ພິທີປະກາດການແຕ່ງຕັ້ງ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ແລະ ຮອງຫົວໜ້າ ກົມວິທະຍາສາດ-ປະຫວັດສາດ ການທະຫານ, ໄດ້ຈັດຂຶ້ນໃນວັນທີ 19 ມີນາ 2026 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ກົງທອງ ສຸຂະວົງ ກໍາມະການຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະນໍາກະຊວງ, ບັນດາກົມ, ຫ້ອງວ່າການກະ ຊວງປ້ອງກັນປະເທດ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນພິທີ ສະຫາຍ ພັນເອກ ວັນທອງ ທໍາມະຕານ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ແລະ ຮອງຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ. ເຊິ່ງໃນນັ້ນ, ກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງ ສະຫາຍ ພັນເອກ ສີສະຫງຽມ ອຸດົມ ເປັນຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ແລະ ແຕ່ງຕັ້ງ ສະຫາຍ ພັນເອກ ສິງ ບຸນນິວົງ ເປັນຮອງຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ.

ໂອກາດນີ້, ສະຫາຍ ພົນຕີ ກົງທອງ ສຸຂະວົງ ໄດ້ມີຄໍາເຫັນໂອ້ລົມ ພ້ອມທັງເນັ້ນໜັກໃຫ້ບັນດາສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ ຕ້ອງເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງໃຫ້ສູງຂຶ້ນກວ່າເກົ່າ, ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງ, ແບ່ງຄວາມຮັບຜິດຊອບຢ່າງລະອຽດຈະແຈ້ງ, ຮັກສາຄວາມເປັນແບບຢ່າງນຳໜ້າໃນການນຳພາຈັດຕັ້ງປະຕິບັດວຽກງານຕາມຄວາມຮັບຜິດຊອບຂອງຕົນທີ່ໄດ້ຮັບມອບໝາຍ, ເປັນເຈົ້າການປັບປຸງກໍ່ສ້າງພັກ-ພະນັກງານ ຕາມແນວທາງປ່ຽນແປງໃໝ່ຂອງພັກ, ເພີ່ມທະວີຄວາມຮັບຜິດຊອບຕໍ່ວຽກງານວິຊາສະເພາະຕັກນິກ ໃຫ້ເປັນລະບົບຄົບຊຸດ, ເຕົ້າໂຮມຄວາມສາມັກຄີພາຍໃນໝູ່ຄະນະໃຫ້ໜັກແໜ້ນເຂັ້ມແຂງຮອບດ້ານ ຈຶ່ງຈະສາມາດເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ໂດຍ: ຈອນນີ້

