Homeຂ່າວຕ່າງປະເທດຈີນ ​ຮຽກ​ຮ້ອງ​ໃຫ້​​ທົບ​ທວນ​ຄືນ​ຄຳ​ໝັ້ນ​ສັນ​ຍາ​ໃນ​ການ​ຊຸກ​ຍູ້ ​ແລະ​​ ປົກ​ປ້ອງສິດ​ທິ​ມະ​ນຸດ

ຈີນ ​ຮຽກ​ຮ້ອງ​ໃຫ້​​ທົບ​ທວນ​ຄືນ​ຄຳ​ໝັ້ນ​ສັນ​ຍາ​ໃນ​ການ​ຊຸກ​ຍູ້ ​ແລະ​​ ປົກ​ປ້ອງສິດ​ທິ​ມະ​ນຸດ

ຂ່າວສານຊີອາໄອລາຍງານວ່າ: ເມື່ອບໍ່ດົນມານີ້, ກອງ​ປະ​ຊຸມ​ຄັ້ງ​ທີ 61 ຂອງ​ສະ​ພາສິດ​ທິ​ມະ​ນຸດ​​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ ໄດ້​ຈັດ​ກອງ​ປະ​ຊຸມ​ອະ​ພິ​ປາຍ​ທົ່ວ​ໄປ​ກ່ຽວ​ກັບ​ບັນ​ຫາ​ສິດ​ທິ​ມະ​ນຸດ​ຂອງ​ປະ​ເທດ​ຕ່າງ​ໆ, ທ່ານ​ນາງ ຫຼີ​ຊ້ຽວ​ເມີຍ ຮອງ​ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ໂດຍ​ເນັ້ນ​ໜັກ​ວ່າ: ວັນ​ທີ 15 ມີ​ນາ​ ​​ແມ່ນ​ວັນ​ຄົບ​ຮອບ 20 ປີ​ທີ່​ສະ​ມັດ​ຊາ​ໃຫຍ່ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຮັບ​ຮອງ​ເອົາ​ມະ​ຕິ​ວ່າ​ດ້ວຍ​ການ​ສ້າງ​ຕັ້ງ​ສະ​ພາ​ສິດ​ທິ​ມະ​ນຸດ, ແຕ່​ປັດ​ຈຸ​ບັນ ລັດ​ທິ​ຫຼາຍ​ຝ່າຍ ​ແລະ ​ວຽກ​ງານ​ສິດ​ທິ​ມະ​ນຸດ​ທົ່ວ​ໂລກ​ກຳ​ລັງຜະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປະ​ຫວັດ​ສາດ, ສະ​ຖາ​ນະ​ການ​ຂອງ​ພາກ​ພື້ນ​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ສັນ​ຕິ​ພາບ ​ແລະ​ ຄວາມ​ໝັ້ນ​ຄົງ​ສາ​ກົນ​ຢ່າງ​ເລິກ​ເຊິ່ງ ແລະ​ ໄດ້​ສ້າງ​ໄພ​ພິ​ບັດ​ດ້ານ​ສິດ​ທິ​ມະ​ນຸດ ​ແລະ​ ມະ​ນຸດ​ສະ​ທຳ.

ການ​ຫັນ​ເອົາ​ບັນ​ຫາ​ສິດ​ທິ​ມະ​ນຸດ​ໄປ​ໃນ​ທາງ​ການ​ເມືອງ, ໃຊ້​ເປັນເຄື່ອງ​ມື ​ແລະ ​ສອງ​ມາດ​ຖານ​ນັບ​ມື້​ນັບ​ຮຸນ​ແຮງ​ຂຶ້ນ, ກົນ​ໄກ​ສະ​ເພາະ​ປະ​ເທດ 13 ກົນ​ໄກຂອງ​ສະ​ພາ​ສິດ​ທິ​ມະ​ນຸດ​ລ້ວນ​ແຕ່​​ແນ​ໃສ່​ປະ​ເທດທີ່​ກຳ​ລັງ​ພັດ​ທະ​ນາ. ຈີນ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​​ທົບ​ທວນ​ຄືນ​ຄຳ​ໝັ້ນ​ສັນ​ຍາ​ເດີມ​ໃນ​ການ​ຊຸກ​ຍູ້ ​ແລະ ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ,​ ດຳ​ເນີນ​ການ​ສົນ​ທະ​ນາ​ແລະ​ ການ​ຮ່ວມ​ມື​ບົນ​ພື້ນ​ຖານ​ຄວາມ​ສະ​ເໝີ​ພາບ​ກັນ​ ແລະ​ ເຄົາ​ລົບ​ຊຶ່ງກັນ ​ແລະ ​ກັນ ​ແລະ ​ດຳ​ເນີນ​ການ​ຢ່າງ​ເປັນ​ຮູບ​ປະ​ທຳ​ເພື່ອ​ສົ່ງ​ເສີມ​ສິດ​ທິ​ມະ​ນຸດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments