Homeຂ່າວໜ້າໜຶ່ງສູນກາງແນວລາວສ້າງຊາດ ປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຂັ້ນສູງ

ສູນກາງແນວລາວສ້າງຊາດ ປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຂັ້ນສູງ

ພິທີປະກາດການຍົກຍ້າຍ ແລະ ແຕ່ງຕັ້ງ ພະນັກງານຂັ້ນສູງຂອງ ສູນກາງແນວລາວສ້າງຊາດ ຈັດຂຶ້ນໃນວັນທີ 20 ມີນາ 2026 ຜ່ານມາ ຢູ່ສູນກາງແນວລາວສ້າງຊາດ (ສນຊ) ໂດຍການເປັນກຽດເຂົ້າຮ່ວມ ຂອງ ສະຫາຍ ກິແກ້ວ ໄຂຄໍາພິທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ມີບັນດາສະຫາຍກຳມະການສູນກາງພັກ, ມີຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ, ຄະນະທີ່ປຶກສາວຽກງານຂອງສູນກາງແນວລາວສ້າງຊາດ, ພ້ອມດ້ວຍພະນັກງານຫລັກແຫລ່ງ ແລະ ລັດຖະກອນ ສນຊ ເຂົ້າຮວ່ມ.

ໃນພິທີຕາງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານຄໍາສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການຍົກຍ້າຍຮອງເລຂາຄະນະບໍລິຫານງານພັກ, ຮອງປະທານສູນກາງແນວລາວສ້າງຊາດ 2 ສະຫາຍ ໄປຮັບໜ້າທີ່ໃໝ່ ຄື: ຍົກຍ້າຍ ສະຫາຍ ຄຳຜອຍ ວັນນະສານ ກຳມະການສູນກາງພັກ, ຮອງເລຂາຄະ ນະບໍລິຫານງານພັກ, ຮອງປະທານສູນກາງແນວລາວສ້າງຊາດ ໄປຮັບໜ້າທີ່ໃໝ່ ຢູ່ສູນກາງສະຫະພັນກຳມະບານ; ຍົກຍ້າຍ ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງປະທານ ສນຊ ໄປຮັບໜ້າທີ່ໃໝ່ ຢູ່ສະພາແຫ່ງຊາດ. ຈາກນັ້ນ, ກໍໄດ້ຜ່ານມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການແຕ່ງຕັ້ງຮອງເລຂາຄະນະບໍລິຫານງານພັກ, ຮອງປະທານສູນກາງແນວລາວສ້າງຊາດ ຜູ້ໃໝ່ດັ່ງນີ້: ແຕ່ງຕັ້ງ ສະຫາຍ ນາງ ບຸດສະດີ ທະນະເມືອງ ກໍາມະການສູນກາງພັກ ເປັນຮອງເລຂາຄະນະບໍລິຫານງານພັກ, ຮອງປະທານສູນກາງແນວລາວສ້າງຊາດ, ແຕ່ງຕັ້ງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ເປັນຮອງເລຂາຄະນະບໍລິຫານງານພັກ, ຮອງປະທານສູນກາງແນວລາວສ້າງຊາດ.

ໂອກາດນີ້, ສະຫາຍ ກິແກ້ວ ໄຂຄໍາພິທູນ ໄດ້ຕາງໜ້າກົມການເມືອງສູນກາງພັກ ໂອ້ລົມຕໍ່ພິທີ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານພົ້ນເດັ່ນ ແລະ ຜົນສໍາເລັດຫລາຍດ້ານຂອງ 2 ສະຫາຍຮອງເລຂາຄະນະພັກ ສນຊ ຜູ້ເກົ່າ ຊຶ່ງຕະຫລອດໄລຍະຜ່ານມາ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານແນວລາວສ້າງຊາດໄດ້ມີຜົນສຳເລັດເປັນຢ່າງດີ. ພ້ອມນີ້, ກໍໄດ້ເນັ້ນໃຫ້ 2 ສະຫາຍທີ່ມາຮັບໜ້າທີ່ໃໝ່ ວ່າ: ກ່ອນອື່ນໝົດຕ້ອງໄດ້ເອົາໃຈໃສ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີແຫ່ງລັດ ແລະ ຕິດພັນກັບການສ້າງເສດຖະກິດເປັນ ເຈົ້າຕົນເອງ ໂດຍຈັດຕັ້ງປະຕິບັດພາລະບົດບາດແນວລາວສ້າງຊາດ ເປັນຕົ້ນ ເປັນຫລັກແຫລ່ງເຕົ້າໂຮມ ຄວາມສາມັກຄີປອງດອງປະຊາຊົນບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ເພດ, ໄວ ລວມທັງພີ່ນ້ອງ ລາວຢູ່ຕ່າງປະເທດ ແລະ ສ້າງຄວາມເຂັ້ມແຂງ ທັງປັບປຸງກຳລັງແຮງທົ່ວປວງຊົນ; ສຶກສາອົບຮົມ, ປຸກ ລະ ດົມປະຊາຊົນບັນດາເຜົ່າ ເຂົ້າຮ່ວມພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ເສີມຂະຫຍາຍ ສິດເປັນເຈົ້າ ໃນການປົກປັກຮັກສາວັດທະນະທຳ, ຮີດຄອງປະເພນີອັນດີງາມ, ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນ; ໃກ້ຊິດຕິດແທດ, ເກັບກຳຄຳຄິດຄຳເຫັນ, ສ່ອງແສງມານະຈິດ ແລະ ຄວາມມຸ່ງມາດປາຖະໜາຂອງປະຊາຊົນລາວບັນດາເຜົ່າ; ຕິດຕາມກວດກາການເຄື່ອນໄຫວຂອງອົງການອໍານາດລັດ ແລະ ພາຄີຂອງແນວລາວສ້າງຊາດ ໂດຍຜ່ານຄຳເຫັນຂອງປະຊາຊົນ ບັນດາເຜົ່າ; ເປັນໃຈກາງປະສານສົມທົບ ກັບບັນດາພາຄີຂອງຕົນ ແລະ ອີກດ້ານ ໜຶ່ງພວກເຮົາກໍ່ຕ້ອງຊອກວິທີການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງຕາມແນວທາງຂອງພັກ ທີ່ຖືກຕ້ອງຕາມລະບຽບກົດໝາຍ ເຮັດໃຫ້ຫລຸດຜ່ອນການນຳໃຊ້ງົບປະມານລັດສ່ວນໃດໜຶ່ງ ແລະ ວຽກງານອື່ນໆ ທີ່ຖືກມອບໝາຍ.

ຈາກນັ້ນ, ສະຫາຍ ລາວປາວຊົ່ງ ນະວົງໄຊ ກໍໄດ້ຂຶ້ນກ່າວຮັບຄໍາໂອວາດ ໂດຍສະຫາຍໄດ້ກ່າວສະແດງຄວາມຂອບໃຈຕໍ່ກົມການເມືອງສູນກາງພັກ ທີ່ໄວ້ວາງໃຈມອບໝາຍໜ້າທີ່ອັນມີກຽດ ໃຫ້ພວກຂ້າພະເຈົ້າທັງສອງ, ພວກຂ້າພະເຈົ້າພ້ອມດ້ວຍໝູ່ຄະນະ ແລະ ກໍາມະການແນວລາວສ້າງຊາດ ທຸກຂັ້ນ ຈະພ້ອມກັນນໍາເອົາຄວາມເປັນຫ່ວງເປັນໄຍ ແລະ ຈິດໃຈຊີ້ນໍາ ຂອງຂັ້ນເທິງນໍາໄປຜັນຂະຫຍາຍໃຫ້ມີຜົນສໍາເລັດຢ່າງບໍ່ຢຸດຢັ້ງ.

ຂ່າວ-ພາບ: ສູນກາງແນວລາວສ້າງຊາດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments