Homeຂ່າວໜ້າໜຶ່ງກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ເລືອກເອົາປະທານ-ຮອງປະທານ ສະພາແຫ່ງຊາດ

ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ເລືອກເອົາປະທານ-ຮອງປະທານ ສະພາແຫ່ງຊາດ

ວາລະດຳເນີນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 23 ມີນາ 2026 ນີ້, ບັນດາສະມາຊິກສະພາແຫ່ງຊາດ ຊຸດທີ X ໄດ້ພ້ອມກັນລົງຄະແນນສຽງເລືອກເອົາປະທານ ສະພາແຫ່ງຊາດ ຊຸດທີ X ໂດຍໄດ້ເຫັນດີເປັນເອກະພາບເລືອກເອົາ ທ່ານ ໄຊສົມພອນ ພົມວິຫານ ເປັນປະທານສະພາແຫ່ງຊາດ, ພ້ອມທັງເຫັນດີເປັນເອກະພາບເລືອກເອົາ ທ່ານ ນາງ ສູນທອນ ໄຊຍະຈັກ, ທ່ານ ກອງແກ້ວ ໄຊສົງຄາມ, ທ່ານ ວິໄລວົງ ບຸດດາຄຳ ແລະ ທ່ານ ມອນໄຊ ລາວມົວຊົ່ງ ເປັນຮອງປະທານສະພາແຫ່ງຊາດ ຊຸດທີ X ດ້ວຍຄະແນນສຽງເຫັນດີເປັນສ່ວນຫລາຍ.

ໂອກາດດັ່ງກ່າວ, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ຂຶ້ນກ່າວຮັບໜ້າທີ່ ໂດຍໄດ້ສະແດງຄວາມຂອບໃຈ ຕໍ່ບັນດາສະມາຊິກສະພາແຫ່ງຊາດ ຊຸດທີ X ທີ່ໃຫ້ຄວາມເຊື່ອໝັ້ນ, ຄວາມໄວ້ວາງໃຈ ໃຫ້ດຳລົງຕຳແໜ່ງເປັນປະທານສະພາແຫ່ງຊາດ ຊຸດທີ X ອີກສະໄໝໜຶ່ງ ພ້ອມທັງ ໃຫ້ຄຳໝັ້ນສັນຍາວ່າ ຈະສຸມທຸກສະຕິບັນຍາ, ເຫື່ອແຮງ, ຄວາມຮູ້ຄວາມສາມາດ ເຂົ້າໃນການປະຕິບັດໜ້າທີ່ ທີ່ໄດ້ຮັບມອບໝາຍດ້ວຍຄວາມຮັບຜິດຊອບສູງ; ຈະສັດຊື່ບໍລິສຸດຕໍ່ຜົນປະໂຫຍດຂອງຊາດ ແລະ ຜົນປະໂຫຍດຂອງປະຊາຊົນລາວ ບັນດາເຜົ່າ ແລະ ຈະຮ່ວມກັບໝູ່ຄະນະ ກໍຄື ສະມາຊິກສະພາແຫ່ງຊາດ ຊຸດທີ X ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ໂດຍສະເພາະ ມະຕິກອງປະ ຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມສະພາແຫ່ງຊາດ ເຂົ້າໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ຊຸດທີ X ຕາມທີ່ກຳນົດໃນລັດຖະທຳມະນູນ ແລະ ກົດໝາຍ ໃຫ້ມີໝາກຜົນຕົວຈິງ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃຫ້ນັບມື້ນັບເຂັ້ມແຂງ ແລະ ໜັກແໜ້ນ.

ທ່ານ ໄຊສົມພອນ ພົມວິຫານ ຍັງໄດ້ສະແດງຄວາມຫວັງວ່າ ລັດຖະບານ, ບັນດາສະມາຊິກສະ ພາແຫ່ງຊາດ, ບັນດາອົງການຈັດຕັ້ງພັກ-ລັດ ທຸກຂັ້ນ ກໍຄື ປະຊາຊົນລາວບັນດາເຜົ່າ ຈະສືບຕໍ່ໃຫ້ການຮ່ວມມື, ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອສະພາແຫ່ງຊາດ ຊຸດທີ X ເພື່ອເຮັດຫລ້ອນໜ້າທີ່ອັນມີກຽດ ສະຫງ່າທີ່ພັກ ແລະ ປະຊາຊົນມອບໝາຍໃຫ້.

ພ້ອມນີ້, ບັນດາສະມາຊິກສະພາແຫ່ງຊາດ ຊຸດທີ X ຍັງໄດ້ພ້ອມກັນລົງຄະແນນສຽງເລືອກເອົາກຳມະການຄະນະປະຈຳສະພາແຫ່ງຊາດ ຊຸດທີ X ຈຳນວນ 6 ທ່ານ ຄື: ທ່ານ ບຸນຈັນ ສີວົງພັນ, ທ່ານ ນາງ ອຳໄພວອນ ລ້ອມບຸນແພງ, ທ່ານ ນາງ ທຸມມາລີ ວົງພະຈັນ, ທ່ານ ໂພໄຊ ໄຂຄຳພິທູນ, ທ່ານ ພົນຈັດຕະວາ ສຸລິໄຊ ພິຈິດ ແລະ ທ່ານ ຈັນທະບູນ ສຸກອາລຸນ. ພ້ອມທັງ ໄດ້ພ້ອມກັນລົງຄະແນນສຽງຮັບຮອງເອົາກົງຈັກການຈັດຕັ້ງຂອງສະພາແຫ່ງຊາດ ຊຸດທີ X, ການແຕ່ງຕັ້ງປະທານກຳມະທິການ ແລະ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຊຸດທີ X ຕື່ມອີກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments