ໃນວາລະດຳເນີນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 23 ມີນາ 2026 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ສະເໜີໂຄງປະກອບກົງຈັກລັດຖະບານ, ເປົ້າໝາຍແຕ່ງຕັ້ງຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ຊຸດທີ X. ຫລັງຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນ ແລະ ລົງຄະແນນສຽງຮັບຮອງເອົາ ດ້ວຍຄະແນນສຽງເຫັນດີເປັນສ່ວນຫລາຍ.
ຄະນະລັດຖະບານ ຊຸດທີ X ປະກອບມີ 13 ກະຊວງ ແລະ 2 ອົງການທຽບເທົ່າກະຊວງ ໃນນັ້ນ, ສະພາແຫ່ງຊາດ (ສພຊ) ກໍຄື ສະມາຊິກສະພາແຫ່ງຊາດ ຊຸດທີ X ໄດ້ເຫັນດີເປັນເອກະພາບຮັບ ຮອງເອົາ ທ່ານ ສະເຫລີມໄຊ ກົມມະສິດ ເປັນຮອງນາຍົກລັດຖະມົນຕີ, ຜູ້ປະຈຳການ; ທ່ານ ຄໍາພັນ ພົມມະທັດ ເປັນຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງຍຸຕິທຳ; ທ່ານ ທອງສະລິດ ມັງໜໍ່ເມກ ເປັນຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ; ທ່ານ ພົນເອກ ຄໍາລຽງ ອຸທະໄກສອນ ເປັນຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງ ປ້ອງກັນປະເທດ; ທ່ານ ສັນຕິພາບ ພົມວິຫານ ເປັນຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງການເງິນ; ທ່ານ ທອງສະຫວັນ ພົມວິຫານ ເປັນຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ; ທ່ານ ນາງ ບຸນຄໍາ ວໍລະຈິດ ເປັນຜູ້ວ່າການທະນາຄານແຫ່ງ ສປປ ລາວ; ທ່ານ ພົນໂທ ວັນທອງ ກອງມະນີ ເປັນລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ; ທ່ານ ບົວຄົງ ນາມມະວົງ ເປັນລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ; ທ່ານ ນາງ ໃບຄໍາ ຂັດຕິຍະ ເປັນລັດຖະມົນຕີກະຊວງສາທາລະນະສຸກ; ທ່ານ ນາງ ສວນສະຫວັນ ວິຍະເກດ ເປັນລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ; ທ່ານ ໂພໄຊ ໄຊຍະສອນ ເປັນລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ; ທ່ານ ເຫລັກໄຫລ ສີວິໄລ ເປັນລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ; ທ່ານ ມະໄລທອງ ກົມມະສິດ ເປັນລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ; ທ່ານ ລິນຄໍາ ດວງສະຫວັນ ເປັນລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ທ່ານ ສັນຕິສຸກ ສິມມະລາວົງ ເປັນລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ.
ຄະນະລັດຖະບານ ຊຸດທີ X ນີ້, ລ້ວນແລ້ວແຕ່ໄດ້ຮັບການຝຶກຝົນຫລໍ່ຫລອມ, ຜ່ານການທົດສອບຈາກວຽກງານຕົວຈິງ, ຮັບປະກັນທາງດ້ານມາດຖານ ແລະ ເງື່ອນໄຂຕ່າງໆ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູງ ຂອງພັກ-ລັດ ທັງໄດ້ຜ່ານການຄັດເລືອກຢ່າງເປັນລະບົບມາແລ້ວ ແລະ ເຊື່ອໝັ້ນວ່າ ຈະເປັນກໍາລັງແຮງທີ່ສໍາຄັນຊ່ວຍນາຍົກລັດຖະມົນຕີ ໃນການບໍລິຫານວຽກງານຂອງລັດຖະບານ ໂດຍສະເພາະແມ່ນ ການຈັດຕັ້ງຜັນຂະຫຍາຍມະຕິຂອງກອງປະຊຸມໃຫ່ຍຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030) ແລະ ມະຕິຂອງກອງປະຊຸມສະພາແຫ່ງຊາດ ໃນແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ.

