ຫ້ອງວ່າການສູນກາງພັກ ຈັດພິທີວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫລໍ່ຂອງ ປະທານ ໄກສອນ ພົມວິ ຫານ ໃນວັນທີ 24 ມີນາ 2026 ເນື່ອງໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງຫ້ອງວ່າການສູນກາງພັກ ຄົບຮອບ 71 ປີ (24 ມີນາ 1955-24 ມີນາ 2026) ນໍາພາໂດຍ ສະຫາຍ ເພັດ ພົມພີພັກ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ມີຄະນະພັກ, ພະນັກງານນໍາພາ ຫລັກແຫລ່ງທົ່ວຫ້ອງວ່າການສູນກາງພັກ.
ການນໍາເອົາກະຕ່າດອກໄມ້ມາວາງຕໍ່ໜ້າຮູບປັ້ນຫລໍ່ຂອງປະທານ ໄກສອນ ພົມວິຫານ ກໍເພື່ອສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນຕໍ່ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ດີເດັ່ນ ແລະ ເຄົາລົບຮັກຂອງພັກ-ລັດ ແລະ ປວງຊົນລາວທັງຊາດ, ເປັນຜູ້ຈັດຕັ້ງນໍາພາພາລະກິດປະຕິວັດອັນຍິ່ງໃຫຍ່ ຂອງປະເທດເຮົາ ຈາກໄຊຊະນະນີ້ສູ່ໄຊຊະນະໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າ, ສ້າງປະຖົມປັດໄຈກ້າວຂຶ້ນສັງຄົມນິຍົມຢ່າງໜັກແໜ້ນ.

ໃນບັນຍາກາດທີ່ເຕັມໄປດ້ວຍຄວາມໝາຍສໍາຄັນຍິ່ງ ແລະ ຢືນຢູ່ຕໍ່ໜ້າຮູບປັ້ນຫລໍ່ທີ່ສັກກາລະບູຊາຂອງປະທານ ໄກສອນ ພົມວິຫານ ທີ່ເຄົາລົບຮັກ, ຄະນະນໍາຕະຫລອດຮອດພະນັກງານ-ລັດຖະກອນທຸກທົ່ວໜ້າຂອງຫ້ອງວ່າການສູນກາງພັກ ຂໍສະແດງຄວາມເຄົາລົບຮັກ, ຮູ້ບຸນຄຸນຢ່າງສູງ ແລະ ຈາລຶກຊື່ສຽງຮຽງນາມ, ຄຸນງາມຄວາມ ດີ, ແບບຢ່າງອັນປະເສີດເລີດລໍ້າຂອງປະທານ ໄກສອນພົມວິຫານ ໄວ້ໃນດວງໃຈຕະຫລອດກາລະນານ.

