Homeຂ່າວໜ້າໜຶ່ງສະພາແຫ່ງຊາດ ປະກາດແຕ່ງຕັ້ງນາຍົກ-ຮອງນາຍົກ ລັດຖະມົນຕີ

ສະພາແຫ່ງຊາດ ປະກາດແຕ່ງຕັ້ງນາຍົກ-ຮອງນາຍົກ ລັດຖະມົນຕີ

ໃນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 23 ມີນາ 2026 ນີ້, ບັນດາສະມາຊິກສະພາແຫ່ງຊາດ ຊຸດທີ X ໄດ້ເຫັນດີເປັນເອກະພາບລົງຄະແນນສຽງ ເລືອກເອົາ ທ່ານ ສອນໄຊ ສີພັນດອນ ເປັນນາຍົກລັດຖະມົນຕີ ອີກໜຶ່ງສະໄໝ, ພ້ອມທັງລົງຄະແນນສຽງຮັບຮອງເອົາ ທ່ານ ສະເຫລີມໄຊ ກົມມະສິດ, ທ່ານ ຄຳພັນ ພົມມະທັດ, ທ່ານ ທອງສະລິດ ມັງໜໍ່ເມກ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ, ທ່ານ ສັນຕິພາບ ພົມວິຫານ ແລະ ທ່ານ ທອງສະຫວັນ ພົມວິຫານ ເປັນຮອງນາຍົກລັດຖະມົນຕີ ດ້ວຍຄະແນນສຽງເຫັນດີເປັນສ່ວນຫລາຍ. ພ້ອມນີ້, ຍັງໄດ້ເຫັນດີເປັນເອກະພາບ ຮັບຮອງເອົາກົງຈັກການຈັດຕັ້ງຂອງຄະນະລັດຖະບານ ຊຸດທີ X ຊຶ່ງປະກອບມີ 13 ກະຊວງ ແລະ 2 ອົງການທຽບເທົ່າກະຊວງ ຕື່ມອີກ.

ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ຂຶ້ນກ່າວອຳລາໜ້າທີ່ ໂດຍໄດ້ຍົກໃຫ້ເຫັນຜົນສຳເລັດໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕະຫລອດໄລຍະ 5 ປີຜ່ານມາ (1ສະໄໝ) ຊຶ່ງທ່ານ ສອນໄຊ ສີພັນດອນ ໄດ້ເລີ່ມມາຮັບໜ້າທີ່ ເປັນນາຍົກລັດຖະມົນຕີ, ເປັນຫົວໜ້າຄະນະລັດຖະບານ ຊຸດທີ IX ນັບແຕ່ ວັນທີ 30 ທັນວາ 2022 ເປັນຕົ້ນມາ ໂດຍໄດ້ສືບຕໍ່ນໍາພາ-ຊີ້ນໍາ ສະມາຊິກລັດຖະບານ ຊຸດທີ IX ສຸມເຫື່ອແຮງ, ສະຕິປັນຍາ ແລະ ຄວາມສາມາດຂອງຕົນ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX, ປະຕິບັດວາລະແຫ່ງຊາດ ແລະ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ແກ້ໄຂບັນຫາຢາເສບຕິດ ແລະ ບັນຫາເຄັ່ງຮ້ອນໃນສັງຄົມ, ຊຶ່ງສາມາດຍາດໄດ້ຜົນສໍາເລັດອັນພົ້ນເດັ່ນຫລາຍດ້ານ ເປັນຕົ້ນ ເສດຖະກິດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ລວມ ຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວສະເລ່ຍໃນລະດັບ 4,24% (ຄາດໝາຍແມ່ນ 4% ຂຶ້ນໄປ), ການເກັບລາຍຮັບເຂົ້າງົບປະມານໄດ້ເກີນແຜນ 5 ປີຕິດຕໍ່ກັນ ເຮັດໃຫ້ສາມາດມີງົບປະມານ ມາຊຳລະໜີ້ສິນຫລາຍຂຶ້ນ ຈຶ່ງເຮັດໃຫ້ລະດັບໜີ້ສິນຫລຸດລົງ ຈາກ 112% ຂອງ GDP ໃນປີ 2022 ມາເປັນປະມານ 88% ຂອງ GDP ໃນປີ 2025 ແລະ ມີງົບປະມານເພີ່ມເງິນເດືອນ-ເງິນອຸດໜູນໃຫ້ ພະນັກງານ, ທະຫານ-ຕຳຫລວດ ໄດ້ເພີ່ມຂຶ້ນ ແລະ ອື່ນໆ. ພ້ອມທັງສະແດງຄວາມຂອບໃຈ ມາຍັງເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ ທີ່ໄດ້ນໍາພາ-ຊີ້ນໍາການປະຕິບັດໜ້າທີ່ຂອງລັດຖະບານ ຢ່າງຢ່າງໃກ້ຊິດ, ພ້ອມດ້ວຍບັນດາການນໍາພັກ-ລັດ ນັບທັງຂັ້ນສູນກາງ ແລະ ທ້ອງຖິ່ນ, ພະນັກງານ-ລັດຖະກອນທຸກຂັ້ນ ແລະ ປະຊາຊົນບັນ ດາເຜົ່າ ທີ່ໄດ້ໃຫ້ການສະໜັບສະໜູນ, ອູ້ມຊຸຊ່ວຍເຫລືອ, ຄຽງບ່າຄຽງໄຫລ່, ຮ່ວມກັນຜ່ານຜ່າອຸປະສັກ, ກ້າວຜ່ານຄວາມຫຍຸ້ງຍາກສິ່ງທ້າທາຍທົດສອບຕ່າງໆ ຈຶ່ງເຮັດໃຫ້ລັດຖະບານ ປະຕິບັດໜ້າທີ່ໄດ້ຮັບການມອບໝາຍສໍາເລັດເປັນຢ່າງດີ.

ພ້ອມນີ້, ທ່ານ ສອນໄຊ ສີພັນດອນ ຍັງໄດ້ຂຶ້ນກ່າວຮັບໜ້າທີ່ ໂດຍໄດ້ສະແດງຄວາມພາກພູມໃຈເປັນຢ່າງຍິ່ງ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ສະມາຊິກສະພາແຫ່ງຊາດ ຊຸດທີ X ທີ່ໄດ້ໃຫ້ຄວາມເຊື່ອໝັ້ນ, ໄວ້ວາງໃຈ ແລະ ລົງຄະແນນສຽງ ຮັບຮອງເອົາການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນນາຍົກລັດ ຖະມົນຕີ ຕາມການສະເໜີຂອງທ່ານປະທານປະເທດ. ພ້ອມທັງໃຫ້ຄຳໝັ້ນສັນຍາ ແລະ ປະຕິຍານຕົນວ່າ ຈະເຊີດຊຸມານະຈິດປະຕິວັດບຸກໃຫ້ສູງກວ່າເວລາໃດໝົດ ເພື່ອຮ່ວມກັບສະມາຊິກລັດຖະບານ ຊຸດທີ X ປະຕິບັດໜ້າທີ່ຂອງຕົນໃຫ້ດີ ດ້ວຍຄວາມຮັບຜິດຊອບການເມືອງທີ່ສູງ ພາຍໃຕ້ລັດຖະທຳມະນູນ ແລະ ກົດໝາຍ ຂອງ ສປປ ລາວ ແລະ ພ້ອມທີ່ຈະອຸທິດທຸກເຫື່ອແຮງ, ສະຕິປັນຍາ ແລະ ຄວາມຮູ້, ຄວາມສາມາດຂອງຕົນ ເຂົ້າໃນການປະຕິບັດໜ້າທີ່ດ້ວຍຄວາມບໍລິສຸດໃຈ ເພື່ອຮ່ວມກັບຄະນະນໍາຂອງພັກ ແລະ ລັດ ທັງສູນກາງ ແລະ ທ້ອງຖິ່ນ ເຮັດສຳເລັດໜ້າທີ່ທີ່ປະຊາຊົນມອບໝາຍໃຫ້ ໂດຍຍຶດຖືຄະຕິທີ່ວ່າ: “ຜົນປະໂຫຍດຂອງຊາດ ແລະ ຜົນປະໂຫຍດຂອງປະຊາຊົນຕ້ອງມາກ່ອນສິ່ງອື່ນໃດ” ແລະ ຖືເອົາ: “ປະຊາຊົນເປັນກົກ ແລະ ອີງໃສ່ສິດ, ຜົນປະໂຫຍດ ທີ່ຖືກຕ້ອງຕາມກົດໝາຍ ແລະ ຄວາມມຸ່ງມາດປາຖະໜາອັນຊອບທຳຂອງປະຊາຊົນ”.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments