ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 23 ມີນາ 2026 ນີ້, ບັນດາສະມາຊິກສະພາແຫ່ງຊາດ ຊຸດທີ X ໄດ້ພ້ອມກັນລົງຄະແນນສຽງ ເລືອກຕັ້ງເອົາ ທ່ານ ທອງລຸນ ສີສຸລິດ ເປັນປະທານປະເທດແຫ່ງ ສປປ ລາວ ດ້ວຍຄະນະສຽງເຫັນດີເປັນເອກະພາບກັນ. ພ້ອມນີ້, ຍັງໄດ້ເຫັນດີເລືອກເອົາ ທ່ານ ນາງ ວຽງທອງ ສີພັນດອນ ເປັນຮອງປະທານປະເທດ ແຫ່ງ ສປປ ລາວ ຕື່ມອີກ.
ທ່ານ ທອງລຸນ ສີສຸລິດ ໄດ້ກ່າວວ່າ: ຂ້າພະເຈົ້າ ຂໍຮັບເອົາໜ້າທີ່ອັນສູງສົ່ງ ແລະ ມີກຽດນີ້ ດ້ວຍຄວາມພາກພູມໃຈ ແລະ ຈະປະຕິບັດໜ້າທີ່ ພາຍໃຕ້ຮົ່ມທຸງຊາດ ອັນສັກກາລະບູຊາ ແລະ ສັກສິດນີ້ ດ້ວຍຊີວິດ. ຂ້າພະເຈົ້າ ຂໍໃຫ້ຄຳໝັ້ນສັນຍາຕໍ່ ສະພາແຫ່ງຊາດ ທີ່ຊົງກຽດແຫ່ງນີ້ ແລະ ຕໍ່ປະຊາຊົນລາວທັງຊາດວ່າ: ຈະປະຕິບັດໜ້າທີ່ຂອງຕົນໃນພາລະກິດທີ່ຖືກມອບໝາຍນີ້ ດ້ວຍຄວາມຈົງຮັກພັກດີ, ຊື່ສັດ, ບໍລິສຸດ ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນລາວບັນດາເຜົ່າ; ຈະເດັດດ່ຽວເຄົາລົບ ແລະ ປະຕິບັດ ລັດຖະທຳມະນູນ ແລະ ກົດໝາຍ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເຂັ້ມງວດ; ຈະອຸທິດສະຕິປັນຍາ ແລະ ເຫື່ອແຮງ ເທົ່າທີ່ຕົນມີຢູ່ ຮ່ວມກັບ ບັນດາສະຫາຍ ການນໍາ ພັກ-ລັດ ແລະ ຈະເຮັດທຸກສິ່ງ ທຸກຢ່າງເພື່ອນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ເພື່ອຮັບປະກັນໃຫ້ປະເທດຊາດ ມີສະຖຽນລະພາບດ້ານການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ; ສູ້ຊົນເຮັດໃຫ້ເສດຖະກິດ-ສັງຄົມ ໄດ້ຮັບການພັດ ທະນາຕາມແນວທາງສ້າງຄວາມເປັນເຈົ້າປະເທດຊາດ ຢ່າງບໍ່ຢຸດຢັ້ງ, ຕັ້ງໜ້າສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ຢ່າງແຂງແຮງສືບຕໍ່ໄປ; ຈະຮ່ວມກັບທຸກພາກສ່ວນສຸມໃສ່ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ແນໃສ່ຍົກລະດັບຄຸນນະພາບຊີວິດ ຂອງປະຊາຊົນລາວບັນດາ ເຜົ່າ ໃຫ້ນັບມື້ນັບດີຂຶ້ນເປັນກ້າວໆ, ຕັ້ງໜ້າແກ້ໄຂສິ່ງຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ ແລະ ກຳລັງຈະເກີດຂຶ້ນໃນສັງຄົມ ໃຫ້ຕົກໄປເປັນກ້າວໆ; ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ, ເຂັ້ມ ແຂງ ເພື່ອສ້າງບັນດາບາດກ້າວເດີນ ກ້າວຂຶ້ນສູ່ຈຸດໝາຍ ທີ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໄດ້ກຳນົດໄວ້.

ທ່ານປະທານປະເທດ ຍັງກ່າວອີກວ່າ: ຈະຍຶດໝັ້ນ ແລະ ປະຕິບັດນະໂຍບາຍການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮວມມື ຢ່າງສະເໝີຕົ້ນສະເໝີປາຍ, ປະກອບສ່ວນເຂົ້າໃນການເສີມສ້າງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ. ພເ້ອມນີ້, ທ່ານຍັງໄດ້ຮຽກຮ້ອງມາຍັງປະຊາຊົນລາວບັນດາເຜົ່າ, ບັນດາຊັ້ນຄົນໃນທົ່ວປະເທດ ລວມທັງພີ່ນ້ອງຊາວລາວ ທີ່ດຳລົງຊີວິດຢູ່ຕ່າງປະເທດ ຈົ່ງພ້ອມກັນເພີ່ມທະວີ ນໍ້າໃຈ ຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ; ເສີມຂະຫຍາຍນໍ້າໃຈຮັກຊາດ, ເອກະລາດ, ເປັນເຈົ້າຕົນເອງ ປະກອບສ່ວນເຂົ້າໃນການປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເຮັດໃຫ້ຈຸດໝາຍທີ່ວາງອອກຄື: ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີເປັນປຶກແຜ່ນ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ ໃຫ້ປະກົດຜົນເປັນຈິງ ຂຶ້ນ ໃນປິຕິພູມອັນແສນຮັກ ແລະ ຫວງແຫນຂອງປວງຊົນລາວທັງຊາດຂອງພວກເຮົາ.

