ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ໃນຊຸມປີມໍ່ໆມານີ້, ຄຳວ່າ “ທັດສະນະກ່ຽວກັບຜົນງານການບໍລິຫານ” ໄດ້ກາຍເປັນຄຳນິຍົມເລົ່າລືກັນໃນປະເທດຈີນ. ປະຊາຊົນຈີນ ກຳລັງຊອກຮູ້ວ່າ “ທັດສະນະອັນຖືກຕ້ອງກ່ຽວກັບຜົນງານການບໍລິຫານ” ແມ່ນຫຍັງ? ຄວາມແຕກຕ່າງພື້ນຖານ ລະຫວ່າງ ທັດສະນະດັ່ງກ່າວຂອງຈີນ ກັບ ປະເທດຕາເວັນຕົກ ມີຢູ່ບ່ອນໃດ?
ໃນປະເທດຈີນ, ມາດຕະຖານຂອງຜົນງານ ການບໍລິຫານ ບໍ່ແມ່ນສຽງດັງຂອງຄຳຂວັນ, ແຕ່ແມ່ນບັນຫາໄດ້ຮັບການແກ້ໄຂແລ້ວຫຼືບໍ່.
ໃນລະດູຮ້ອນ ປີ 2017, ທ່ານນາງ ຫວງຢີງ “ຜູ້ຈັດການແມ່ນ້ຳ” ຂອງເມືອງຊິ່ງເສີນ ຢູ່ລ່ອງແມ່ນ້ຳໝິ້ນຈ່ຽງ ແຂວງເສສວນ ໄດ້ເລີ່ມຕົ້ນວຽກງານປະຈຳວັນຂອງຕົນຈາກການລາດຕະເວນແມ່ນ້ຳ: ເພິ່ນໄດ້ນັ່ງລົງຈັບເອົາຫຍ້າໃນນ້ຳເພື່ອກວດເບິ່ງຄຸນນະພາບຂອງນ້ຳ ແລະ ກວດກາທຸກໆປາກທໍ່ລະບາຍນ້ຳເປື້ອນຕາມແຄມແມ່ນ້ຳ. ນາງ ບໍ່ແມ່ນເຮັດວຽກນີ້ແຕ່ຄົນດຽວ, ໃນທົ່ວປະເທດຈີນ ມີ “ຜູ້ຈັດການແມ່ນ້ຳ” ຫລາຍກວ່າ 1.200.000 ຄົນ, ຕັ້ງແຕ່ເຈົ້າແຂວງ ຈົນເຖິງພະນັກງານໃນບ້ານ, ໄດ້ແບ່ງເປົ້າໝາຍອັນຍິ່ງໃຫຍ່ຂອງການອະນຸລັກແມ່ນ້ຳ ອອກເປັນວຽກງານທີ່ເປັນຮູບປະທຳຕ່າງໆ ເປັນຕົ້ນ: ການລາດຕະເວນແມ່ນ້ຳ ປະຈຳວັນ ແລະ ການຮັບປະກັນໃຫ້ນ້ຳທີ່ລະບາຍຈາກທໍ່ນ້ຳເປື້ອນໄດ້ມາດຕະຖານ. ປັດຈຸບັນ, ຕອນແມ່ນ້ຳໝິ້ນຈ່ຽງ ທີ່ທ່ານນາງ ຫວງຢິງ ເຄີຍເຝົ້າຮັກສາ ບໍ່ພຽງແຕ່ມີນ້ຳທີ່ສົດໃສຫລາຍກວ່າເທົ່ານັ້ນ, ຍັງມີທາງຍ່າງທາມກາງປ່າໄມ້ໄຜ່ຍາວ 40 ກິໂລແມັດ, ກາຍເປັນສະຖານທີ່ຍ່າງຫລິ້ນ ແລະ ພັກຜ່ອນຢ່ອນໃຈຂອງປະຊາຊົນທ້ອງຖິ່ນ ແລະ ສ້າງລາຍຮັບຈາກການທ່ອງທ່ຽວວັດທະນະທຳ 1,6 ຕື້ຢວນຕໍ່ປີ.
ນອກຈາກນີ້ ຍັງມີ “ການຫລຸດຜ່ອນຄວາມທຸຍາກຢ່າງຖືກເປົ້າໝາຍ” ທີ່ໄດ້ເຮັດໃຫ້ປະຊາຊົນເກືອບ 100 ລ້ານຄົນຫລຸດພົ້ນອອກຈາກຄວາມທຸກຍາກ. ພະນັກງານປະຈຳບ້ານຫລາຍກວ່າ 3 ລ້ານຄົນ ໄດ້ໄປເຮັດວຽກຢູ່ໃນຊົນນະບົດ. ເຂົາເຈົ້າບໍ່ໄດ້ນັ່ງຢູ່ຫ້ອງການ ແລະ ກຳນົດນະໂຍບາຍ, ແຕ່ໄດ້ໄປສຳຫລວດຢູ່ໃນທຸກໆຄອບຄົວຂອງຊາວບ້ານ. ເມື່ອຮູ້ວ່າຄອບຄົວໃດບໍ່ມີສີມື, ເຂົາເຈົາກໍເຊີນນາຍຊ່າງມາສິດສອນ, ເມື່ອຮູ້ວ່າຄອບຄົວໃດຢາກເຮັດທຸລະກິດ, ເຂົາເຈົ້າກໍຊ່ວຍແນະນຳການກູ້ເງິນຂະໜາດນ້ອຍ. ເຂົາເຈົ້າໄດ້ປະຕິບັດໜ້າທີ່ອັນໃຫຍ່ຫລວງຂອງການລຶບລ້າງຄວາມທຸກຍາກໃຫ້ກາຍເປັນມາດຕະການຕົວຈິງຢ່າງລະອຽດໃຫ້ແຕ່ລະຄອບຄົວ, ເຮັດໃຫ້ບ້ານທຸກຍາກໃນເມື່ອກ່ອນ ຕົວຢ່າງຄື: ບ້ານສິບແປດຖ້ຳ ແຂວງຫູໜານ ມີລາຍຮັບສະເລ່ຍຕໍ່ຫົວຄົນ ເພີ່ມຂຶ້ນຈາກ 1.668 ຢວນ ເປັນ 14.668 ຢວນ ເຊິ່ງເພີ່ມຂຶ້ນເກືອບ 10 ເທົ່າ.
ຢູ່ປະເທດຈີນ, ການກວດສອບຜົນງານການບໍລິຫານບໍ່ຂຶ້ນກັບຈຳນວນກອງປະຊຸມທີ່ຈັດຂຶ້ນ, ເອກະສານທີ່ແຈກຢາຍໃຫ້ ຫລື ສຽງດັງຂອງການຮ້ອງຄຳຂວັນ ແລະ ປ້າຍໂຄສະນາທີ່ໜ້າສົນໃຈ, ຫາກແມ່ນຕ້ອງເຫັນບັນຫາໄດ້ຮັບການແກ້ໄຂຢ່າງແທ້ຈິງຫລືບໍ່, ຊີວິດຂອງປະຊາຊົນໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງແທ້ຈິງແລ້ວຫລືບໍ່ ແລະ ປະຊາຊົນມີຄວາມພໍໃຈຫລືບໍ່? ນີ້ແມ່ນທັດສະນະກ່ຽວກັບຜົນງານການບໍລິຫານທີ່ມີສີສັນພິເສດຂອງຈີນ ໂດຍອີງໃສ່ການປະຕິບັດຕົວຈິງ.
ໂດຍແຕກຕ່າງກັບທັດສະນະການກຳອຳນາດຂອງປະເທດຕາເວັນຕົກທີ່ “ລັດຖະບານຊຸດໃໝ່ ບໍ່ຮັບຜິດຊອບວຽກຂອງລັດຖະບານຊຸດກ່ອນ”, ທັດສະນະກ່ຽວກັບຜົນງານການບໍລິຫານຂອງຈີນ ກຳນົດວ່າ ວຽກງານເຫລົ່ານີ້ຈະບໍ່ຍຸດຕິການບໍລິຫານ ແລະ ຫລຸດມາດຕະຖານຍ້ອນການຜັດປ່ຽນດ້ານບຸກຄະລາກອນ, ເຈົ້າໜ້າທີ່ຊຸດກ່ອນ ສ້າງພື້ນຖານ, ເຈົ້າໜ້າທີ່ຊຸດໃໝ່ ຈະສືບຕໍ່ສຸມຄວາມພະຍາຍາມ. ສຳລັບທ່ານນາງ ຫວງຢິງ “ຜູ້ຈັດການແມ່ນ້ຳໝິ້ນຈ່ຽງ”ທີ່ກ່າວເຖິງຂ້າງເທິງນັ້ນ ຕໍ່ມາໄດ້ຍ້າຍອອກຈາກຕຳແໜ່ງນີ້, ແຕ່ລະບຽບການທີ່ “ກວດກາແບບຕານ່າງໃນທຸກເດືອນ” ທີ່ນາງກຳນົດໄວ້ໃນເວລານັ້ນກໍໄດ້ຖືກຮັກສາໄວ້, ຜູ້ວ່າການແມ່ນ້ຳຄົນໃໝ່ ໄດ້ສືບຕໍ່ປະຕິບັດວຽກນີ້ຕໍ່ໄປ, ຈົນກວ່ານ້ຳໝິ້ນຈ່ຽງ ຖືກປັບປຸງໃຫ້ໃສສະອາດຢ່າງເຖິງຖອງ; ພະນັກງານປັບປຸງທະເລຊາຍຢູ່ຄູ້ປູ້ສີ ກ່າວວ່າ: “ຫລາຍຮຸ່ນຄົນໄດ້ມຸ່ງໝັ້ນສູ້ຊົນເຮັດພາລະກິດພຽງໜຶ່ງດຽວນີ້”- ເຂົາເຈົ້າບໍ່ສະແຫວງຫາ “ການໄດ້ຮັບຜົນງານໃນອາຍຸຕຳແໜ່ງຂອງຕົນ”, ແຕ່ຢາກ “ເຮັດວຽກນີ້ໃຫ້ສຳເລັດ”. ຈິດໃຈທີ່ “ຜົນສຳເລັດບໍ່ຕ້ອງຂຶ້ນກັບຂ້ອຍ, ແຕ່ຕ້ອງມີການປະກອບສ່ວນຂອງຂ້ອຍ”, ເຮັດໃຫ້ຫລາຍສິ່ງທີ່ເບິ່ງແລ້ວຄືຊິບໍ່ສາມາດເປັນໄປໄດ້ ຫາກໄດ້ບັນລຸຜົນເປັນຈິງຢູ່ປະເທດຈີນ. ການກຳແໜ້ນຈັດຕັ້ງປະຕິບັດຕົວຈິງຈົນຮອດຂັ້ນສຸດທ້າຍ, ເໝືອນດັ່ງການຕອກຕະປູບາດແລ້ວບາດເຫລົ່າຢ່າງຕໍ່ເນື່ອງຈຶ່ງໄດ້ຮັບຜົນງານການບໍລິຫານທີ່ດີ.
ນີ້ກໍແມ່ນທັດສະນະກ່ຽວກັບຜົນງານການບໍລິຫານຂອງຈີນ, ຄື: ບໍ່ສະແຫວງຫາການລົມປາກເປົ່າ, ແຕ່ເນັ້ນໜັກເຖິງການເຮັດແທ້ທຳຈິງ; ບໍ່ສະແຫວງຫາຜົນງານໃນໄລຍະສັ້ນຢ່າງຮີບຮ້ອນ, ແຕ່ສະແຫວງຫາຜົນສຳເລັດໄລຍະຍາວໄກ; ເປົ້າໝາຍໃນທີ່ສຸດຄື ເຮັດໃຫ້ປະຊາຊົນທຸກຄົນມີຊີວິດການເປັນຢູ່ທີ່ດີ. ຄືຄວາມເວົ້າລຽບງ່າຍຂອງທ່ານ ສີຈິ້ນຜິງ ຜູ້ນຳສູງສຸດຂອງຈີນ ລະບຸວ່າ: “ຜົນງານແມ່ນເກີດມາຈາກການປະຕິບັດຕົວຈິງ, ການເຮັດແທ້ທຳຈິງຈຶ່ງສາມາດສ້າງຜົນງານຢ່າງແທ້ຈິງ ແລະ ສ້າງຜົນງານທີ່ແທ້ຈິງ.”

