Homeຂ່າວໜ້າໜຶ່ງປະທານ ສນຊ ຕ້ອນຮັບຕາງໜ້າອົງການກອງທຶນເດັກສະຫະປະຊາຊາດ ປະຈຳລາວ

ປະທານ ສນຊ ຕ້ອນຮັບຕາງໜ້າອົງການກອງທຶນເດັກສະຫະປະຊາຊາດ ປະຈຳລາວ

ທ່ານ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ) ຕ້ອນຮັບການເຂົ້າຢ້ຽມພົບປະຂອງ ທ່ານ ບີນລາ ດຸຣານີ ຕາງໜ້າອົງການກອງທຶນເດັກສະຫະປະຊາຊາດ UNICEF ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ຢູ່ທີ່ສູນກາງແນວລາວສ້າງຊາດ ໃນວັນທີ 17 ມີນານີ້.

ທ່ານ ບີນລາ ດຸຣານີ ຕາງໜ້າອົງການ UNICEF ໄດ້ສະແດງຮູ້ສຶກເປັນກຽດຢ່າງສູງທີ່ໄດ້ເຂົ້າພົບປະທ່ານປະທານສູນກາງແນວລາວສ້າງຊາດ ໃນໂອກາດທີ່ໄດ້ຮັບໜ້າທີ່ໃໝ່ພ້ອມທັງແຈ້ງຈຸດປະສົງ ແລະ ສະພາບການເຄື່ອນໄຫວວຽກງານຂອງອົງການ UNICEF ໄລຍະຜ່ານມາ ຢູ່ ສປປ ລາວ ໂດຍສະເພາະແມ່ນການຮ່ວມມືກັບແນວລາວສ້າງຊາດ ໃນການຜັນຂະຫຍາຍບຸລິມະສິດແຫ່ງຊາດສົ່ງເສີມສຸຂະພາບທີ່ດີ ໂດຍສະເພາະແມ່ຍິງ-ເດັກນ້ອຍ ແລະ ໄວໜຸ່ມໃນເຂດເປົ້າໝາຍຫ່າງໄກສອກຫຼີກ ແລະ ຊົນເຜົ່າ ຕາມແຜນງານຂອງ UNICEF ຊຶ່ງຜ່ານມາກໍໄດ້ຮັບການຮ່ວມມື ແລະ ສະໜັບສະໜູນຈາກສູນກາງແນວລາວສ້າງຊາດ ຕາມພາລະບົດບາດ ຊຶ່ງຈະເປັນສ່ວນໜຶ່ງໃນການປະກອບສ່ວນເຂົ້າໃນການພັດທະນາທີ່ຍືນຍົງ

ໂອກາດນີ້, ທ່ານປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຊົມເຊີຍຕໍ່ຜົນງານອັນໃຫຍ່ຫຼວງ ຂອງອົງການ UNICEF ໃນຖານະທີ່ເປັນຄູ່ຮ່ວມງານທີ່ຍາວນານຂອງລັດຖະບານ ແລະ ປະຊາຊົນລາວ, ເວົ້າລວມເວົ້າສະເພາະໄດ້ຮ່ວມມືກັບສູນກາງແນວລາວສ້າງຊາດຕະຫຼອດໄລຍະຜ່ານມາ ປີນີ້ ຄົບຮອບ 52 ປີ ຂອງການພົວພັນຮ່ວມມືລະຫວ່າງ ສປປ ລາວ ກັບ UNICEF ແລະ ຫວັງວ່າຈະສືບຕໍ່ຮ່ວມມືຢ່າງໃກ້ຊິດກັບສູນກາງແນວລາວສ້າງຊາດ ພາຍໃຕ້ການນຳພາຂອງພັກ-ລັດ, ເພື່ອສະໜັບສະໜູນບຸລິມະສິດຮ່ວມກັນສຳລັບການສົ່ງເສີມສຸຂະພາບ, ເດັກນ້ອຍ ແລະ ໄວໜຸ່ມລາວ ລວມທັງການບໍລິການທີ່ມີຄຸນນະພາບ: ການສຶກສາ, ສາທາ, ການປົກປ້ອງ ແລະ ສະຫວັດດີການສັງຄົມ ເພື່ອຄວາມຍືດຍຸ່ນທີ່ດີຂຶ້ນໃນການປະເຊີນກັບສະພາບອາກາດ ແລະ ຄວາມສ່ຽງອື່ນໆທີ່ເກີດຂຶ້ນ; ທ່ານໄດ້ຍົກໃຫ້ເຫັນກ່ຽວກັບພາລະບົດບາດ ແລະ ໜ້າທີ່ຫຼັກ ຂອງແນວລາວສ້າງຊາດຕື່ມອີກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments