Homeຂ່າວໜ້າໜຶ່ງເຈົ້າຊີວິດ ແຫ່ງລາຊະອານາຈັກໄທ ພ້ອມດ້ວຍພະລາຊິນີ ຢ້ຽມຊົມພິພິທະພັນພະທາດຫລວງວຽງຈັນ

ເຈົ້າຊີວິດ ແຫ່ງລາຊະອານາຈັກໄທ ພ້ອມດ້ວຍພະລາຊິນີ ຢ້ຽມຊົມພິພິທະພັນພະທາດຫລວງວຽງຈັນ

ໃນຕອນບ່າຍວັນທີ 18 ມີນາ 2026 ນີ້, ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ລາຊະອານາຈັກໄທ ພ້ອມດ້ວຍຄະນະ ໄດ້ສະເດັດຢ້ຽມຊົມ ພິທິທະພັນພະທາດຫລວງວຽງຈັນ ໃຫ້ກຽດຕ້ອນຮັບໂດຍ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນທີ່ກ່ຽວຂ້ອງຂອງທັງສອງຝ່າຍ.

ໃນໂອກາດດັ່ງກ່າວ, ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ລາຊະອານາຈັກໄທ ແລະ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ໄດ້ຮ່ວມກັນຈູດທຽນບູຊາພຣະຣັດຕະນະໄຕຣ, ຖວາຍທານແກ່ພະສົງ 9 ອົງ, ຮັບຟັງພະສົງສູດ ແລະ ຢາດນໍ້າຮັບພອນ ເພື່ອເປັນສິລິມຸງຄຸນ.

ຫລັງຈາກນັ້ນ, ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ລາຊະອານາຈັກໄທ ແລະ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ໄດ້ຍ່າງຊົມພະທາດຫລວງວຽງຈັນ ແລະ ຖ່າຍຮູບຮ່ວມກັນເພື່ອເປັນທີ່ລະນຶກ.

ໃນຕອນທ້າຍ, ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ລາຊະອານາຈັກໄທ ໄດ້ໃຫ້ກຽດລົງນາມປຶ້ມຢ້ຽມຢາມ ເພື່ອເປັນທີ່ລະນຶກ ໃຫ້ແກ່ພິພິທະພັນພະທາດຫລວງວຽງຈັນ. ພາຍຫລັງສໍາເລັດການຢ້ຽມຊົມ, ສອງປະມຸກລັດ ລາວ-ໄທ ພ້ອມດ້ວຍພັນລະຍາ ກໍໄດ້ກ່າວອໍາລາ ແລະ ອວຍພອນໄຊອັນປະເສີດ ດ້ວຍບັນຍາກາດໄມຕີຈິດມິດຕະພາບ ແລະ ຄວາມຮັກແພງເຊິ່ງກັນ ແລະ ກັນ.

ພະທາດຫລວງວຽງຈັນ ແມ່ນປູຊະນິຍະສະຖານບູຮານອັນເປັນສັນຍະລັກຂອງປະເທດລາວ ແລະ ເປັນມິ່ງຂວັນຂອງປະຊາຊົນລາວ ກໍຄື ຊາວພຸດທົ່ວປະເທດ, ທັງເປັນສະຖານທີ່ທ່ອງທ່ຽວທາງວັດທະນະທໍາທີ່ສໍາຄັນຂອງ ສປປ ລາວ ອີກດ້ວຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments