ໃນວາລະດຳເນີນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ວັນທີ 23 ມີນາ 2026 ນີ້, ຄະນະປະຈຳສະພາແຫ່ງຊາດ ໄດ້ຜ່ານໜັງສືສະເໜີເລືອກຕັ້ງເອົາ ທ່ານ ໄພວີ ສີບົວລິພາ ເປັນປະທານສານປະຊາຊົນສູງສຸດ, ທ່ານ ພົນຈັດຕະວາ ນາງ ລີວົງ ລາວລີ ເປັນຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ທ່ານ ວັນໄຊ ພອງສະຫວັນ ເປັນປະທານອົງການກວດກາແຫ່ງລັດ ແລະ ທ່ານ ວຽງທະວີສອນ ເທບພະຈັນ ເປັນປະທານອົງການກວດສອບແຫ່ງລັດ ຕາມຄຳສະເໜີຂອງປະທານປະເທດ. ຫລັງຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ໄດ້ພ້ອມກັນລົງຄະແນນສຽງຮັບຮອງເອົາການເລືອກຕັ້ງດັ່ງກ່າວ, ດ້ວຍຄະແນນສຽງເຫັນດີເປັນສ່ວນຫລາຍ.

ບັນດາທ່ານທີ່ໄດ້ຮັບການເລືອກຕັ້ງຄັ້ງນີ້, ລ້ວນແລ້ວແຕ່ແມ່ນຜູ້ທີ່ມີມາດຕະຖານເງື່ອນໄຂຄົບຖ້ວນ, ມີລະດັບຄວາມຮູ້, ກຳແໜ້ນ ແລະ ສາມາດຫັນແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ ເປັນທິດທາງ, ແຜນການ, ໂຄງການພັດທະນາຂະແໜງການຕົນ; ມີຄວາມຮູ້ເຂົ້າໃຈລະບົບກົດໝາຍຂອງ ສປປ ລາວ ຢ່າງເລິກເຊິ່ງ ແລະ ເຂົ້າໃຈພື້ນຖານກົດໝາຍສາກົນ; ເປັນຜູ້ມີຄວາມບໍລິສຸດສັດຊື່ຕໍ່ພັກ, ຕໍ່ລັດ, ຕໍ່ປະຊາຊົນ ມີຄວາມທ່ຽງທໍາພາວະວິໄສເດັດຂາດເຂັ້ມງວດ ໃນການປົກປ້ອງແນວທາງ, ປົກປ້ອງກົດໝາຍ, ປົກປ້ອງຜົນປະໂຫຍດອັນຊອບທໍາຂອງປະຊາຊົນ, ຂອງປະເທດຊາດ, ຄວາມຍຸຕິທໍາໃນສັງຄົມ ແລະ ມີປະສົບການ, ຜົນສໍາເລັດໃນໜ້າທີ່ຕຳແໜ່ງນໍາພາ-ຄຸ້ມຄອງໃດໜຶ່ງມາແລ້ວ.

ໃນໂອກາດນີ້, ຜູ້ທີ່ໄດ້ຮັບການເລືອກຕັ້ງໃນຄັ້ງນີ້ໄດ້ຜັດປ່ຽນກັນຂຶ້ນຮັບໜ້າທີ່ ໂດຍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງກົມການເມືອງສູນກາງພັກ, ບັນດາສະມາຊິກສະພາແຫ່ງຊາດ ຊຸດທີ X ທີ່ໄດ້ໃຫ້ຄວາມໄວ້ວາງໃຈ ແລະ ມອບໝາຍໜ້າທີ່ອັນສໍາຄັນນີ້, ພ້ອມທັງຢືນຢັນວ່າ: ຈະສຸມທຸກເຫື່ອແຮງ, ສະຕິປັນຍາ, ຄວາມຮູ້ຄວາມສາມາດປະຕິບັດໜ້າທີ່ດ້ວຍຄວາມຊື່ສັດ, ບໍລິສຸດ ແລະ ຍຸຕິທຳ; ອອກແຮງຄົ້ນຄວ້າຮໍ່າຮຽນຍົກລະດັບຄວາມຮູ້ຄວາມສາມາດດ້ານຕ່າງໆ ໃຫ້ສູງຂຶ້ນ.

ເພື່ອສົມຄູ່ກັບໜ້າທີ່ການເມືອງຂອງຕົນ; ຈະຮ່ວມກັບໝູ່ຄະນະ, ປັບປຸງແບບແຜນວິທີເຮັດວຽກ ແລະ ວິທີນຳພາ ພາຍໃນຄະນະພັກ ໃຫ້ຄ່ອງຕົວ, ໂລ່ງລ່ຽນ, ໂປງໃສ່ ແລະ ກວດສອບໄດ້ຕາມເງື່ອນໄຂ ແລະ ສະພາບຕົວຈິງໃນແຕ່ລະໄລຍະໄປພ້ອມກັບຍົກສູງຄວາມຮັບຜິດຊອບໃນໜ້າທີ່ການເມືອງ ແລະ ວຽກງານວິຊາສະເພາະໃຫ້ບັນລຸເປົ້າໝາຍຢ່າງມີຄຸນະພາບສູງ.

