Homeຂ່າວໜ້າໜຶ່ງຄອສພ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ຄອສພ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ບັນດາເອກະສານສຳຄັນຕ່າງໆຂອງພັກ ແລະ ຫວນຄືນວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ ໃນວັນທີ 17 ມີນາ 2026 ໃຫ້ກຽດປາຖະກະຖາໂດຍ ສະຫາຍ ຄຳພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ມີບັນດາກົມ, ທຽບເທົ່າທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມຮັບຟັງ.

ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ໃຫ້ຮູ້ວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຈັດຂຶ້ນພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດ ເອກະລາດ ເປັນເຈົ້້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນກ້າວຂຶ້ນສູ່ສັງຄົມນິຍົມ”. ກອງປະຊຸມດັ່ງກ່າວ ໄດ້ຄົ້ນຄວ້າ, ຕົກລົງຮັບຮອງເອົາບັນຫາສໍາຄັນຂອງພັກ ແລະ ຂອງຊາດ ດ້ວຍຄວາມເປັນເອກະພາບສູງ ໂດຍສະເພາະໄດ້ພິຈາລະນາ ແລະ ຮັບຮອງເອົາໂຄງການການເມືອງຂອງພັກ ສະບັບທີ III ກ່ຽວກັບບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ ຊຶ່ງເປັນເອກະສານສໍາຄັນ, ແມ່ນທິດສະດີປະຕິວັດຂອງພັກ, ເປັນທວນໄຟເຍືອງທາງໃຫ້ແກ່ພັກ ແລະ ທົ່ວປວງຊົນໃນພາລະກິດປົກປັກຮັກສາ ແລະ ພັດ ທະນາປະເທດຊາດ. ໂຄງການການເມືອງ ເປັນຂີດໝາຍສຳຄັນປະຫວັດສາດ, ສ່ອງແສງໃຫ້ເຫັນຢ່າງມີຊີວິດຊີວາ ເຖິງການເຕີບໃຫຍ່ຂະຫຍາຍຕົວ ຂອງພັກເຮົາຕະຫລອດໄລຍະ 70 ປີ ແຫ່ງການນໍາພາພາລະກິດຕໍ່ສູ້ກູ້ຊາດ, ນໍາພາພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ກໍຄື ນໍາພາພາລະກິດປ່ຽນແປງໃໝ່. ນອກຈາກນີ້, ກອງປະຊຸມໃຫຍ່ ໄດ້ພິຈາລະນາ ແລະ ເປັນເອກະພາບສູງຮັບຮອງເອົາບົດລາຍງານການເມືອງ ທີ່ໄດ້ຕີລາຄາຢ່າງເລິກເຊິ່ງ, ກົງໄປກົງມາຕໍ່ໝາກຜົນແຫ່ງການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ໃນ 5 ປີ ຜ່ານມາ ພາຍໃຕ້ການນຳພາ-ຊີ້ນຳ ຂອງຄະນະບໍລິຫານງານສູນກາງພັກ. ພ້ອມກັນນັ້ນ, ໄດ້ຕີລາຄາຢ່າງພາວະວິໄສຕໍ່ຂໍ້ຄົງຄ້າງ, ຂໍ້ຂາດຕົກບົກພ່ອງຈຳນວນໜຶ່ງ ແລະ ຖອດໄດ້ 6 ບົດຮຽນແຫ່ງການນໍາພາ ຜ່ານພຶດຕິກໍາຕົວຈິງໃນໄລຍະ 5 ປີ ຜ່ານມາ ເພື່ອເປັນບ່ອນອີງສໍາຄັນ ໃນການປັບປຸງການ ນໍາພາ-ຊີ້ນໍາ ແລະ ການຈັດຕັ້ງປະຕິບັດແນວທາງ, ນະໂຍບາຍຂອງພັກ ໃນຊຸມປີຕໍ່ໜ້າ; ກອງປະຊຸມໃຫຍ່ ໄດ້ວາງທິດທາງເພື່ອຜັນຂະຫຍາຍເນື້ອໃນ ຂອງໂຄງການການເມືອງຂອງພັກ ສະບັບທີ 3 ໃຫ້ເປັນລະບົບ, ຕໍ່ເນື່ອງ, ໜັກແໜ້ນ; ວາງທິດທາງໄລຍະແຕ່ປີ 2026-2035 ສ້າງບັນດາປະຖົມປັດໄຈທີ່ຍູ້ແຮງການບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໄດ້ຮັບການຍົກລະດັບຂຶ້ນຢ່າງໜັກແໜ້ນ, ມີຄວາມສາມັກຄີທົ່ວປວງຊົນ, ຮັບປະກັນສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ອໍານາດອະທິປະໄຕແຫ່ງຊາດ ໄດ້ຮັບການປົກປັກຮັກສາໄວ້ໄດ້ຢ່າງໝັ້ນຄົງ, ພັດທະນາເສດຖະກິດ-ສັງຄົມ ຕາມທິດສີຂຽວ ແລະ ຍືນຍົງ; ເສດຖະກິດມະຫາພາກມີສະຖຽນລະພາບ ສຸມໃສ່ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃຫ້ເຂັ້ມແຂງ, ປະເທດຊາດພົ້ນຈາກສະຖານະພາບ ປະເທດດ້ອຍພັດທະນາ, ຮັບປະກັນຄວາມໝັ້ນຄົງ.

ຈາກນັ້ນ, ສະຫາຍ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ກໍໄດ້ເຜີຍແຜ່ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ X ຂອງລັດ ແລະ ເຜີຍແຜ່ກົດລະບຽບຂອງພັກປະຊາຊົນລາວ ສະໄໝທີ XII ຊຶ່ງກົດລະບຽບດັ່ງກ່າວ ໄດ້ຖືກປັບປຸ່ງເພື່ອໃຫ້ສອດຄ່ອງ, ຮອງຮັບການຈັດຕັ້ງປະຕິ ບັດແນວທາງການເມືອງຂອງພັກ, ຊຸກຍູ້ວຽກງານກໍ່ສ້າງພັກ ເຮັດໃຫ້ພັກເຮົາມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ, ມີຄວາມສາມາດພຽງພໍໃນການນໍາພາພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃນໄລຍະໃໝ່ ກ້າວຂຶ້ນສູ່ສັງຄົມນິຍົມ ຢ່າງໜັກແໜ້ນ.

ໃນຕອນບ່າຍວັນດຽວກັນ, ສະຫາຍ ນາງ ວິລະວອນ ພັນທະວົງ ກໍາມະການປະຈໍາພັກ, ຮອງຫົວໜ້າຄະ ນະໂຄສະນາອົບຮົມສູນກາງພັກ ກໍໄດ້ຍົກໃຫ້ເຫັນຂະບວນວິວັດ ແຫ່ງການກຳເນີດຂອງພັກປະຊາຊົນປະຕິວັດລາວ ຕະຫລອດ 71 ປີຜ່ານມາ ຊຶ່ງພັກເຮົາໄດ້ມີການນໍາພາ-ຊີ້ນໍາເດັດດ່ຽວ, ມີວິທະຍາສາດ ແລະ ມີຄວາມສະຫລາດສ່ອງໃສ, ນໍາພາປວງຊົນລາວບັນດາເຜົ່າ ຕໍ່ສູ້ຕ້ານສັດຕູຜູ້ຮຸກຮານຈົນ ສາມາດນໍາພາປວງຊົນລາວ ປົດປ່ອຍຊາດ ແລະ ປະກາດເອກະລາດ ແລະ ອະທິປະໄຕ ຂອງຕົນຂຶ້ນໃນວັນທີ 2 ທັນວາ 1975, ພາຍຫລັງປົດປ່ອຍຊາດ ພັກເຮົາກໍໄດ້ນໍາພາປວງຊົນລາວ ດໍາເນີນການປົວແປງຮຳບາດແຜສົງຄາມ ແລະ ປະຕິບັດໜ້າທີ່ສອງຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments