Homeຂ່າວຕ່າງປະເທດຈີນ​ ຈະ​ສືບ​ຕໍ່​ປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ເງິນ​ທີ່​ຕັ້ງ​ໜ້າກວ່າ​ເກົ່າໃນ​ປີ 2026

ຈີນ​ ຈະ​ສືບ​ຕໍ່​ປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ເງິນ​ທີ່​ຕັ້ງ​ໜ້າກວ່າ​ເກົ່າໃນ​ປີ 2026

ຂ່າວສານຊີອາໄອລາຍງານໃນວັນທີ 18 ມີນາ ຜ່ານມາວ່າ: ປີ​ນີ້​ແມ່ນ​ປີ​ເລີ່ມ​ຕົ້ນ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມແຫ່ງ​ຊາດ 5 ປີ​ຄັ້​ງ​ທີ 15, ຈີນ​ຈະ​ສືບ​ຕໍ່​ປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ເງິນ​ທີ່​ຕັ້ງ​ໜ້າກວ່າ​ເກົ່າ. ຕົ້ນ​ຕໍ​ຈະ​​ສຸມ​ໃສ່ສະ​ໜັບ​ສະ​ໜູນ​ການ​ສ້າງ​ຕະ​ຫຼາດ​ພາຍ​ໃນ​ປະ​ເທດ​ທີ່​ເຂັ້ມ​ແຂງ; ສະ​ໜັບ​ສະ​ໜູນ​ການ​ເລັ່ງ​​ການ​ບົ່ມ​ເພາະ​​ ແລະ​ ການ​ຂະ​ຫຍາຍ​ຕົວ​ຂອງ​ຕົວ​ຂັບ​ເຄື່ອນ​ການ​ເຕີບ​ໂຕ, ປະ​ຕິ​ບັດ​ການ​ເຄື່ອນ​ໄຫວ​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ຂອງ​ຕ່ອງ​ໂສ້​ການ​ຜະ​ລິດ​ທີ່​ສຳ​ຄັນ​ຂອງ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ຕາມ​ລຳ​ດັບ, ຈັດ​ຕັ້ງ​ປະ​ຕິ​ບັດ​ຕົວ​ເມືອງ​ທົດ​ລອງ​ຊຸດ​ທີ 3 ສໍາລັບ​ການ​ຫັນ​ເປັນ​ເຕັກ​ໂນ​ໂລ​ຊີ​ແບບ​ໃໝ່​ໃນ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ, ສືບ​ຕໍ່​ປະ​ຕິ​ບັດ​ນະ​ໂຍ​ບາຍ​ໃຫ້​ລາງວັນ​ ແລະ​ ໃຫ້​ການ​ອຸດ​ໜູນ​ດ້ານ​ການ​ເງິນ​ຕໍ່​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ ແລະ​ ນ້ອຍ​ທີ່​ມີ​ຄວາມ​ຊ່ຽວ​ຊານ, ມີ​ຄຸນ​ນະ​ພາບ​ສູງ ​ແລະ​ ມີ​ຫົວ​ຄິດ​ປະ​ດິດ​ສ້າງ.

ຂະ​ນະ​ດຽວ​ກັນ, ປີ​ນີ້ຈີນ​ຈະ​ເລັ່ງ​ໃສ່​ການ​ເພີ່ມ​ການ​ລົ​ງ​ທຶນ, ປັບ​ປຸງ​ໂຄງ​ສ້າງ​ການ​ໃຊ້​ຈ່າຍ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ໃຫ້​ດີ​ຂຶ້ນ, ເລັ່ງ​ລັດ​ການເພິ່ງ​ພາ​ຕົນ​ເອງ​ ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​ໃນ​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ລະ​ດັບ​ສູງ; ເພີ່ມ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຮັບ​ປະ​ກັນ ​ແລະ ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ; ຊຸກ​ຍູ້​ການ​ຫັນ​​ເປັນຕົວ​ເມືອງ​ແບບ​ໃໝ່​ ແລະ ​ການ​ພັດ​ທະ​ນາ​​ທ້ອງ​ຖິ່ນ​ທີ່​ມີການ​ປະ​ສານ​ງານ​​ກັນ; ເລັ່ງ​ລັດ​ຊຸກ​ຍູ້​ການ​ຫັນ​​ເປັນ​ສີ​ຂຽວ​ຢ່າງ​ຮອບ​ດ້ານ ແລະ ເພີ່ມ​ທະ​ວີ​ການ​ຄຸ້ມ​ຄອງ​ດ້ານ​ການ​ເງິນສາ​ທາ​ລະ​ນະ​ຢ່າງ​ມີ​ວິ​ທະ​ຍາ​ສາດ​ ແລະ ​ອື່ນໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments