Homeຂ່າວຕ່າງປະເທດນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດນາມ ສະ​ເໜີ​ ກາ​ຕາ ຍູ້​ແຮງ​ການ​ຮ່ວມ​ມື​ພະ​ລັງ​ງານ​

ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດນາມ ສະ​ເໜີ​ ກາ​ຕາ ຍູ້​ແຮງ​ການ​ຮ່ວມ​ມື​ພະ​ລັງ​ງານ​

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ຫວ່າງມໍ່ໆມານີ້ ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິງຈິງນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ຄາລິດ ອາລີ ອັບດູລາ ອາເບນ ເອກອັກຄະລັດຖະທູດ ລັດ ກາຕາ ປະຈຳ ຫວຽດນາມ.

ໃນການຕ້ອນຮັບ, ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບ ກາຕາ ແລະ ເຮັດຈົນສຸດຄວາມສາມາດຂອງຕົນເພື່ອຊອກຫາມາດຕະການ, ປະກອບສ່ວນເຂົ້າໃນບັນດາຄວາມມານະພະຍາຍາມ ລວມເພື່ອນຳມາຊຶ່ງສັນຕິພາບ, ສະຖຽນລະພາບຂອງແຕ່ລະປະເທດ ແລະ ພາກພື້ນ ດ້ວຍຈິດໃຈສາມັກຄີເພື່ອສ້າງກຳລັງແຮງ, ຮ່ວມມືກັນເພື່ອສ້າງແຫຼ່ງກຳລັງ, ເຈລະຈາເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈ. ຫວຽດນາມ ກຽມພ້ອມຮ່ວມມື, ໜູນຊ່ວຍຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ກັບ ກາຕາ.

ທ່ານນາຍົກລັດຖະມົນຕີຫວຽດນາມ ສະເໜີໃຫ້ທ່ານເອກອັກຄະລັດຖະທູດ ສົມທົບກັບ ຫວຽດນາມ ຢ່າງ ແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງສອງຝ່າຍຢ່າງຮີບດ່ວນ; ສ້າງເງື່ອນໄຂໃຫ້ ຫວຽດນາມ ສຳຜັດກັບບັນດາສາງສຳຮອງນ້ຳມັນນອກເຂດອ່າວກັບ ກາຕາ, ສົມທົບກັນສ້າງສາງສຳຮອງນ້ຳມັນພາກພື້ນຢູ່ ຫວຽດນາມ ໃນໄລຍະຈະມາເຖິງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments