ວິຖີຊີວິດຂອງຊຸມຊົນຊາວຫວຽດນາມ ຢູ່ ສປປ ລາວ, ກິດຈະກຳດ້ານວັດທະນະທຳ ແລະ ຈິດວິນຍານ ມີບົດບາດສຳຄັນຢ່າງຍິ່ງ, ມັນບໍ່ພຽງແຕ່ຕອບສະໜອງຄວາມຕ້ອງການທາງດ້ານຄວາມເຊື່ອຖື, ແຕ່ຍັງເປັນສາຍໃຍເຊື່ອມໂຍງຊຸມຊົນ, ທັງມີສ່ວນຊ່ວຍໃນການຖະນຸຖະໜອມ ແລະ ເຜີຍແຜ່ເອກະລັກຂອງຊາດ ໃນການດຳລົງຊີວິດຢູ່ຕ່າງປະເທດ ໂດຍໃນແຕ່ລະປີ ໄດ້ມີການຈັດກິດຈະກຳຕ່າງໆ ຢ່າງຕໍ່ເນື່ອງ ເຊິ່ງສະທ້ອນໃຫ້ເຫັນເຖິງວິຖີຊີວິດ, ຈິດໃຈທີ່ອຸດົມສົມບູນ ແລະ ຄວາມຜູກພັນຂອງຊຸມຊົນຊາວຫວຽດນາມ ຢູ່ ລາວ ກັບຄຸນຄ່າທາງດ້ານວັດທະນະທຳແບບດັ້ງເດີມ.

ໃນໄລຍະຕົ້ນປີຂອງທຸກໆ ປີກິດຈະກຳສະເຫລີມສະຫລອງບຸນປີໃໝ່ ປະຈໍາປີຊາວຫວຽດນາມ (ບຸນເຕັດ) ໄດ້ຈັດຂຶ້ນຢ່າງຄຶກຄື້ນ ຢູ່ນະຄອນຫລວງວຽງຈັນ ແລະ ໃນຫລາຍທ້ອງຖິ່ນທີ່ມີຊາວຫວຽດ ນາມອາໄສຢູ່ເປັນຈຳນວນຫລາຍ ເຊິ່ງໄດ້ເຕົ້າໂຮມເອົາພໍ່ແມ່ປະຊາຊົນຊາວຫວຽດນາມຕ່າງດ້າວ, ອົງການຈັດຕັ້ງຊຸມຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມ ພຽງ. ນອກຈາກຈະເປັນໂອກາດໃນການພົບປະສັງສັນ ແລະ ແລກປ່ຽນກັນ ແລ້ວ, ຍັງເປັນເວທີທີ່ສະທ້ອນເຖິງຮີດຄອງປະເພນີດັ້ງເດີມ ເຊັ່ນ: ການ ອວຍພອນປີໃໝ່, ການສະແດງສິລະປະ-ວັດທະນະທຳພື້ນເມືອງ ອັນມີສ່ວນ ຊ່ວຍສືບສານເອກະລັກທາງວັດທະນະທຳພາຍໃນຊຸມຊົນ. ຊຸມຊົນຊາວ ຫວຽດນາມ ຢູ່ ລາວ ຈະມີພິທີ ຕາມຮິດຄອງປະເພນີ ໂດຍມີພະສົງສາມະ ເນນ, ພຸດທະສາສະນິກະຊົນ, ຊາວຫວຽດນາມຕ່າງດ້າວ ຕະຫລອດຮອດຕົວ ແທນຈາກອົງການຈັດຕັ້ງຊຸມຊົນ ແລະ ພາກສ່ວນການທູດເຂົ້າຮ່ວມ ຢ່າງ ພ້ອມພຽງ. ພິທີສວດມົນຂໍພອນຕົ້ນປີ ໄດ້ຈັດຂຶ້ນໃນບັນ ຍາກາດທີ່ສະຫງົບ ແລະ ສັກສິດ. ນອກຈາກນີ້, ພາຍໃຕ້ຂອບເຂດຂອງກິດຈະກຳວັດທະນະທຳ ທີ່ຈັດຂຶ້ນເປັນປະຈຳໃນ ໄລຍະຕົ້ນປີແລ້ວ, ຊຸມຊົນຊາວຫວຽດນາມ ຢູ່ ລາວ ຍັງສືບສານການຈັດພິທີອຸທິດ ແລະ ລະນຶກເຖິງວິລະຊົນຂອງ ລາວ ແລະ ຫວຽດນາມ, ກິດຈະກຳດັ່ງກ່າວ ບໍ່ພຽງແຕ່ມີຄວາມໝາຍທາງດ້ານຈິດວິນ ຍານ ເທົ່ານັ້ນ, ແຕ່ຍັງສະທ້ອນເຖິງປະເພນີ, ບຸນຄຸນອັນໃຫຍ່ຫລວງ ຂອງວິ ລະບຸລຸດຮຸ່ນກ່ອນ, ພ້ອມທັງເປັນການຊ່ວຍສຶກສາຮຽນຮູ້ ທາງດ້ານ ປະຫວັດສາດ ແລະ ເສີມສ້າງຈິດສຳນຶກຂອງຊຸມຊົນ ໂດຍສະເພາະແມ່ນ ຊາວໜຸ່ມຫວຽດນາມ ຢູ່ ລາວ. ຄຽງຄູ່ໄປກັບກິດຈະກຳຢູ່ພາຍໃນວັດ, ອົງ ການຈັດຕັ້ງຊຸມຊົນຂອງຊາວຫວຽດນາມ ເຊັ່ນ: ສະມາຄົມຊາວ ຫວຽດນາມ, ສະມາຄົມນັກທຸລະກິດຫວຽດນາມ ຢູ່ ລາວ ຕ່າງກໍມີບົດບາດສຳຄັນໃນ ການມີສ່ວນຮ່ວມ ແລະ ປະສານງານຈັດກິດຈະກຳຊຸມຊົນ, ການມີສ່ວນ ຮ່ວມຢ່າງຕັ້ງໜ້າຂອງອົງການເຫລົ່ານີ້ ໄດ້ກໍໃຫ້ເກີດເປັນເຄືອຂ່າຍກິດ ຈະກຳທາງສັງຄົມ ແລະ ວັດທະນະທຳ ທີ່ມີຄວາມເຊື່ອມໂຍງ ແລະ ຊ່ວຍ ເຫລືອເກື້ອກູນກັນພາຍໃນຊຸມຊົນຊາວຫວຽດນາມ ຢູ່ຕ່າງປະເທດ.

ເຖິງແນວໃດກໍດີ, ການຈັັດກິດຈະກຳດັ່ງກ່າວບໍ່ພຽງແຕ່ຈຳກັດ ຢູ່ໃນ ຊ່ວງຕົ້ນປີເທົ່ານັ້ນ, ແຕ່ຍັງໄດ້ຮັບການ ຈັດຕັ້ງຢ່າງຕໍ່ເນື່ອງຕະຫລອດປີ ຜ່ານໂອກາດສຳຄັນທາງພຸດທະສາສະໜາ, ພິທີລະນຶກ, ການຈຸດທູບບູຊາ ແລະ ພິທີສວດມົນຂໍພອນເປັນໄລຍະ ເຊິ່ງດຶງດູດທັງຊາວຫວຽດນາມ ແລະ ປະຊາຊົນລາວ ເຂົ້າຮ່ວມເປັນຈຳນວນຫລາຍ. ສົ່ງຜົນໃຫ້ຄຸນຄ່າທາງດ້ານ ວັດທະນະທຳ, ຈິດໃຈແຫ່ງຄວາມດີງາມ, ຄວາມກະຕັນຍູ, ຄວາມສາມັກຄີ ແລະ ວິຖີຊີວິດທີ່ປ່ຽມລົ້ນດ້ວຍນ້ຳໃຈ ຍັງຄົງໄດ້ຮັບການຖະນຸຖະໜອມ ແລະ ເຜີຍແຜ່ຢ່າງຕໍ່ເນື່ອງ. ສຳລັບຄົນລຸ້ນໜຸ່ມ, ການໄດ້ມີສ່ວນຮ່ວມ ໂດຍກົງ ໃນເທສະການປະເພນີ, ພິທີກຳທາງສາສະໜາ ແລະ ກິດຈະກຳ ຊຸມຊົນຕ່າງໆ ຊ່ວຍໃຫ້ເຂົາເຈົ້າເຂົ້າໃຈຮາກເຫງົ້າຂອງຕົນເອງຢ່າງເລິກເຊິ່ງຍິ່ງຂຶ້ນ, ກໍໃຫ້ ເກີດຈິດສຳນຶກໃນການອະນຸລັກ ແລະ ສືບສານເອກະລັກຂອງຊາດ, ພ້ອມ ທັງ ເສີມສ້າງຄວາມຜູກພັນຂອງຄົນລຸ້ນຫລັງໃຫ້ຫັນກັບຄືນສູ່ຮາກເຫງົ້າ ແລະ ມີຄວາມປາດຖະໜາທີ່ຈະມີສ່ວນຮ່ວມໃນການພັດທະນາປະເທດ ຊາດບ້ານເກີດເມືອງນອນ.
ຈາກສະພາບຄວາມເປັນຈິງຈະເຫັນໄດ້ວ່າ, ກິດຈະກຳດ້ານວັດທະນະທຳ ແລະ ຈິດວິນຍານ ທີ່ໄດ້ຮັບການສືບສານຢ່າງຕໍ່ເນື່ອງ, ມີຄວາມຫລາກ ຫລາຍ ແລະ ເປັນລະບົບນັ້ນ ບໍ່ພຽງແຕ່ຊ່ວຍອະນຸລັກວິຖີຊີວິດດັ້ງເດີມ ເທົ່າ ນັ້ນ, ແຕ່ຍັງຊ່ວຍເຕີມເຕັມຊີວິດທາງດ້ານຈິດໃຈຂອງຊຸມຊົນຊາວຫວຽດນາມ ຢູ່ ລາວ ໃຫ້ມີຄວາມເຂັ້ມແຂງຍິ່ງຂຶ້ນ. ທັງຍັງມີບົດບາດສຳຄັນໃນ ການເສີມສ້າງຄວາມສາມັກຄີພາຍໃນຊຸມຊົນ, ເຜີຍແຜ່ຄຸນຄ່າທາງວັດ ທະນະທຳຂອງຊາດ ແລະ ມີສ່ວນຮ່ວມຢ່າງເປັນຮູບປະທຳ ໃນການສືບຕໍ່ ແລະ ພັດທະນາສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກ ຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ລາວ ໃຫ້ຍືນຍົງຕະຫລອດໄປ.

