ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ ຮ່ວມກັບ ວິທະຍຸໂທລະພາບສູນກາງຈີນ (CMG) ຈັດເສວະນາ ໃນຫົວຂໍ້ “ຈີນໃນລະດູບານໃໝ່ ຮ່ວມກັນເປີດໜ້າໃໝ່ ແຫ່ງການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ”ໃນວັນທີ 19 ມີນາ 2026 ທີ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ດາວສະຫວັນ ເຄືອມີໄຊ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳລາວເຂົ້າຮ່ວມ ແລະ ໄດ້ແລກປ່ຽນຄວາມຄິດເຫັນ ກ່ຽວກັບຈິດໃຈຂອງກອງປະຊຸມສອງສະພາຂອງຈີນ ໂດຍປິ່ນອ້ອມຫົວຂໍ້ ຮ່ວມກັນເປີດໜ້າໃໝ່ແຫ່ງການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ. ພ້ອມນີ້, ຍັງໄດ້ປຶກສາຫາລືຫລາຍຫົວຂໍ້ເຊັ່ນ: ຖືປະຊາຊົນເປັນສິ່ງສຳຄັນກວ່າໝູ່, ການເຊື່ອມຕໍ່ການຂົນສົ່ງ, ພະລັງງານສີຂຽວ, ຮ່ວມມືປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ກັບການຮ່ວມມືດ້ານດີຈິຕອນ.
ໃນໂອກາດນີ້, ທ່ານ ເຊິ້ນ ໄຫສົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນ, ປະທານວິທະຍຸໂທລະພາບສູນກາງຈີນ ໄດ້ກ່າວປາໄສຜ່ານວິດີໂອວ່າ: ກອງປະຊຸມສອງສະພາຂອງຈີນ ໄດຮັບຮອງເອົາຫລາຍເອກະສານສຳຄັນເປັນຕົ້ນແມ່ນ ແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 15 ຊຶ່ງແຜນພັດທະນາ ທີ່ມີຄຸນນະພາບສູງຂອງຈີນໄດ້ສ້າງໂອກາດໃໝ່ໃຫ້ແກ່ໂລກ. ໃນໄລຍະໄຂກອງປະຊຸມສອງສະພາປີນີ້, ທ່ານ ສີ ຈິ້ນຜິງ ໄດ້ເນັ້ນໜັກວ່າ: ຈະເປີດກວ້າງການໄຂປະຕູສູ່ພາຍນອກໃນລະດັບສູງ, ບຸກເບີກຕະຫລາດໂລກຢ່າງກວ້າງຂວາງ ແລະ ເຊື່ອມຕໍ່ກັບວົງຈອນເສດຖະກິດສາກົນໃຫ້ດີຂຶ້ນ. ສິ່ງນີ້, ສະແດງໃຫ້ເຫັນຄວາມຕັດສິນໃຈຂອງຈີນວ່າ “ປະຕູຂອງຈີນຈະເປີດກວ້າງຂຶ້ນຢ່າງບໍ່ຢຸດຢັ້ງ.” ນັບຕັ້ງແຕ່ຕົ້ນປີນີ້ມາ, ກຳລັງການຜະລິດໃໝ່ຂອງຈີນ ໄດ້ພັດທະນາຢ່າງວ່ອງໄວ, ວິທະຍຸໂທລະພາບສູນກາງຈີນ ຍິນດີເສີມຂະຫຍາຍທ່າແຮງໃນການເປັນສື່ສັງລວມທີ່ດີໃນສາກົນ, ອີງໃສ່ເຄືອຂ່າຍສື່ສານໃນທົ່ວໂລກດ້ວຍ 85 ພາສາຕ່າງປະເທດ, ສຳນັກງານປະຈຳຕ່າງປະເທດ 192 ແຫ່ງ ແລະ ເວທີລວມສູນສື່ຕ່າງໆຂອງ CGTN ເພື່ອປະກອບເປັນເວທີສື່ມວນຊົນໃນດ້ານການລາຍງານຂ່າວ, ລົງເລິກການເຊື່ອມໂຍງກັນດ້ານວັດທະນະທຳບວກກັບວິທະຍາສາດເຕັກນິກ, ສືບຕໍ່ຄົ້ນຄວ້າໃນຂົງເຂດໃໝ່ເຊັ່ນ: 5G, 6G, ສັນຍານຄວາມລະອຽດສູງ ກໍຄື ປັນຍາປະດິດ ແລະ ອື່ນໆ,

ທ່ານ ຟາງ ຫົງ ໄດ້ນຳສະເໜີຈິດໃຈ ຂອງກອງປະຊຸມສອງສະພາປີນີ້ ໂດຍໄດ້ລົງເລິກວິເຄາະ 4 ບັນຫາສຳຄັນຄື: ການວາງແຜນ, ການປະຕິຮູບ, ປະຊາຊົນ ແລະ ການເປີດກວ້າງ. ການວາງແຜນເປັນເຄື່ອງມືທີ່ສຳຄັນ ສຳລັບການປົກຄອງປະເທດສັງຄົມນິຍົມ, ຍ້ອນມີແຜນການ 5 ປີຄັ້ງທີ 15 ຂອງຈີນ, ແຜນການພັດທະນາຂອງຈີນ ກຳລັງຈະແຈ້ງຂຶ້ນເລື້ອຍໆ. ການປະຕິຮູບທີ່ບໍ່ຢຸດຢັ້ງ ແລະ ນະວັດຕະກຳຢ່າງຕໍ່ເນື່ອງແມ່ນໜຶ່ງ ໃນບັນດາສັນຍານທີ່ເຂັ້ມແຂງທີ່ສຸດທີ່ສະແດງອອກຈາກກອງປະຊຸມສອງສະພາປີນີ້. ຜົນສຳເລັດຂອງບໍລິສັດ Huawei ສະແດງໃຫ້ເຫັນວ່າ ນະວັດຕະກຳບໍ່ແມ່ນສິ່ງທີ່ສາມາດລໍຖ້າໄດ້, ແຕ່ແມ່ນສິ່ງທີ່ຕ້ອງໄດ້ຮັບການລົງທຶນ, ບາກບັ່ນສູ້ຊົນ ແລະ ອົດທົນຜ່ານຜ່າ.ຈີນຍິນດີທີ່ຈະເພິ່ມການແລກປ່ຽນກັບລາວໃນດ້ານການລົງເລິກປະຕິຮູບ, ຝ່າຍຈີນຍິນດີເພີ່ມທະວີການແລກປ່ຽນກັບ ສປປ ລາວ ກ່ຽວກັບການຫລຸດຜ່ອນຄວາມທຸກຍາກ, ການຟື້ນຟູຊົນນະບົດ ແລະ ຂົງເຂດອື່ນໆ, ຈະຈັດສັນຊັບພະຍາກອນຊ່ວຍເຫລືອ ເຂົ້າໃສ່ຂົງເຂດການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ຊົນນະບົດໃຫ້ຫລາຍກວ່າເກົ່າ.

ໂອກາດນີ້, ທ່ານ ດາວສະຫວັນ ເຄືອມີໄຊ ໄດ້ຍ້ອງຍໍຊົມເຊີຍຜົນສຳເລັດດ້ານ ການພັດທະນາຂອງຈີນໃນຍຸກໃໝ່ ແລະ ກ່າວວ່າລະດູບານໃໝ່ຂອງຈີນໃນຍຸກໃໝ່ແມ່ນລະດູບານໃໝ່ ແຫ່ງການພັດທະນາດ້ວຍຄຸນນະພາບສູງ. ພ້ອມທັງເນັ້ນໜັກວ່າ ພາຍໃຕ້ການນຳພາທີ່ສະຫລາດສ່ອງໄສ ຂອງພັກກອມມູນິດຈີນ, ຈີນໄດ້ຫັນປ່ຽນຈາກການເຕີບໂຕດ້ານປະລິມານ ໄປສູ່ການພັດທະນາທີ່ມີຄຸນນະພາບສູງ, ກາຍເປັນເຄື່ອງຈັກທີ່ສຳຄັນສຳລັບການເຕີບໂຕຂອງເສດຖະກິດໂລກ. ສາຍພົວພັນລາວ-ຈີນ ມີມາດົນນານ, ໝັ້ນຄົງ ແລະ ເລິກເຊິ່ງ. ໂຄງການຮ່ວມມືທີ່ສຳຄັນເຊັ່ນ: ເສັ້ນທາງລົດໄຟລາວ-ຈີນ, ເຂື່ອນໄຟຟ້າຕ່າງໆ, ແລະ ເສັ້ນທາງດ່ວນ ໄດ້ປ່ຽນແປງການພັດທະນາຂອງລາວຢ່າງເລິກເຊິ່ງ, ໄດ້ເຮັດໃຫ້ປະເທດລາວ ຈາກປະເທດທີ່ບໍ່ມີຊາຍແດນອອກສູ່ທະເລ ກາຍເປັນສູນກາງເຊື່ອມຕໍ່ພາກພື້ນທີ່ສຳຄັນ. ເມື່ອຜະເຊີນກັບສະຖານະການສາກົນທີ່ສັບສົນ ແລະ ບໍ່ແນ່ນອນໃນປັດຈຸບັນ, ການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ຈະບໍ່ຢຸດຢັ້ງ. ສອງປະເທດຈະຮ່ວມມືກັນເພື່ອສ້າງໃບໜ້າໃໝ່ຂອງການຮ່ວມມືໃນຂົງເຂດຕ່າງໆເຊັ່ນ: ປັນຍາປະດິດ, ເສດຖະກິດດີຈິຕອນ, ການພັດທະນາສີຂຽວ ແລະ ການແລກປ່ຽນລະຫວ່າງປະຊາຊົນ. ລາວ ແລະ ຈີນ ເປັນເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີຢ່າງສະເໝີຕົ້ນສະເໝີປາຍ.

