Homeຂ່າວຕ່າງປະເທດສ.ອາເມລິກາ ສືບຕໍ່ປ່ອຍນໍ້າມັນສຳຮອງ 45,2 ລ້ານຖັງ

ສ.ອາເມລິກາ ສືບຕໍ່ປ່ອຍນໍ້າມັນສຳຮອງ 45,2 ລ້ານຖັງ

ສຳນັກຂ່າວ ອິນໂຟເຄວສ: ກະຊວງພະລັງງານ ສ.ອາເມລິກາ ເປີດເຜີຍວ່າ: ໄດ້ເຮັດສັນຍາປ່ອຍກູ້ນໍ້າມັນດິບຈາກສາງສຳຮອງ ຍຸດທະສາດ (SPR) ຈຳນວນ 45,2 ລ້ານຖັງ (ເມື່ອວັນທີ 20 ມີນາ) ເພື່ອຊ່ວຍຄວບຄຸມລາຄາພະລັງງານທີ່ປັບຕົວສູງຂຶ້ນ.

ມາດຕະການດັ່ງກ່າວ ເປັນສ່ວນໜຶ່ງຂອງຄວາມຮ່ວມມື ຂອງປະເທດສະມາຊິກກະຊວງພະລັງງານ ລະຫວ່າງປະເທດ (IEA) ທີ່ກຽມປ່ອຍນໍ້າມັນລວມ 400 ລ້ານຖັງ ຈາກສາງສຳຮອງ ເພື່ອຫລຸດແຮງກົດດັນ ດ້ານລາຄາອັນເກີດຈາກສົງຄາມລະຫວ່າງ ສ.ອາເມລິກາ-ອີດສະຣາແອນ ກັບ ອີຣານ.

ສ.ອາເມລິກາ ໃຊ້ວິທີປ່ອຍນໍ້າມັນ ໃນຮູບແບບການປ່ອຍກູ້ ໂດຍບໍລິສັດທີ່ໄດ້ຮັບນໍ້າມັນຈະຕ້ອງນໍາເຂົ້າຄືນໃນພາຍຫລັງ, ພ້ອມສ່ວນເພີ່ມ (premium) ຊຶ່ງເປັນແນວທາງທີ່ຊ່ວຍຮັກສາສະຖຽນລະພາບ ຂອງຕະຫລາດ ໂດຍບໍ່ສ້າງພາລະຕໍ່ຜູ້ເສຍພາສີ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments