Homeຂ່າວໜ້າໜຶ່ງສພຊ ສະເໜີໃຫ້ລັດຖະບານ ຄົ້ນຄວ້ານະໂຍບາຍດຶງດູດແຮງງານລາວເຂົ້າໃນໂຄງການກໍ່ສ້າງທາງລົດໄຟລາວ-ຫວຽດນາມ

ສພຊ ສະເໜີໃຫ້ລັດຖະບານ ຄົ້ນຄວ້ານະໂຍບາຍດຶງດູດແຮງງານລາວເຂົ້າໃນໂຄງການກໍ່ສ້າງທາງລົດໄຟລາວ-ຫວຽດນາມ

ໃນວາລະດໍາເນີນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ວັນທີ 24 ມີນາ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊະຍະຈັກ ຮອງປະທານສະພາແຫ່ງຊາດ, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈໍາສະພາແຫ່ງຊາດ ປະກອບຄໍາເຫັນຕໍ່ບົດລາຍງານກ່ຽວກັບໂຄງການລົງທຶນກໍ່ສ້າງ ເສັ້ນທາງລົດໄຟ ແຕ່ຕົວເມືອງທ່າແຂກ ແຂວງຄໍາມ່ວນ ຫາ ມູຢາ, ຊາຍແດນ ລາວ-ຫວຽດນາມ ດ້ວຍຮູບແບບ ການລົງທຶນກໍ່ສ້າງ, ດຳເນີນງານ ແລະ ມອບໂອນ (BOT) ທີ່ສະເໜີໂດຍ ທ່ານ ຮອງນາຍົກລັດຖະມົນຕີ ຊຶ່ງສະພາແຫ່ງຊາດໄດ້ສະເໜີໃຫ້ລັດຖະບານ ຄົ້ນຄວ້ານະໂຍບາຍແຮງງານ ເພື່ອດຶງດູດແຮງງານລາວເຂົ້າໃນການຮັບໃຊ້ໂຄງການກໍ່ສ້າງລົດໄຟດັ່ງກ່າວ ເພື່ອຫລຸດຜ່ອນແຮງງານລາວໄປອອກແຮງງານຢູ່ຕ່າງປະ ເທດ.

ທ່ານ ວິໄລວົງ ບຸດດາຄໍາ ໄດ້ໃຫ້ຮູ້ວ່າ: ໃນນາມຄະນະປະຈຳສະພາແຫ່ງຊາດ ຊຸດທີ X ແມ່ນເຫັນດີຮັບຮອງເອົາດ້ານຫລັກການແບບມີເງື່ອນໄຂ ໂດຍໃຫ້ລັດຖະບານເຈລະຈາ ແລະ ເຊັນສັນຍາສຳປະທານໂຄງການ ແລະ ພາຍຫລັງເຊັນສັນຍາແລ້ວ ຕ້ອງຮ່າງເອກະສານຊ້ອນທ້າຍ ຈໍານວນ 29 ສະບັບ ໃຫ້ສໍາເລັດ ພາຍໃນ 6 ເດືອນ. ເຖິງຢ່າງໃດກໍຕາມ ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໃຫ້ມີປະສິດທິພາບ, ປະສິດທິຜົນສູງ ແລະ ຮັບປະກັນຜົນປະໂຫຍດສູງສຸດໃຫ້ ແກ່ປະເທດຊາດ ກໍຄື ການເກັບລາຍຮັບໃຫ້ລັດຖະບານ ຄະນະປະຈຳສະພາແຫ່ງຊາດ ຂໍສະເໜີໃຫ້ລັດຖະບານ ຊີ້ນໍາຄະນະເຈລະຈາ ຫລື ຄະນະຮັບຜິດຊອບໂຄງການກວດກາຄືນຮ່າງສັນຍາສໍາປະທານໃຫ້ລະອຽດ, ຮັດກຸມ, ບໍ່ໃຫ້ລັດພວກເຮົາເສຍປຽບຄ້າຍຄືກັບໂຄງການອື່ນໆ ແລະ ໃຫ້ຖືເອົາພາສາລາວເປັນຫລັກ. ພ້ອມທັງ, ສະເໜີໃຫ້ລັດຖະບານ ແຕ່ງຕັ້ງຄະນະຮັບຜິດຊອບຄົ້ນຄວ້າ ເອກະສານຊ້ອນທ້າຍ 29 ສະບັບ ໃຫ້ມີຄວາມຊັດເຈນ, ຮັດກຸມ ແລະ ສະເໜີໃຫ້ມີທີ່ປຶກສາທາງດ້ານກົດໝາຍເບື້ອງລັດຖະບານ ໃນການຕີຄວາມໝາຍ ເນື້ອໃນຮ່າງສັນຍາ ແລະ ເນື້ອໃນເອກະສານທີ່ຕິດພັນກັບສັນຍາສໍາປະທານ ເພື່ອຮັບປະກັນດ້ານເນື້ອໃນໃຫ້ມີຄວາມລະອຽດຈະແຈ້ງ, ຮັດກຸມ ແລະ ສຳເລັດຕາມເວລາທີ່ກໍານົດ; ສະເໜີໃຫ້ລັດຖະບານເອົາໃຈໃສ່ ຕໍ່ວຽກງານການຊົດເຊີຍຜົນກະທົບໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການ ຕ້ອງມີການສຶກສາ, ເກັບກຳ ແລະ ປະເມີນຜົນກະທົບຢ່າງລະອຽດຮອບຄອບ ແລະ ຄົບຖ້ວນ ຕໍ່ຜົນກະທົບດ້ານເສດຖະກິດ, ວັດທະນາທຳ- ສັງຄົມ ແລະ ສິ່ງແວດລ້ອມ ເປັນຕົ້ນ ເນື້ອທີ່ດິນ, ສິ່ງປຸກສ້າງ ແລະ ຜົນລະປູກທີ່ນອນໃນແລວທາງລົດໄຟ (Setting Out/Red Zone); ເນື້ອທີ່ດິນ, ສິ່ງປຸກສ້າງ ແລະ ຜົນລະປູກ ນອກແລວທາງລົດໄຟ ແຕ່ມີຜົນກະທົບຈາກການກໍ່ສ້າງ (Effected Areas); ການແກ້ໄຂເນື້ອທີ່ດິນເຫລືອ ທີ່ເຈົ້າຂອງດິນ ບໍ່ສາມາດນໍາໃຊ້ໄດ້ (ດິນເຫລືອໜ້ອຍ), ດິນບໍ່ມີທາງເຂົ້າ-ອອກ. ພ້ອມກັນນັ້ນ, ລາຄາຫົວໜ່ວຍຊົດເຊີຍຕ້ອງກຳນົດໃຫ້ລະອຽດ ແລະ ສົມເຫດສົມຜົນບໍ່ໃຫ້ຜູ້ຖືກຜົນກະທົບອັບປະໂຫຍດ ແລະ ບໍ່ໃຫ້ລາຄາຫົວໜ່ວຍຫລຸດໂຕນກັນຫລາຍກັບລາຄາຫົວໜ່ວຍຕາມທ້ອງຕະຫລາດ ໃຫ້ຈ່າຍຄ່າຊົດເຊີຍໃຫ້ສຳເລັດກ່ອນການຈັດຕັ້ງປະຕິບັດການກໍ່ສ້າງ; ສໍາລັບ ທາງເຂົ້າ-ອອກ ສະຖານີຂົນສົ່ງ ໂດຍສານ ແລະ ສິນຄ້າ ຕ້ອງໄດ້ສຶກສາສໍາຫລວດ-ອອກແບບ, ກໍ່ສ້າງ ແລະ ຊົດເຊີຍໃຫ້ສໍາເລັດ ຈຶ່ງໃຫ້ຈັດຕັ້ງປະຕິບັດໂຄງການ (ຕົວຢ່າງ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ). ພ້ອມກັນນັ້ນ, ສະເໜີໃຫ້ຄົ້ນຄວ້າກ່ຽວກັບຈຸດຖິ້ມສິ່ງເສດເຫລືອ ທີ່ຂົນດິນ ຫລື ຫີນ ແລະ ອື່ນໆ ອອກຈາກ ເຂດກໍ່ສ້າງ ຫລື ອຸມຸງ ໃສ່ດິນເປົ່າວ່າງ ຫລື ດິນປະຊາຊົນ ຕ້ອງໄດ້ຮັບການຍິນຍອມຈາກເຈົ້າຂອງດິນ, ພ້ອມທັງເຮັດບົດບັນທຶກທັງສອງຝ່າຍ ທີ່ມີພາກລັດເປັນພະຍານຮັບຮູ້ນໍາ; ສະເໜີໃຫ້ລັດຖະບານ ຊີ້ນໍາກະຊວງການເງິນ ກຳນົດກົນໄກການຄຸ້ມຄອງ ແລະ ຕິດຕາມກວດກາ ການນໍາເຂົ້າວັດສະດຸ-ອຸປະກອນ ແລະ ພາຫະນະກົນຈັກ ທີ່ນໍາເຂົ້າຊົ່ວຄາວ ແລະ ສິນຄ້າອື່ນ ຢ່າງເຄັ່ງຄັດ ເພື່ອບໍ່ໃຫ້ມີການສວຍໃຊ້ໂອກາດ ແລະ ເປັນຊ່ອງວ່າງ ໃນການນໍາເຂົ້າວັດສະດຸ ແລະ ກົນຈັກ ແລ້ວນໍາໄປໃຊ້ເຂົ້າໃນເປົ້າໝາຍອື່ນຢ່າງບໍ່ຖືກຕ້ອງ. ພາຍຫລັງການກໍ່ສ້າງສໍາເລັດ ຕ້ອງປະຕິບັດຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ຢ່າງເຂັ້ມງວດ ໂດຍກຳນົດໃຫ້ເປັນພັນທະຂອງຜູ້ທີ່ໄດ້ຮັບສຳປະທານຮັບຜິດຊອບໂດຍກົງ ແລະ ກຳນົດໃຫ້ເປັນໜ້າທີ່ຂອງຜູ້ຕາງໜ້າລັດຖະບານ (ຫົວໜ້າໂຄງການ) ຕິດຕາມ, ກວດກາຢ່າງເຂັ້ມງວດ (ບໍ່ປ່ອຍປະໃຫ້ພາຫະນະນໍາເຂົ້າຊົ່ວຄາວມານໍາໃຊ້ ຜິດກົດໝາຍອີກ).

ພ້ອມນີ້, ສະເໜີໃຫ້ລັດຖະບານ ຄົ້ນຄວ້າພິຈາລະນາແບ່ງຄວາມຮັບຜິດຊອບໃຫ້ອົງການປົກຄອງທ້ອງຖິ່ນ ເປັນເຈົ້າການໃນການຄຸ້ມຄອງ, ຕິດຕາມກວດກາ ໃນໄລຍະກໍ່ສ້າງ, ພ້ອມທັງມີກົນໄກການປະສານງານ ຂອງຂະແໜງ ການດຽວກັນ ຫລື ຂະແໜງການທີ່ກ່ຽວຂ້ອງ ລະຫວ່າງຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມກົມກຽວໄປລວງດຽວກັນຫລີກລ່ຽງ ເພື່ອບໍ່ໃຫ້ຖິ້ມຄວາມຮັບຜິດຊອບ ເຊິ່ງກັນ ແລະ ກັນ ເນື່ອງຈາກໂຄງການດັ່ງກ່າວ, ເປັນໂຄງການຂະໜາດໃຫຍ່ ແລະ ມີລັກສະນະຍຸດທະສາດ ການຄົ້ນຄວ້າເນື້ອໃນຮ່າງສັນຍາ ນອກຈາກກະຊວງກ່ຽວຂ້ອງຂອງລັດຖະບານແລ້ວ ຄວນມີຫລາຍພາກສ່ວນເຂົ້າຮ່ວມແຕ່ຫົວທີ ເປັນຕົ້ນ ກຳມາທິການກ່ຽວຂ້ອງຂອງສະພາແຫ່ງຊາດ, ອົງການກວດສອບແຫ່ງລັດ, ອົງການກວດກາແຫ່ງລັດ, ອົງການໄອຍະການປະຊາຊົນສູງສຸດ. ພ້ອມນັ້ນ, ຕ້ອງໄດ້ກຳນົດເອົາໂຄງການນີ້ເປັນໂຄງການເປົ້າໝາຍຕິດຕາມກວດກາ ເລີ່ມແຕ່ຫົວທີ ຕາມດຳລັດ 01/ລບ, ລົງວັນທີ 6 ມັງກອນ 2021 ເພື່ອຮັບປະກັນຄວາມຖືກຕ້ອງ, ໂປ່ງໃສ ແລະ ກວດສອບໄດ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments