ໃນວາລະດຳເນີນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 23 ມີນາ 2026, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ສະເໜີທິດທາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ຫລັງຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນ ໃສ່ບົດລາຍງານດັ່ງກ່າວ ຊຶ່ງໂດຍລວມແລ້ວ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ທີ່ລັດຖະບານ ຍາດມາໄດ້ໃນໄລຍະ 5 ປີຜ່ານມາ. ຄຽງຄູ່ກັນນີ້, ຍັງມີ ສສຊ ບາງເຂດເລືອກຕັ້ງ ສະເໜີໃຫ້ລັດຖະບານ ສືບຕໍ່ແກ້ໄຂຫລາຍບັນຫາສຳຄັນ ໂດຍສະເພາະ ທ່ານ ໄຊຍະເດດ ຜຸຍຍະວົງ ສສຊ ເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ສະເໜີໃຫ້ລັດຖະບານ ສືບຕໍ່ແກ້ໄຂ, ພັດທະນາດ້ານການສຶກສາໃນເຂດຫ່າງໄກສອກຫລີກ, ບັນຫາອັດຕາແລກປ່ຽນ, ອັດຕາເງິນເຟີ້ ແລະ ບັນຫາລາຄານ້ຳມັນແພງ ທີ່ມີທ່າອ່ຽງເພີ່ມຂຶ້ນສູງໃນປັດຈຸບັນ.
ທ່ານ ໄຊຍະເດດ ຜຸຍຍະວົງ ໄດ້ສະເໜີໃຫ້ລັດຖະບານ ກໍຄື ກະຊວງສຶກສາທິການ ແລະ ກິລາ ລົງເລິກຄົ້ນຄວ້ານະໂຍບາຍສະເພາະຕໍ່ກັບການພັດທະນາດ້ານການສຶກສາ ໃນເຂດຊົນນະບົດຫ່າງໄກສອກຫລີກ ເພື່ອຫລຸດ ຜ່ອນຄວາມແຕກໂຕນ ລະຫວ່າງໃນຕົວເມືອງ ແລະ ເຂດຊົນນະບົດ, ຖືໂອກາດເອົາການສ້າງຕັ້ງຕາແສງ ໂຮມໂຮງ ຮຽນເຂົ້າກັນ ໃຫ້ກາຍເປັນໂຮງຮຽນໃຫຍ່ ທີ່ມີອຸປະກອນການຮຽນ-ການສອນທີ່ທັນສະໄໝ, ມີຄູ-ອາຈານທີ່ພຽງພໍ, ມີລະບອບປະຊຸມ-ເຮັດວຽກເປັນໝູ່ຄະນະ ແລະ ມີໜ່ວຍພັກຊີ້ນຳຄັກແນ່, ຫລີກລ່ຽງການສິດສອນໂຮງຮຽນໜຶ່ງມີຄູພຽງໜຶ່ງຄົນ. ທັງນີ້, ກໍເພື່ອແນໃສ່ສ້າງໂຮງຮຽນໃຫ້ເປັນສະຖານທີ່ປອດໄພ, ມີຄວາມອົບອຸ່ນ ແລະ ມີລະບົບຂົນສົ່ງນັກຮຽນໄປຮຽນລວມສູນຢູ່ຈຸດດຽວ. ສ່ວນການສຶກສາຢູ່ໃນຕົວເມືອງໃຫຍ່ ເຫັນວ່າມີການພັດທະນາດີ, ມີມາດຕະ ຖານບໍ່ດ້ອຍໜ້າສາກົນ ແຕ່ສະເໜີໃຫ້ສືບຕໍ່ພັດທະນາໄປເລື້ອຍໆ.
ທ່ານ ໄຊຍະເດດ ຜຸຍຍະວົງ ຍັງໄດ້ສະເໜີໃຫ້ລັດຖະບານ ກໍຄື ພາກສ່ວນກ່ຽວຂ້ອງ ສືບຕໍ່ຄວບຄຸມອັດຕາເງິນເຟີ້ ແລະ ກຳນົດນະໂຍບາຍດ້ານດອກເບ້ຍທະນາຄານ ໃຫ້ຢູ່ໃນລະດັບດຽວກັບປະເທດເພື່ອນບ້ານ ເຊັ່ນ: ສສ ຫວຽດນາມ ແລະ ປະເທດໄທ ເພື່ອໃຫ້ຕົ້ນທຶນການຜະລິດມີຄວາມໃກ້ຄຽງກັນ ແລະ ສາມາດແຂ່ງຂັນດ້ານລາຄາສິນຄ້າ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ການຈັດຕັ້ງປະຕິບັດນະໂຍບາຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ແນໃສ່ກະຕຸກຊຸກຍູ້ໃຫ້ພາກເອກກະຊົນ ສາມາດດຳເນີນທຸລະກິດໄດ້ຢ່າງຄ່ອງຕົວ, ແກ້ໄຂປັນຫາໜີ້ສິນ (NPL), ບຳລຸງສ້າງຖານລາຍຮັບງົບປະມານ ກໍຄື ສົ່ງເສີມ MSMEs ເພື່ອເປັນການສ້າງວຽກເຮັດງານທຳ ແລະ ແກ້ໄຂຄວາມທຸກຍາກໃຫ້ສັງຄົມ. ພ້ອມນີ້, ທ່ານຍັງໄດ້ສະເໜີລັດຖະບານພິຈາລະນາ ກຳນົດນະໂຍບາຍພິເສດ ຊ່ວຍ ເຫລືອປະຊາຊົນທີ່ເຮັດການຜະລິດກະສິກຳ ເພື່ອໃຫ້ການຜະລິດມີຄວາມຕໍ່ເນື່ອງ ແລະ ເພື່ອສະກັດກັ້ນບໍ່ໃຫ້ລາຄາເຂົ້າປາອາຫານຖີບຕົວຂຶ້ນສູງເກີນໄປ ຊຶ່ງຈະສົ່ງຜົນກະທົບໃນວົງກວ້າງຕໍ່ສັງຄົມ.
ຄຽງຄູ່ກັນນີ້, ທ່ານ ໄຊຍະເດດ ຜຸຍຍະວົງ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ລັດຖະບານ ທີ່ໄດ້ເອົາໃຈໃສ່ ແລະ ມີຄວາມພະຍາຍາມ ສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍປະການໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ໃນທ່າມກາງທີ່ສະພາບການທາງດ້ານ ການເມືອງ, ເສດຖະກິດ-ການເງິນ ຂອງພາກພື້ນ ແລະ ສາກົນ ມີການຜັນແປຢ່າງສັບສົນ, ການປ່ຽນແປງດິນຟ້າອາກາດ ສະພາບຄວາມຫຍຸ້ງຍາກພາຍໃນ, ແຕ່ພາຍໃຕ້ການນໍາພາ-ຊີ້ນໍາຂອງສູນກາງພັກ ຢ່າງໃກ້ຊິດແທດເຖິງ ແລະ ຜ່ານການຕິດຕາມກວດກາຂອງສະພາແຫ່ງຊາດ ຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງ ລັດຖະບານ ໃນໄລຍະຜ່ານມາ ສາມາດບັນລຸໄດ້ຜົນສໍາເລັດອັນສໍາຄັນ ແລະ ພົ້ນເດັ່ນກວ່າໝູ່ແມ່ນ ສາມາດຮັກສາໄດ້ສະຖຽນລະພາບທາງດ້ານເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງ ແລະ ປ່ຽນແປງ, ພື້ນຖານໂຄງລ່າງກໍໄດ້ຮັບການປັບປຸງໃຫ້ດີຂຶ້ນ, ເຮັດໃຫ້ເສດຖະກິດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ອື່ນໆ.

