ສຳນັກຂ່າວ ອິນໂຟເຄວສ: ທ່ານ ເນດຣ ພັກຕຣາ ລັດຖະມົນຕີກະຊວງ ສື່ສານຂອງ ກຳປູເຈຍ ເປີດເຜີຍວ່າ: ລັດຖະບານ ກຳປູເຈຍ ໄດ້ອະນຸມັດຮ່າງກົດໝາຍ ປາບປາມການສໍ້ໂກງ ທາງອອນລາຍ ທີ່ຈະລົງໂທດ ຜູ້ວົງການຢ່າງຮຸນແຮງລະຫວ່າງ ກອງປະຊຸມ ຄະນະລັດຖະມົນຕີ ປະຈຳອາທິດ.
ກົດໝາຍສະບັບນີ້ ຖືເປັນເຄື່ອງມື ທາງກົດໝາຍ ທີ່ສຳຄັນທີ່ສຸດຂອງ ກຳປູເຈຍ ໃນການຕໍ່ສູ້ກັບ ການສໍ້ໂກງທາງອອນລາຍ ແລະ ການຟອກເງິນ ຈະຊ່ວຍປ້ອງກັນແລະ ກຳຈັດການສໍ້ໂກງ ທາງອອນລາຍໃຫ້ໝົດໄປ ຈາກປະເທດ ເພື່ອສະແດງໃຫ້ເຫັນວ່າ ກຳປູເຈຍ ບໍ່ແມ່ນສະຫວັນອັນປອດໄພ ສຳລັບອາຊະຍະກຳເຫລົ່ານີ້.
ຮ່າງກົດໝາຍສະບັບນີ້ ລະບຸອີກວ່າ ຜູ້ວົງການສູນການ ສໍ້ໂກງທາງອອນລາຍ ຈະຕ້ອງໂທດຈຳຄຸກ 5-10 ປີ ແລະ ປັບເງິນສູງສຸດ 1 ຕື້ຣຽວ, ແຕ່ຫາກສໍ້ໂກງດັ່ງກ່າວ ກ່ຽວພັນກັບຄວາມຮຸນແຮງ, ການທາລຸນ, ການກັກຂັງ, ການຄ້າມະນຸດ ຫລື ການບັງຄັບໃຊ້ແຮງງານ ຈະຕ້ອງໂທດຈຳຄຸກ 10-20ປີ ແລະ ປັບເງິນສູງເຖິງ 2 ຕື້ຣຽວ.

