ໃນຕອນແລງວັນທີ 23 ມີນາ 2026, ທີ່ກະຊວງການຕ່າງປະເທດ, ສະຫາຍ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ເຂົ້າອວຍພອນ ແລະ ຊົມເຊີຍ ເນື່ອງໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງເປັນຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.
ໃນໂອກາດນີ້, ສະຫາຍເອກອັກຄະລັດຖະທູດ ຫງວຽນ ມິງ ເຕິມ ໄດ້ສະແດງຄວາມຊົມເຊີຍຢ່າງຈິງໃຈ ທີ່ການສະເໜີແຕ່ງຕັ້ງ ສະຫາຍ ທອງສະຫວັນ ພົມວິຫານ ເປັນຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຖືກຮັບຮອງເອົາ ໂດຍກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນຕອນເຊົ້າວັນທີ 23 ມີນາ 2026 ນີ້. ພ້ອມກັນນີ້, ສະຫາຍ ເອກອັກຄະລັດຖະທູດ ກໍໄດ້ນໍາເອົາໂທລະ ເລກຊົມເຊີຍຂອງບັນດາສະຫາຍການນໍາຂັ້ນສູງຂອງ ສສ ຫວຽດນາມ ເຖິງບັນດາສະຫາຍການນໍາຂັ້ນສູງຂອງ ສປປ ລາວ ມາມອບໃຫ້ ສະຫາຍຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ອີກດ້ວຍ.

ໃນໂອກາດດຽວກັນນີ້, ສະຫາຍຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ກໍໄດ້ສະແດງຄວາມ ຂອບໃຈຢ່າງຈິງໃຈ ມາຍັງ ສະຫາຍ ຫງວຽນ ມິງ ເຕິມ ພ້ອມດ້ວຍບັນດາພະນັກງານສະຖານທູດ ທີ່ມາສະແດງ ຄວາມຊົມເຊີຍ ແລະ ອວຍພອນດ້ວຍຕົນເອງ ກໍຄື ການນໍາເອົາໂທລະເລກອວຍພອນຂອງບັນດາສະຫາຍການນໍາ ພັກ-ລັດຫວຽດນາມ ເຖິງບັນດາສະຫາຍການນໍາພັກ-ລັດລາວ, ສິ່ງເຫລົ່ານີ້ເປັນການສະແດງໃຫ້ເຫັນເຖິງ ສາຍພົວ ພັນມິດຕະ ພາບພິເສດອັນສະໜິດສະໜົມ ລະຫວ່າງ ສອງຊາດ ໂດຍສະເພາະ ແມ່ນຄວາມສາມັກຄີ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ກໍຄື ສະຖານທູດຫວຽດນາມ ປະຈຳ ສປປ ລາວ. ພ້ອມດຽວ ກັນນີ້, ສະຫາຍຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ກໍໄດ້ສະແດງຄວາມຊົມເຊີຍຕໍ່ການປະກອບ ສ່ວນຢ່າງຕັ້ງໜ້າຂອງ ສະຫາຍເອກອັກຄະລັດຖະທູດ ຫງວຽນ ມິງ ເຕິມ ແລະ ພະນັກງານສະຖານທູດທຸກສະຫາຍ ລວມເຖິງການຮ່ວມມື ແລະ ປະສານງານກັນຢ່າງໃກ້ຊິດ ແລະ ມີປະສິດທິພາບສູງ ລະຫວ່າງ ກະຊວງການຕ່າງ ປະເທດລາວ ກັບສະຖານທູດຫວຽດນາມ ໃນໄລຍະຜ່ານມາ ຊຶ່ງສາມາດຊຸກຍູ້ສົ່ງເສີມການພົວພັນຮ່ວມມືອັນເປັນ ມູນເຊື້ອທີ່ດີລະຫວ່າງສອງປະເທດ ໃຫ້ນັບມື້ນັບມີການພັດທະນາເຂົ້າສູ່ລວງເລິກ ໂດຍສະເພາະ ແມ່ນການເປັນເສ ນາທິການໃຫ້ແກ່ການນໍາຂັ້ນສູງຂອງສອງປະເທດ. ພິເສດ, ສະຫາຍຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ຍັງໄດ້ຕາງໜ້າໃຫ້ພັກ-ລັດ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ການຊ່ວຍເຫລືອອັນລໍ້າຄ່າ, ທັນການ ທີ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ມີໃຫ້ ພັກ, ລັດ ແລະ ປະຊາຊົນ ລາວ ຕະຫລອດມາ.

ໃນຕອນທ້າຍ, ສະຫາຍ ເອກອັກຄະລັດຖະທູດ ຫງວຽນ ມິງ ເຕິມ ໄດ້ຢືນຢັນຄືນວ່າ ຈະເຮັດສຸດຄວາມສາມາດຂອງຕົນ ເພື່ອເປັນຂົວຕໍ່ໃນການຜັນຂະຫຍາຍການຕົກລົງຂອງການນໍາຂັ້ນສູງຂອງສອງຝ່າຍ ກໍຄືການເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະ ສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງໃຫ້ແໜ້ນແຟ້ນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ.

