ວັນທີ 20 ມີນານີ້, ແຂວງຄໍາມ່ວນໄດ້ຈັດພິທີເປີດແຫຼ່ງທ່ອງທ່ຽວ ແລະ ເຂດທ່ອງທ່ຽວນິເວດວິທະຍາ “ຂຸນກອງແລງ” ໄລຍະທີ 1, ໃຫ້ກຽດເຂົ້າຮ່ວມ ແລະ ຕັດແຖບຜ້າ ເພື່ອເປີດສະຖານທີ່ທ່ອງທ່ຽວ ໂດຍທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ທ່ານ ວັນໄຊ ພອງສະຫວັນ ປະທານຄະນະກວດກາສູນກາງພັກ, ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງຄໍາມ່ວນ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ແລະ ທ່ອງທ່ຽວ ພ້ອມດ້ວຍບັນດາທ່ານການນໍາພັກ-ລັດຂັ້ນສູນກາງ, ອະດີດການນໍາ ແລະ ແຂກຖືກເຊີນເຂົ້າຮ່ວມ.
ການເປີດແຫຼງທ່ອງທ່ຽວທາງທໍາມະຊາດຂຸນກອງແລງຄັ້ງນີ້, ສ້າງໃຫ້ກາຍເປັນຈຸດໜາຍປາຍທາງ ໃໝ່ທີ່ຍືນຍົງ, ທັງເປັນການຊຸກຍູ້ເສດຖະກິດ-ສັງຄົມ ແລະ ສົ່ງເສີມການທ່ອງທ່ຽວສີຂຽວຂອງແຂວງຄໍາມ່ວນໃຫ້ເປັນທີ່ຮູ້ຈັກທັງພາຍໃນ ແລະ ຕ່າງປະເທດ. ໃນໂອກາດນີ້, ທ່ານ ພັນທະຈິດ ອິນທິລາດ ປະທານກຸ່ມບໍລິສັດ INTRA Gorp ໄດ້ລາຍງານກ່ຽວກັບ ຄວາມເປັນມາ, ການພັດທະນາໂຄງການທ່ອງທ່ຽວວ່າ: ໂຄງການນີ້ເປັນແຫຼ່ງທ່ອງທ່ຽວ ແນວອະນຸລັກທຳມະຊາດ ແບບຍືນຍົງ ແລະ ສີຂຽວ ໂດຍເນັ້ນການມີສ່ວນຮ່ວມຂອງຊຸມຊົນເປັນຫຼັກ. ຕັ້ງຢູ່ບ້ານນາຄື ເມືອງຫີນບູນ, ມີເນື້ອທີ່ພັດທະນາປະມານ 80 ເຮັກຕາ, ເຂດອະນຸລັກຟອດຊິວ 350 ເຮັກຕາ ແລະ ເຂດອະນຸລັກປົກປັກຮັກສາ ແລະ ຟື້ນຟູປ່າຕົ້ນນໍ້າ 25,000 ກວ່າເຮັກຕາ. ເຖິງແມ່ນໂຄງການຈະໄດ້ປະສົບກັບອຸປະສັກຫຼາຍປະການ ໂດຍສະເພາະການລະບາດຂອງໂຄວິດ-19 ແຕ່ດ້ວຍການນໍາພາຂອງພັກ-ລັດ ແລະ ການຮ່ວມມືຈາກທຸກພາກສ່ວນ ໄດ້ເຮັດໃຫ້ໂຄງການດຳເນີນໄປໄດ້ຢ່າງສຳເລັດ.
ສຳລັບໄລຍະທີ 1 ນີ້ ໄດ້ພັດທະນາເຮືອນພັກ 108 ຫຼັງ, ຮ້ານອາຫານ ແລະ ຄລັບເຮົາສ 4 ແຫ່ງ ພ້ອມກິດຈະກຳທ່ອງທ່ຽວຫຼາຍກວ່າ 30 ກິດຈະກໍາ ສາມາດຮອງຮັບນັກທ່ອງທ່ຽວໄດ້ປະມານ 3,000 ຄົນ/ມື້ ແລະ ແຂກພັກຄ້າງຄືນໄດ້ 300 ຄົນ/ມື້ ໂດຍມີເປົ້າໝາຍຮອງຮັບນັກທ່ອງທ່ຽວໃຫ້ໄດ້ເຖິງ 1 ລ້ານຄົນຕໍ່ປີ. ພິເສດ, ເຂດນີ້ຍັງໄດ້ຄົ້ນພົບຖໍ້າຫຼາຍກວ່າ 20 ແຫ່ງທີ່ສວຍງາມ ແລະ ອຸດົມສົມບູນ, ການຄົ້ນພົບຟອດຊິວທີ່ຊາກພືດ ແລະ ສັດມີອາຍຸກວ່າ 500 ລ້ານປີໃນພູເຂົາ. ຖືເປັນຄໍາສັນຍາສໍາຄັນຂອງສວນສາທາລະນະທໍລະນີວິທະຍາສາດແຫ່ງຊາດ.

ໂຄງການນີ້, ຍັງໄດ້ສ້າງວຽກເຮັດງານທໍາໃຫ້ປະຊາຊົນຫຼາຍກວ່າ 300 ຕໍາແໜ່ງ, ຊ່ວຍຍົກລະດັບລາຍໄດ້ ແລະ ຊຸກຍູ້ເສດຖະກິດທ້ອງຖິ່ນໃຫ້ເຕີບໂຕ. ໃນອະນາຄົດ, ທາງໂຄງການຍັງມີແຜນພັດທະນາເພີ່ມເຕີມ ເຊັ່ນ: ໂຮງແຮມ, ສະໜາມກ໋ອຟ 18 ຫຼຸມ ແລະ ສິ່ງອໍານວຍຄວາມສະດວກອື່ນໆ ເພື່ອຍົກລະດັບໃຫ້ເປັນສູນກາງທ່ອງທ່ຽວໃນພາກກາງຂອງປະເທດ.
ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງແຂວງ ໄດ້ມີຄໍາເຫັນ ແລະ ເນັ້ນວ່າ: ດ້ວຍຄວາມມຸ້ງໝັ້ນເຮັດແທ້ທຳຈິງ, ດ້ວຍປະສົບການ, ຄວາມຊໍານິຊໍານານ, ດ້ວຍທ່າແຮງທາງດ້ານແຫຼ່ງທຶນ ແລະ ຄວາມພ້ອມຮອບດ້ານຂອງຜູ້ລົງທຶນ ຈະເຮັດໃຫ້ສະຖານທີ່ແຫຼ່ງທ່ອງທ່ຽວ ສືບຕໍ່ຂະຫຍາຍຕາມແຜນພັດທະນາຂອງໂຄງການບັນລຸຜົນສໍາເລັດຕາມເປົ້າໝາຍ. ໃນນາມຕາງໜ້າການນໍາແຂວງ ຂໍຮຽກຮ້ອງມາຍັງກທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງສືບຕໍ່ໃຫ້ການສະໜັບສະໜູນ, ຊ່ວຍເຫຼືອ, ສ້າງເງື່ອນໄຂອໍານວຍຄວາມສະດວກ ແລະ ໃຫ້ຄວາມຮ່ວມມື ຊຸກຍູ້-ສົ່ງເສີມວຽກງານການທ່ອງທ່ຽວໃຫ້ໄດ້ຮັບການພັດທະນາ ແລະ ມີຄວາມກ້າວໜ້າ ສ້າງຊື່ສຽງໃຫ້ແກ່ປະເທດຊາດ ກໍຄື ແຂວງພວກເຮົາ ສາມາດໄດ້ຮັບຜົນສໍາເລັດຕາມແຜນການ ຫຼື ລື່ນແຜນການທີ່ວາງໄວ້. ພິທີເປີດໃນຄັ້ງນີ້, ຖືວ່າເປັນຫຼັກໝາຍສຳຄັນ ໃນການພັດທະນາດ້ານການທ່ອງທ່ຽວ ຄວບຄູ່ກັບການອະນຸລັກທຳມະຊາດ ໃຫ້ຍືນຍົງ ແລະ ສ້າງຊື່ສຽງໃຫ້ແກ່ແຂວງຄໍາມ່ວນໃນອະນາຄົດ.

