ຕອນແລງວັນທີ 23 ມີນາ 2026 ນີ້, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໃນນາມຮອງປະທານຜູ້ປະຈຳການ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນດກາງ(ຄພສ) ໄດ້ລົງພື້ນທີ່ຕິດຕາມ ແລະ ຊີ້ນຳການຊ່ວຍເຫລືອ ປະຊາຊົນທີ່ໄດ້ຮັບຜົນກະທົບຈາກພະຍຸໝາກເຫັບ ໃນວັນທີ 22 ມີນາ 2026 ຢູ່ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ຢ່າງຮີບດ່ວນ.

ປະຊາຊົນທີ່ໄດ້ຮັບຜົນກະທົບຈາກພະຍຸໝາກເຫັບ ຢູ່ເມືອງສີໂຄດຕະບອງ ໃນຄັ້ງນີ້, ຕາມຂໍ້ມູນເບື້ອງຕົ້ນ ໄດ້ຮັບຜົນກະທົບ 5 ບ້ານ, ເຮືອນປະຊາຊົນເສຍຫາຍລວມກວ່າ 2.000 ຄອບຄົວ, ໂຮງຮຽນ 4 ແຫ່ງ, ວັດ 1 ແຫ່ງ ແລະ ຫ້ອງການບ້ານ 1 ຫລັງ ໄດ້ຮັບຄວາມເສຍຫາຍ. ໃນນັ້ນ, ບ້ານວຽງຄຳ ແລະ ບ້ານ ຈັນສະຫວ່າງ ໄດ້ຮັບຜົນກະທົບໜັກທີ່ສຸດ ໂດຍມີເຮືອນປະຊາຊົນເສຍຫາຍບ້ານລະກວ່າ 1.000 ຄອບຄົວ, ບ້ານ ໂພນສົມບູນ 100 ກວ່າຄອບຄົວ, ບ້ານ ໜອງດາ ແລະ ບ້ານ ຕາດທອງ ບ້ານລະ 6 ຄອບຄົວ.

ໂອກາດນີ້, ທ່ານ ໂພໄຊ ໄຊຍະສອນ ໄດ້ມອບເຄື່ອງບັນເທົາທຸກສຸກເສີນ ເປັຍຕົ້ນ ເຂົ້າສານ 20 ໂຕນ, ເຄື່ອງໃຊ້ຄົວເຮືອນ, ເຄື່ອງສຸຂະອະນາໄມ, ມຸ້ງ 1.000 ຜືນ ແລະ ສາດຢາງ 1.000 ຜືນ, ລວມມູນຄ່າການຊ່ວຍເຫລືອ 1,4 ຕື້ກວ່າກີບ. ພ້ອມນີ້, ທ່ານລັດຖະມົນຕີ ຍັງໄດ້ເນັ້ນໜັກໃຫ້ກອງເລຂາ ຄພສ ປະສານງານກັບອົງການຄູ່ຮ່ວມພັດທະນາ ເພື່ອລະດົມທຶນຈັດຫາວັດຖຸອຸປະກອນກໍ່ສ້າງ ເຊັ່ນ: ຕະປູ, ສັງກະສີ ເພື່ອສ້ອມແປງທີ່ຢູ່ອາໄສໃຫ້ປະຊາຊົນໂດຍໄວ.
ສໍາລັບໄລຍະຍາວ, ກົມສັງຄົມສົງເຄາະຈະຮ່ວມກັບທ້ອງຖິ່ນ ວາງແຜນຟື້ນຟູຊີວິດການເປັນຢູ່ໃຫ້ກັບສູ່ສະພາບປົກກະຕິ ໂດຍເນັ້ນໃສ່ການຊ່ວຍເຫລືອແບບເຈາະຈົງເຖິງແຕ່ລະຄອບຄົວ.
ຂ່າວ-ພາບ: ກະຊວງ ຮສສ

