Homeສຶກສາ"ຍິນດີນຳ 18 ນັກສຶກສາລາວ! ຜູ້ໄດ້ຮັບທຶນລັດຖະບານຍີ່ປຸ່ນ (MEXT) ກຽມບິນໄປສຶກສາຕໍ່

“ຍິນດີນຳ 18 ນັກສຶກສາລາວ! ຜູ້ໄດ້ຮັບທຶນລັດຖະບານຍີ່ປຸ່ນ (MEXT) ກຽມບິນໄປສຶກສາຕໍ່

ສະຖານທູດຍີ່ປຸ່ນ ປະຈຳ ສປປ ລາວ ໄດ້ຈັດພິທີລ້ຽງສົ່ງນັກສຶກສາລາວ ທີ່ກຳລັງກະກຽມໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ ພາຍໃຕ້ທຶນການສຶກສາ MEXT (Ministry of Education, Culture, Sports, Science and Technology) ຂອງລັດຖະບານຍີ່ປຸ່ນ, ຂຶ້ນໃນຕອນແລງວັນທີ 19 ມີນາ 2026 ນີ້, ຢູ່ທີ່ເຮືອນພັກທູດຍີ່ປຸ່ນ ປະຈໍາລາວ,

ໂດຍມີທ່ານ ພຸດ ສິມມາລາວົງ ອະດີດລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ປະທານສະມາຄົມມິດຕະ ພາບ ລາວ-ຍີ່ປຸ່ນ, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ພອມດ້ວຍພະນັກງານອາວຸໂສບໍານານ ລວມທັງພະນັກງານຈາກອົງການທີ່ກ່ຽວຂ້ອງ ແລະ ອະດີດນັກສຶກສາລາວ ທີ່ເຄີຍໄປສຶກສາຢູ່ຍີ່ປຸ່ນ ເຂົ້າຮ່ວມ.

ທ່ານ ໂຄອິຊຶມ ຊຶໂຕມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ໄດ້ແນະນຳເຫຼົ່ານັກສຶກສາໃຫ້ແລກປ່ຽນກັບຄົນຍີ່ປຸ່ນໃຫ້ຫຼາຍ ເພື່ອຮູ້ຈັກກັບປະເທດຍີ່ປຸ່ນ ໃຫ້ເລິກເຊິ່ງກວ່າເກົ່າ, ເນື່ອງຈາກປະເທດລາວ ໄດ້ຮັບຄວາມສົນໃຈໃນປະເທດຍີ່ປຸ່ນ ຫຼາຍຂຶ້ນຢ່າງກ້າວກະໂດດ ພາຍຫຼັງການສະເດັດຢ້ຽມຢາມ ປະເທດລາວ ຂອງສົມເດັດ ເຈົ້າຍິງ ໄອໂກະແຫ່ງ ປະເທດຍີ່ປຸ່ນ ໃນເດືອນພະຈິກ 2025 ທີ່ຜ່ານມາ.

ສໍາລັບປີນີ້ ມີນັກສຶກສາຈາກປະເທດລາວ ທີ່ໄດ້ຮັບທຶນການສຶກສາເພື່ອໄປສຶກສາລະ ດັບຫຼັງປະລິນຍາຕີ, ລະດັບຊັ້ນສູງຫຼັກສູດເຕັກໂນໂລຊີ ແລະ ຊັ້ນສູງທົ່ວໄປ ທີ່ປະເທດຍີ່ປຸ່ນ ຈໍານວນ 18 ຄົນ, ເປັນທີ່ຄາດຫວັງວ່າເຫຼົ່ານັກສຶກສາຈະໄດ້ຮັບປະສົບການ ຄວາມຮູ້ ແລະ ທັກສະທີ່ລ້ຳຄ່າຢູ່ຍີ່ປຸ່ນ ແລະ ເອົາມານໍາໃຊ້ເພື່ອພັດທະນາປະເທດຊາດ ແລະ ພາກພື້ນໃນອະນາຄົດ.

ນາງ ວາລິສາ ນິນທາວົງ ທີ່ຈະໄປສຶກສາຕໍ່ໃນລະດັບຫຼັງປະລິນຍາຕີ ໄດ້ຕາງໜ້າຜູ້ຮັບທຶນການສຶກສາ MEXT ໃນຄັ້ງນີ້ ສະແດງຄວາມຂອບໃຈຕໍ່ລັດຖະບານຍີ່ປຸ່ນ ທີ່ເອື້ອເຟື້ອເພື່ອແຜ່ໃຫ້ທຶນການສຶກສາໃນຄັ້ງນີ້ ພ້ອມທັງສະແດງຄວາມມຸ່ງໝັ້ນທີ່ຈະຕັ້ງໜ້າສຶກສາຮໍ່າຮຽນທີ່ປະເທດຍີ່ປຸ່ນ.

ນອກຈາກນັ້ນ ໃນງານລ້ຽງດັ່ງກ່າວ ອະດີດນັກສຶກສາທີ່ຈົບມາຈາກປະເທດຍີ່ປຸ່ນ ກໍໄດ້ແບ່ງປັນປະສົບການ ແລະ ໃຫ້ຄໍາແນະນຳຜູ້ໄດ້ຮັບທຶນໃນປີນີ້ ໃຫ້ນໍາໃຊ້ໂອກາດຄັ້ງນີ້ ໃຫ້ເກີດຜົນປະໂຫຍດສູງສຸດ ພ້ອມນີ້ ແຂກຜູ້ເຂົ້າຮ່ວມງານ ຍັງໄດ້ໃຫ້ກໍາລັງໃຈຜູ້ໄດ້ຮັບທຶນ ທ່າມກາງບັນຍາກາດອັນອົບອຸ່ນ ແລະ ເປັນກັນເອງ ເຮັດໃຫ້ຄວາມຄາດຫວັງຕໍ່ກັບການຮຽນທີ່ປະເທດຍີ່ປຸ່ນ ຂອງຜູ້ໄດ້ຮັບທຶນເພີ່ມສູງຂຶ້ນຍິ່ງກວ່າເກົ່າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments