ວິທະຍຸ ໂທລະພາບສູນກາງຈີນ (CMG): ຫ້ອງການຄຸ້ມຄອງລະບົບນຳທາງດ້ວຍດາວທຽມ ຈີນ ແຈ້ງໃຫ້ຮູ້ວ່າ: ລະບົບນຳທາງດ້ວຍດາວທຽມ “ເປີຍໂຕວ” ຈະໄດ້ຮັບການຍົກລະດັບ ຕາມວົງໂຄຈອນໃນໄວໆນີ້ ໂດຍຈະປັບປຸງດາວທຽມ ບາງດວງໃຫ້ດີຂຶ້ນ ເພື່ອໃຫ້ບໍລິການທີ່ດີກວ່າເກົ່າ. ໃນໄລຍະການປັບປຸງນີ້, ການທົດສອບຮ່ວມກັນ ແລະ ການຕິດຕາມກວດກາ ການບໍລິການຈະໄດ້ຮັບການ ເສີມສ້າງຢ່າງຕໍ່ເນື່ອງເພື່ອຮັບປະກັນໃຫ້ຜູ້ຊົມໃຊ້ໄດ້ຮັບປະສົບການທີ່ດີຍິ່ງຂຶ້ນ.
ໃນຖານະທີ່ເປັນ ລະບົບນຳທາງດ້ວຍດາວທຽມ ທົ່ວໂລກທີ່ມີການ ກໍ່ສ້າງສົມບູນແບບ, ມີສະມັດຖະນະທີ່ຄົບຖ້ວນ ແລະ ມີປະສິດທິພາບ ທີ່ດີເດັ່ນ, ປັດຈຸບັນ, ລະບົບນຳທາງດ້ວຍດາວທຽມ “ເປີຍໂຕວ” ມີດາວທຽມ 50 ດວງr;, ດຳເນີນງານ ຢູ່ຕາມວົງໂຄຈອນ, ຄວາມຖືກຕ້ອງແມ່ນຢຳ ຂອງສັນຍານທາງພື້ນທີ່ ນ້ອຍກວ່າ 2 ແມັດ ແລະ ສາມາດໃຫ້ບໍລິການກຳນົດ ທີ່ຕັ້ງທີ່ມີຄວາມແມ່ນຢຳສູງ ໃນຂອບເຂດ 10 ແມັດ ແກ່ລູກຄ້າໃນທົ່ວໂລກ ເຊິ່ງໄດ້ເຊື່ອມໂຍງ ເຂົ້າໃນການພັດທະນາ ເສດຖະກິດສັງຄົມແຫ່ງຊາດ ຢ່າງເລິກເຊິ່ງ ແລະ ກາຍເປັນວິທະຍາສາດ ເຕັກໂນໂລຊີ ທີ່ກ້າວໜ້າເພື່ອຮັບໃຊ້ຊີວິດ ຂອງປະຊາຊົນ.

