫາຍ ຮອງນາຍົກລັດ ຖະມົນຕີ ທອງສະຫວັນ ພົມວິຫານ ຍັງໄດ້ຕາງໜ້າໃຫ້ພັກ-ລັດ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ມາຍັງ ພັກ-ລັດ ແລະ ປະຊາຊາຊົນຈີນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫລືອ ສປປ ລາວ ຕະຫລອດມາ.
ໃນຕອນທ້າຍ, ສະຫາຍ ເອກອັກຄະລັດຖະທູດ ນາງ ຟາງ ຫົງ ໄດ້ຢືນຢັນຄືນວ່າ ຈະຮ່ວມເຮັດວຽກຢ່າງໃກ້ ຊິດກັບຝ່າຍລາວ ເພື່ອສືບຕໍ່ຜັນຂະຫຍາຍການຕົກລົງຂອງການນໍາຂັ້ນສູງຂອງສອງຝ່າຍ ກໍຄື ການເສີມຂະຫຍາຍ ສາຍພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງສອງຊາດ ຕາມທິດ 4 ດີ ແລະ ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ໃຫ້ໝັ້ນຄົງຂະໜົງແກ່ນ ແລະ ສືບຕໍ່ຈະເລີນງອກງາມຍິ່ງໆຂຶ້ນໄປ.

