Homeຂ່າວໜ້າໜຶ່ງຫາລືກະກຽມເນື້ອໃນເອກະສານສຳຄັນກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກ ຄອສພ

ຫາລືກະກຽມເນື້ອໃນເອກະສານສຳຄັນກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກ ຄອສພ

ກອງປະຊຸມປະກອບຄຳຄິດຄຳເຫັນໃສ່ຮ່າງເນື້ອໃນເອກະສານກອງປະຊຸມໃຫຍ່ຄັ້ງທີ 6 ຂອງອົງຄະນະພັກຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໃນວັນທີ 19 ມີນາ 2026 ພາຍໃຕ້ການເປັນປະທານຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາເລຂາ, ຮອງເລຂາໜ່ວຍພັກ, ຄະນະໜ່ວຍພັກ, ຄະນະກົມອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.

ໃນກອງປະຊຸມສະເໜີຮ່າງເນື້ອໃນ ເອກະສານສຳຄັນຂອງກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກ ຄອສພ ຊຶ່ງປະກອບດ້ວຍ ຮ່າງບົດລາຍງານການເມືອງ ຂອງຄະນະບໍລິຫານງານພັກ ຄອສພ ສະໄໝທີ V, ຮ່າງແຜນພັດທະນາວຽກງານໂຄສະນາອົບຮົມຂອງອົງຄະນະພັກ ຄອສພ ແລະ ຮ່າງບົດສຳຫລວດການນຳພາລວມຂອງຄະນະພັກ ຄອສພ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ປະກອບຄຳຄິດຄຳເຫັນໃສ່ຮ່າງເອກະສານດັ່ງກ່າວ ໃກ້ມີ້ເນື້ອໃນສົມບູນສອດຄ່ອງກັບສະພາບຕົວຈິງໃນແຕ່ລະຂົງເຂດວຽກງານທີ່ຢູ່ໃນຄວາມຮັບຜິດຊອບຂອງ ຄອສພ.

ໂອກາດນີ້ ສະຫາຍ ລາວປາວຊົ່ງ ນະວົງໄຊ ໄດ້ມີຄຳເຫັນຊີ້ນຳຕໍ່ກອງປະຊຸມ ໂດຍສະຫາຍໄດ້ສະເໜີໃຫ້ແຕ່ລະພາກສ່ວນທີ່ກ່ຽວຂ້ອງຄົ້ນຄວ້າ ແລະ ປະກອບຄຳຄິດຄຳເຫັນໃສ່ບັນດາເອກະສານຕ່າງໆຂອງກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກ ຄອສພ ດ້ວຍຄວາມເອົາໃຈໃສ່, ມີຄວາມຮັບຜິດຊອບສູງ ຍົກໃຫ້ເຫັນຜົນສຳເລັດ, ຄວາມຫຍຸ້ງຍາກ, ສິ່ງທ້າທ້າຍຕ່າງໆ, ບົດຮຽນທີ່ຖອດຖອນໄດ້ ໃນການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມໃນແຕ່ລະດ້ານ, ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ຄອສພ ກໍຄື ແນວທາງນະໂຍບາຍຂອງພັກ-ລັດ ໃນ 5 ປີຜ່ານມາ ເພື່ອເຮັດໃຫ້ເອກະສານມີເນື້ອໃນອຸດົມສົມບູນ, ຖືກຕ້ອງ ແລະ ຮັດກຸມ ສອດຄ່ອງກັບສະພາບຕົວຈິງ. ທັງນີ້, ກໍເພື່ອຮັບປະກັນການດຳເນີນກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກ ຄອສພ ທີ່ຈະຈັດຂຶ້ນໃນມໍ່ໆນີ້ປະສົບຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments