Homeຂ່າວໜ້າໜຶ່ງລັດຖະບານກຽມພັດທະນາ ໂຄງການກໍ່ສ້າງທາງລົດໄຟ ລາວ-ຫວຽດນາມ

ລັດຖະບານກຽມພັດທະນາ ໂຄງການກໍ່ສ້າງທາງລົດໄຟ ລາວ-ຫວຽດນາມ

ໂຄງການພັດທະນາເສັ້ນທາງລົດໄຟ ລາວ-ຫວຽດນາມ (ນະຄອນຫລວງວຽງຈັນ ຫາ ທ່າເຮືອຫວຸ່ງອ່າງ ສສ ຫວຽດນາມ) ທີ່ຈະເລີ່ມຈັດຕັ້ງປະຕິບັດ ຖືເປັນໂຄງການຍຸດທະສາດທີ່ສໍາຄັນທາງດ້ານການເຊື່ອມໂຍງເຊື່ອມຈອດຂອງປະເທດ ທີ່ນອນໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ໄລຍະ 2026-2030 ຊຶ່ງເປັນໂຄງການທີ່ລັດຖະບານລາວ ແລະ ຫວຽດນາມ ໃຫ້ການສະໜັບສະໜູນ. ໃນຂະນະທີ່ ລັດຖະບານ ໄດ້ສະເໜີກ່ຽວກັບໂຄງການພັດທະນາເສັ້ນທາງລົົດໄຟ ລາວ-ຫວຽດນາມ ຊ່ວງທີ 1 ແຕ່ຕົວເມືອງທ່າແຂກ ແຂວງຄຳມ່ວນ ຫາ ມູຢາ (ຊາຍແດນລາວ-ຫວຽດນາມ) ຕໍ່ສະພາແຫ່ງຊາດ ໃນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ເພື່ອພິຈາລະນາຮັບຮອງດ້ານຫລັກການ ເພື່ອກ້າວໄປສູ່ການຈັດຕັ້ງປະຕິບັດ ໃຫ້ເປັນຮູບປະທຳ.

ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລາຍງານໃຫ້ຮູ້ໃນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 24 ມີນາ 2026 ນີ້ວ່າ: ໂຄງການທາງລົດໄຟ ລາວ-ຫວຽດນາມ ເລີ່ມຈາກ ນະຄອນຫລວງວຽງຈັນ ຫາ ທ່າເຮືອຫວຸ່ງອ່າງ ສສ ຫວຽດນາມ ມີໄລຍະທາງທັງໝົດປະມານ 562 ກິໂລແມັດ. ໃນນັ້ນ, ໄດ້ແບ່ງອອກເປັນແຕ່ລະຊ່ວງຄື: ຊ່ວງທີ 1A ແຕ່ຕົວເມືອງທ່າແຂກ ຫາ ມູຢາ ຊາຍແດນລາວ-ຫວຽດນາມ ມີຄວາມຍາວ 147 ກິໂລແມັດ, ປັດຈຸບັນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກັບບໍລິສັດປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ ເພື່ອສຶກສາສໍາຫລວດ ແລະ ອອກແບບລະອຽດໂຄງການແລ້ວ; ຊ່ວງທີ 1B ແຕ່ ມູຢາ ແຂວງກວາງບິ່ງ ຫາ ທ່າເຮືອຫວຸ່ງອ່າງ ແຂວງຮ່າຕິ່ງ ໄລຍະທາງ 103 ກິໂລແມັດ, ປັດຈຸບັນ ບໍລິສັດປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກັບ ບໍລິສັດຫຸ້ນສ່ວນກຸ່ມເດວກາ (DEOCA Group Joint Stock Company) ເພື່ອສຶກສາຄວາມເປັນໄປໄດ້ຂອງໂຄງການ ຊຶ່ງກຳລັງດໍາເນີນບັນດາຂະບວນການອະນຸມັດຢູ່ ໃນ ສສ ຫວຽດນາມ ຕາມລະບຽບການ ແລະ ຊ່ວງທີ 2 ແຕ່ ນະຄອນຫລວງວຽງຈັນ ຫາ ຕົວເມືອງທ່າແຂກ ແຂວງຄໍາມ່ວນ ໄລຍະທາງ 312,8 ກິໂລແມັດ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກັບບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວມະຫາຊົນ, ປັດຈຸບັນ ໄດ້ຮັບການເຫັນດີດ້ານຫລັກການ ໃຫ້ຕໍ່ MOU ໂຄງການດັ່ງກ່າວຕື່ມ ເພື່ອໃຫ້ມີເວລາໃນການສຶກສາຄວາມເປັນໄປໄດ້ຢ່າງລະອຽດ ແລະ ຮອບດ້ານ.

ປັດຈຸບັນ, ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ຄົ້ນຄວ້າຮ່າງສັນຍາຮ່ວມກັບຂະແໜງ ການກ່ຽວຂ້ອງ ກໍຄື ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງການເງິນ, ກະຊວງຍຸຕິທຳ, ສະພາແຫ່ງຊາດ, ກະ ຊວງປ້ອງກັນຄວາມສະຫງົບ, ທະນາຄານແຫ່ງ ສປປ ລາວ ແລະ ອົງການປົກຄອງແຂວງຄໍາມ່ວນ. ພ້ອມກັນນີ້, ຍັງໄດ້ມີການແຕ່ງຕັ້ງຄະນະກຳມະການຕ່າງໆ ເພື່ອຊຸກຍູ້ ແລະ ອໍານວຍຄວາມສະດວກການຈັດຕັ້ງປະຕິບັດໂຄງການ.

ໂຄງການກໍ່ສ້າງທາງລົດໄຟ ແຕ່ຕົວເມືອງທ່າແຂກ ແຂວງຄຳມ່ວນ ຫາ ມູຢາ ຊາຍແດນລາວ-ຫວຽດນາມ ໄລຍະທາງ 147 ກິໂລແມັດ ກວມເອົາ 4 ຕົວເມືອງ (ເມືອງທ່າແຂກ ໄລຍະ 26 ກິໂລແມັດ, ເມືອງມະຫາໄຊ 36 ກິໂລແມັດ, ເມືອງຍົມມະລາດ 63 ກິໂລແມັດ ແລະ ເມືອງບົວລະພາ 22 ກິໄລແມັດ), ກວມເນື້ອທີ່ທັງໝົດ 1.628,40 ເຮັກຕາ, ກວມ 48 ບ້ານ 2.210 ຄອບຄົວ ແລະ ມີຕອນດິນ 3.148 ຕອນ. ໂຄງການດັ່ງກ່າວ, ໄດ້ຮັບຮອງມູນຄ່າການຊົດເຊີຍແລ້ວ ຕາມມະຕິຄະນະປະຈຳສະພາປະຊາຊົນແຂວງຄໍາມ່ວນ ແລະ ຂໍ້ຕົກລົງຂອງເຈົ້າ ແຂວງ ວ່າດ້ວຍການນໍາໃຊ້ນະໂຍບາຍວ່າດ້ວຍການທົດແທນຄ່າເສຍຫາຍເນື້ອທີ່ດິນ, ສິ່ງປຸກສ້າງ ແລະ ຜົນລະປູກຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການ, ຄາດຄະເນມູນຄ່າການລົງທຶນທັງໝົດ 1.339 ລ້ານໂດລາສະຫະລັດ ແລະ ມີອາຍຸສຳປະທານ 50 ປີ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments