ໂດຍປະຕິບັດຕາມການມອບໝາຍ ຈາກຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໃນວັນທີ 18 ມີນາ 2026 ຜ່ານມາ, ທ່ານ ບຸນເຫລືອ ພັນດານຸວົງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ພົບປະຜ່ານກອງປະຊຸມທາງໄກກັບ ທ່ານ ນາງ ໂອນກາ ເຈໂມດານນົບວາ (Olga Chemdanova) ປະທານພັກເບລາຢາຣຸດສ໌ ໂດຍມີ ທ່ານ ອູລັດຊີມີຣ ບາຣາວິກູ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ເບລາຣຸດຊີ ປະຈໍາ ສປປ ລາວ ທີ່ມີສໍານັກງານຕັ້ງຢູ່ ນະຄອນຫລວງຮ່າໂນ້ຍ, ສສ ຫວຽດນາມ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ຂອງທັງສອງຝ່າຍເຂົ້າຮ່ວມ.

ໃນການພົບປະດັ່ງກ່າວ, ທ່ານ ບຸນເຫລືອ ພັນດານຸວົງ ໄດ້ສະແດງຄວາມຍິນດີ ແລະ ເປັນກຽດຢ່າງສູງ ທີ່ໄດ້ພົບປະກັບ ທ່ານ ນາງ ໂອນກາ ເຈໂມດານນົບວາ ປະທານພັກເບລາຢາຣຸດສ໌ ຊຶ່ງເປັນຄັ້ງທໍາອິດທີ່ ສອງພັກ ໄດ້ຈັດການພົບປະຜ່ານກອງປະຊຸມທາງໄກຮ່ວມກັນ ເພື່ອປຶກສາຫາລືກ່ຽວກັບ ການເສີມຂະຫຍາຍການພົວພັນຮ່ວມມືດ້ານພັກ, ທິດທາງແຜນການຮ່ວມມືໃນຕໍ່ໜ້າ ແລະ ບາງບັນຫາທີ່ສອງຝ່າຍ ມີຄວາມສົນໃຈຮ່ວມກັນ. ພ້ອມກັນນັ້ນ, ທ່ານ ບຸນເຫລືອ ພັນດານຸວົງ ກໍໄດ້ສະແດງຄວາມຂອບໃຈ ພັກເບລາຢາຣຸດສ໌ ທີ່ໄດ້ສົ່ງສານຊົມເຊີຍ ໃນໂອກາດວັນສ້າງຕັ້ງ ພັກ ປປ ລາວ ຄົບ ຮອບ 71 ປີ ໃນປີ 2026 ແລະ ໃນໂອກາດການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃນຕົ້ນປີ 2026. ພ້ອມນີ້, ຍັງໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ບົດບາດການນໍາພາ ແລະ ການ ເຄື່ອນໄຫວອັນພົ້ນເດັ່ນທາງດ້ານການເມືອງຂອງພັກເບລາຢາຣຸດສ໌ ຢູ່ພາຍໃນ ເບລາຣຸດຊີ ຕະຫລອດໄລຍະ 3 ປີຜ່ານມາ ແລະ ຜົນສໍາເລັດຂອງການດໍາເນີນກອງປະຊຸມສະພາແຫ່ງຊາດ ທົ່ວເບລາຣຸດຊີ ໃນເດືອນທັນວາ 2025 ທີ່ຜ່ານມາ ແລະ ໄດ້ແຈ້ງໃຫ້ປະທານພັກເບລາຢາຣຸດສ໌ ຊາບກ່ຽວກັບ ພັກ ປປ ລາວ ໂດຍສັງເຂບ, ແນວທາງການຕ່າງປະເທດ, ສະພາບພົ້ນເດັ່ນທາງດ້ານການເມືອງ-ເສດຖະກິດ ຂອງ ສປປ ລາວ, ວຽກງານການທູດປະຊາຊົນ ກໍຄື ສະມາຄົມມິດຕະພາບ ຂອງສອງປະເທດ ແລະ ວຽກງານຊາວໜຸ່ມ. ພ້ອມນີ້, ທ່ານຫົວໜ້າ ຄຕພ ຍັງໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ການຊ່ວຍເຫລືອອັນລໍ້າຄ່າຂອງ ລັດຖະບານ ແລະ ປະຊາຊົນ ເບລາຣຸດຊີ ທີ່ມີຕໍ່ ປະຊາຊົນລາວ ຕະຫລອດໄລຍະຜ່ານມາ ໂດຍສະເພາະດ້ານການສຶກສາ ກໍຄື ການສະໜັບສະໜູນ-ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນເວທີສາກົນ.

ທ່ານ ນາງ ໂອນກາ ເຈໂມດານນົບວາ ກໍໄດ້ສະແດງຄວາມຍິນດີຕໍ່ການຈັດກອງປະຊຸມທາງໄກ ລະຫວ່າງ ສອງພັກ ໃນຄັ້ງນີ້, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ເນື່ອງໃນໂອກາດວັນສ້າງຕັ້ງ ພັກ ປປ ລາວ ຄົບຮອບ 71 ປີ ແລະ ໄດ້ແຈ້ງໃຫ້ຝ່າຍລາວ ຊາບໂດຍຫຍໍ້ກ່ຽວກັບເຫດການທີ່ສໍາຄັນຢູ່ ສ ເບລາຣຸດຊີ ກໍຄື ການດໍາເນີນກອງປະຊຸມສະພາແຫ່ງຊາດ ທົ່ວເບລາຣຸດຊີ ຊຶ່ງໄດ້ມີການຮັບຮອງເອົາ ແຜນພັດທະນາເສດຖະກິດ-ສັງຄົມ ສໍາລັບສົກປີ 2026-2030, ສະພາບລວມ ແລະ ພາລະບົດບາດຂອງ ພັກເບລາຢາຣຸດສ໌, ການພົບປະລະຫວ່າງການນໍາສູງສຸດຂອງ ລາວ-ເບລາຣຸດຊີ ໃນໂອກາດເຂົ້າຮ່ວມກອງປະຊຸມສາກົນ ຢູ່ ສ ຣັດເຊຍ ໃນໄລຍະຜ່ານມາ ຊຶ່ງໄດ້ຢືນຢັນເຖິງສາຍພົວພັນມິດຕະພາບທີ່ມີມູນ ເຊື້ອລະຫວ່າງສອງປະເທດ ກໍຄື ລະຫວ່າງ ພັກ ປປ ລາວ ແລະ ພັກເບລາຢາຣຸດສ໌. ປະທານພັກເບລາຢາຣຸດສ໌ ຍັງໄດ້ຖືໂອກາດນີ້ເຊື້ອເຊີນ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສາກົນ ຄັ້ງທີ 2 ໃນຫົວຂໍ້ “ອະທິປະໄຕຂອງລັດ ແລະ ຫລັກການຂອງການພົວພັນສາກົນ ໃນສະພາບການຂອງໂລກຫລາຍຂົ້ວ ແລະ ຄວາມຫລາກຫລາຍໃນ ສະຕະວັດທີ 21” ທີ່ຈະຈັດຂຶ້ນຢູ່ ສ ເບລາຣຸດຊີ ໃນເດືອນພຶດສະພາ 2026.
ພ້ອມນີ້, ສອງຝ່າຍ ຍັງໄດ້ເຫັນດີເປັນເອກະພາບ ຈະເພີ່ມທະວີການແລກປ່ຽນຄະນະຜູ້ແທນນໍາກັນ ແລະ ພິຈາລະນາການລົງນາມໃນບົດບັນທຶກ ວ່າດ້ວຍການຮ່ວມມື ລະຫວ່າງສອງພັກ ເພື່ອເປັນບ່ອນອີງໃນການເສີມຂະຫຍາຍການຮ່ວມມື ແລະ ປະກອບສ່ວນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ ລາວ-ເບລາຣຸດຊີ ໃຫ້ແໜ້ນແຟ້ນຍິ່ງຂຶ້ນໃນຕໍ່ໜ້າ.
ຂ່າວ-ພາບ: ຄຕພ

