Homeຂ່າວຕ່າງປະເທດຈີນ ຈະເພີ່ມທະນາຄານ ອີກ 12 ແຫ່ງເຂົ້າຮ່ວມທຸລະກຳເງິນຢວນ ດີຈິຕອນ

ຈີນ ຈະເພີ່ມທະນາຄານ ອີກ 12 ແຫ່ງເຂົ້າຮ່ວມທຸລະກຳເງິນຢວນ ດີຈິຕອນ

ສຳນັກຂ່າວອິນໂຟເຄວສ: ຈີນ ກຽມອະນຸຍາດໃຫ້ທະນາຄານເພີ່ມອີກ 12 ແຫ່ງ ເຂົ້າດຳເນີນທຸລະກຳ ກ່ຽວກັບເງິນຢວນດີຈີຕອນ ເພື່ອເລັ່ງຊຸກຍູ້ການໃຊ້ງານສະກຸນເງິນດີຈີຕອນ, ຊຶ່ງເປັນແນວທາງທີ່ແຕກຕ່າງຢ່າງຊັດເຈນຈາກ ສ.ອາເມລິກາ.

ທະນາຄານ 12 ແຫ່ງທີ່ຖືກຄັດເລືອກໂດຍທະນາຄານກາງຈີນ ຈະເຂົ້າມາເພີ່ມຈາກທະນາຄານ 10 ແຫ່ງ ທີ່ໄດ້ຮັບອະນຸຍາດ ຢູ່ກ່ອນໜ້ານີ້, ກຸ່ມທະນາຄານໃໝ່ນີ້ ລວມມີ: Shanghai Pudong Development Bank, China Everbright Bank ແລະ Bank of Ningbo.

ເຖິງວ່າຈີນ ເປີດຕົວເງິນຢວນ ດີຈີຕອນ ຕັ້ງແຕ່ປີ 2019 ແຕ່ການຊຸກຍູ້ ໃຫ້ເຂົ້າສູ່ການໃຊ້ງານໃນເສດຖະກິດ ຍັງເປັນໄປແບບຂ້ອນຂ້າງຊ້າ, ເນື່ອງຈາກຜູ້ບໍລິໂພກສ່ວນໃຫຍ່ສາມາດເຮັດທຸລະກຳເອເລັກໂຕຣນິກ ໄດ້ຢ່າງສະດວກ ແລະ ມີຕົ້ນທຶນຕໍ່າຢູ່ແລ້ວຜ່ານແພລດຟອມຣ ເຊັ່ນ: Alipay ແລະ WeChat Pay .

ເຈົ້າໜ້າທີ່ ໃນອຸດສາຫະກຳ ແລະ ນັກວິເຄາະ ລະບຸວ່າ ການໃຊ້ງານເງິນດີຈິຕອນ ອາດຂະຫຍາຍໄປ ສູ່ການຊໍາລະເງິນຂ້າມຊາຍແດນ, ຊຶ່ງຊ່ວຍໃຫ້ສາມາດເຮັດທຸລະກຳ ລະຫວ່າງປະເທດ ໂດຍບໍ່ຕ້ອງເພິ່ງງພາ ລະບົບການເງິນ ທີ່ໃຊ້ເງິນໂດລາສະຫະລັດ ເປັນຫລັກຂອງໂລກຕາເວັນຕົກ ລວມເຖິງເຄື່ອງມືທີ່ກ່ຽວຂ້ອງເຊັ່ນ ເຄື່ອຂ່າຍ SWIFT.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments