ກອງປະຊຸມຄົບຄະນະ ຄັ້ງທີ 2 ຂອງຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ (ນວ) ສະໄໝທີ VIII ຈັດຂຶ້ນວັນທີ 19-20 ມີນານີ້ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງສະຫາຍ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ເລຂາຄະນະພັກ ນວ ມີສະຫາຍ ສີລິລາດທົງສິນ ທອງເພັງ ຮອງເລຂາຄະນະພັກ ປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຫົວໜ້າພະແນກການອ້ອມຂ້າງນະຄອນຫຼວງເຂົ້າຮ່ວມ.
ໃນການດຳເນີນກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມແມ່ນໄດ້ຮັບຟັງການເຜີຍແຜ່ 2 ເອກະສານສຳຄັນຈາກສະຫາຍ ອາດສະພັງທອງ ສີພັນດອນ ຄື: ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 2 ສະໄໝທີ XII ແລະ ຮ່າງຂໍ້ກໍານົດວ່າດ້ວຍລະບອບແບບແຜນວິທີເຮັດວຽກ ແລະ ການພົວພັນ ລະຫວ່າງ ເລຂາຄະນະພັກ ກັບ ປະທານຄະນະກໍາມະການປົກຄອງ ນະຄອນຫຼວງ ແລະ ແຂວງ ແລະ ຮັບຟັງການລາຍງານບົດສະຫຼຸບຕີລາຄາການນໍາພາຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງຄະນະບໍລິ ຫານງານພັກ ນະຄອນຫຼວງວຽງຈັນ ໄລຍະ 3 ເດືອນຜ່ານມາ ແລະ ວຽກຈຸດສຸມ 3 ເດືອນຕໍ່ໜ້າ ແຜນຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຕິດພັນກັບການຜັນຂະຫຍາຍຕົວຈິງຂອງແຜນ 5 ປີ ຄັ້ງທີ X ຂອງນະຄອນຫຼວງວຽງຈັນ ຈາກສະຫາຍ ສີລິລາດທົງສິນ ທອງເພັງ; ພ້ອມດຽວກັນນີ້ ໃນກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ ການຕີລາຄາສະພາບວຽກງານ ປກຊ-ປກສ ຢູ່ນະຄອນຫຼວງວຽງຈັນ ແລະ ສະພາບລວມວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ຕິດພັນກັບການແກ້ໄຂປະກົດການຫຍໍ້ທໍ້ ຮັບຟັງການລາຍງານ ແລະ ພິຈາລະນາຕົກລົງ ຮັບຮອງເອົາຮ່າງແຜນດໍາເດີນງານຂອງຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ ສະໄໝທີ VIII ປີ 2026-2030 ຮັບຟັງການລາຍງານ ແລະ ພິຈາລະນາຕົກລົງ ຮັບຮອງເອົາແບບແຜນວິທີເຮັດວຽກຂອງຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ ສະໄໝທີ VIII ຮັບຟັງການລາຍງານ ແລະ ພິຈາລະນາ ຮັບຮອງເອົາຮ່າງມະຕິຕົກລົງ ວ່າດ້ວຍການແບ່ງຄວາມຮັບຜິດຊອບພາຍໃນຄະນະບໍລິຫານງານພັກນະຄອນຫຼວງວຽງຈັນ ສະໄໝທີ VIII ຮັບຟັງການລາຍງານ ແລະ ພິຈາລະນາຮັບຮອງເອົາຮ່າງມະຕິຕົກລົງ ວ່າດ້ວຍການແບ່ງຄວາມຮັບຜິດຊອບ ພາຍໃນຄະນະປະຈໍາພັກ ນະຄອນຫຼວງວຽງຈັນ ລົງຊີ້ນໍາເມືອງ ຮັບຟັງການລາຍງານ ແລະ ໃຫ້ທິດຊີ້ນໍາກ່ຽວກັບແຜນການເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຕິດພັນກັບມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກນະຄອນຫຼວງວຽງຈັນ ຮັບຟັງການລາຍງານ ແລະ ໃຫ້ທິດຊີ້ນໍາກ່ຽວກັບຮ່າງແຜນເຄື່ອນໄຫວ ແລະ ເດີນທາງໃຫ້ຄະນະການນໍາຂັ້ງສູງ ຂອງນະຄອນຫຼວງວຽງຈັນ ເພື່ອໄປຢ້ຽມຢາມ-ຕ້ອນຮັບ ແລະ ເຮັດວຽກກັບບັນດາປະເທດເພື່ອນມິດ ປະຈໍາປີ 2026 ຮັບຟັງການລາຍງານ ແລະ ໃຫ້ທິດຊີ້ນໍາ ເຜີຍແຜ່ຜົນສໍາເລັດບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈໍາເຂດເລືອກຕັ້ງທີ 1 ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ແລະ ແຜນການກະກຽມກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ V ຮັບຟັງການລາຍງານ ແລະ ໃຫ້ທິດຊີ້ນໍາກ່ຽວກັບແຜນຜັນຂະຫຍາຍ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຕິດພັນກັບ ການຜັນຂະຫຍາຍຕົວຈິງຂອງແຜນການ 5 ປີ ຄັ້ງທີ X ຂອງນະຄອນຫຼວງວຽງຈັນ ຮັບຟັງການລາຍງານ ບົດສະຫຼຸບຕີລາຄາການນໍາພາຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ ໄລຍະ 3 ເດືອນ ແລະ ວຽກຈຸກສຸມ 3 ເດືອນຕໍ່ໜ້າ.

