Homeຂ່າວຕ່າງປະເທດຣັດເຊຍ ເປີດສູນທົດສອບ ຫຸ່ນຍົນ ແລະ ລະບົບຂັບຂີ່ອັດຕະໂນມັດ

ຣັດເຊຍ ເປີດສູນທົດສອບ ຫຸ່ນຍົນ ແລະ ລະບົບຂັບຂີ່ອັດຕະໂນມັດ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ທ່ານ ເຊີເກ ໂຊເບຍນິນ ເຈົ້າຄອງນະຄອນຫຼວງມົສກູ ໄດ້ປະກາດວ່າ, ຣັດເຊຍ ໄດ້ເປີດສູນທົດສອບເຕັກໂນໂລຊີຫຸ່ນຍົນ ແລະ ລະບົບຂັບຂີ່ອັດຕະໂນມັດຢ່າງເຕັມຮູບແບບແຫ່ງທຳອິດຂອງຣັດເຊຍໃນນະຄອນຫຼວງມົສກູ ຊຶ່ງອອກແບບມາເພື່ອທົດສອບເຕັກໂນໂລຊີດັ່ງກ່າວທັງໃນດ້ານໂລຈິສຕິກ, ການຂົນສົ່ງ, ການກໍ່ສ້າງ ແລະ ການເຝົ້າລະວັງ.

ນັກພັດທະນາສາມາດຍື່ນຂໍທົດສອບຜ່ານແພັດຟອມອອນລາຍ ຊຶ່ງຄຳຮ້ອງຂໍຈະຖືກພິຈາລະນາຢ່າງໄວວາ ເພື່ອໃຫ້ສາມາດເລີ່ມການທົດສອບໄດ້ພາຍໃນສອງສາມມື້.

ສູນດັ່ງກ່າວຮອງຮັບການທົດລອງໃນສະພາບແວດລ້ອມທີ່ຫຼາກຫຼາຍເຊັ່ນ: ພື້ນທີ່ສາທາລະນະພາຍໃນອາຄານ, ພື້ນທີ່ເປີດທີ່ມີພື້ນຜິວທີ່ຫຼາກຫຼາຍ, ລວມທັງສະພາບແວດລ້ອມທາງນ້ຳ, ໃຕ້ນ້ຳ ແລະ ທາງອາກາດ. ໂດຍຄາດວ່າຈະເລັ່ງການຫັນປ່ຽນຈາກຕົ້ນແບບໄປສູ່ຂັ້ນຕອນການຜະລິດຂະໜາດໃຫຍ່ ແລະ ຊ່ວຍສົ່ງເສີມການພັດທະນາເຕັກໂນໂລຊີເຫຼົ່ານີ້ພາຍໃນຣັດເຊຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments