Homeຂ່າວການເມືອງຄະນະຜູ້ແທນສະພາແຫ່ງຊາດລາວ ສຳເລັດການເຂົ້າຮ່ວມກອງປະຊຸມສຸດຍອດ NXT-2026

ຄະນະຜູ້ແທນສະພາແຫ່ງຊາດລາວ ສຳເລັດການເຂົ້າຮ່ວມກອງປະຊຸມສຸດຍອດ NXT-2026

ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍ ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານກຳມາທິການການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ NXT-2026 ທີ່ນະຄອນຫລວງນິວເດລີ, ປະເທດອິນເດຍ ໃນວັນທີ 12-15 ມີນາ 2026 ຜ່ານມາ ພາຍໃຕ້ການເປັນເຈົ້າພາບ ແລະ ການສະໜັບສະໜູນທາງດ້ານງົບປະມານຂອງທ່ານ ກາຣຕິເກຢາ ຊຣາມາ ສະມາຊິກສະພາສູງອິນເດຍ ໂດຍມີບັນດາອະດີດນາຍົກລັດຖະມົນຕີ, ສະມາຊິກລັດຖະສະພາ, ນັກຊ່ຽວຊານ ແລະ ບັນດາອາຈານຂອງມະຫາວິທະຍາໄລຈາກທົ່ວໂລກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ທ່ານ ນາເລນດຣາ ໂມດີ ນາຍົກລັດຖະມົນຕີອິນເດຍ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ກ່າວປາໄສ ໂດຍທ່ານເນັ້ນໜັກເຖິງວິໄສທັດຂອງອິນເດຍກ່ຽວກັບນະວັດຕະກຳ, ການຮ່ວມມືດ້ານເຕັກໂນໂລຊີ, ການເຕີບໂຕທາງດ້ານເສດຖະກິດ, ການຫັນເປັນດີຈິຕອນ, ການຕອບສະໜອງຕໍ່ວິກິດການຕ່າງໆ ແລະ ໂອກາດທີ່ເກີດຂຶ້ນໃໝ່ສຳລັບການຮ່ວມມືສາກົນ. ພ້ອມດຽວກັນ, ກໍຮຽກຮອງໃຫ້ບັນດານັກການເມືອງ, ສື່ມວນຊົນ, ຊາວໜຸ່ມ, ພາກສ່ວນທຸລະກິດ ແລະ ພົນລະເມືອງ ຍົກສູງການຮ່ວມມືກັນເພື່ອການພັດທະນາປະເທດຊາດ.

ຫລັງຈາກນັ້ນ, ບັນດາແຂກທີ່ເຂົ້າຮ່ວມ ແລະ ນັກຊ່ຽວຊານຈາກທົ່ວໂລກ ກໍໄດ້ຜັດປ່ຽນກັນຂຶ້ນກ່າວປາໄສ ແລະ ມີຄຳເຫັນສົນທະນາກ່ຽວກັບວຽກງານສຳຄັນຕ່າງໆ ເຊັ່ນ: ການສິຶກສາ, ອຸດສາຫະກຳ, ຄວາມຍືນຍົງ, ການຄ້າ, ກົດໝາຍ, ການພົວພັນສາກົນ, ດີຈິຕອນ, ປັນຍາປະດິດ, ນະວັດຕະກຳການຮັກສາສຸຂະພາບ, ການເງິນ, ການທະນາຄານ, ການປ້ອງກັນປະເທດ, ຄວາມສະເໝີພາບ, ປັດຊະຍາ ແລະ ອື່ນໆ.

ໂອກາດນີ້, ທ່ານ ຈັນທະວົງ ແສນອາມາດມົນຕີ ໄດ້ຂຶ້ນກ່າວປາໄສພາຍໃຕ້ຫົວຂໍ້ “ການເຊື່ອມໂຍງດີຈິຕອນໃນອາຊຽນ ແລະ ພາກພື້ນອື່ນ” ໂດຍທ່ານຍົກໃຫ້ເຫັນເຖິງການຈັດຕັ້ງປະຕິບັດແຜນແມ່ບົດດີຈິຕອນອາຊຽນ 2020, 2025 ແລະ 2030, ບົດບາດໃນການຊຸກຍູ້ວຽກງານດັ່ງກ່າວຂອງສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA), ການຫັນເປັນດີຈິຕອນຂອງ ສປປ ລາວ ແລະ ທິດທາງຂອງວຽກງານດັ່ງກ່າວລະຫວ່າງອາຊຽນກັບພາກພື້ນອື່ນ. ນອກຈາກນັ້ນ, ຍັງໄດ້ຮ່ວມໃນເວທີແລກປ່ຽນສົນທະນາພາຍໃຕ້ຫົວຂໍ້ “ການພົວພັນພາກພື້ນຜ່ານທາງດ້ານວັດທະນະທຳ” ຊຶ່ງທ່ານຍົກໃຫ້ເຫັນເຖິງການດຳເນີນນະໂຍບາຍການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື​ເພື່ອ​ການ​ພັດທະນາ ​ຂອງ ສປປລາວ, ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງ ສປປ ລາວ ກັບ ສາທາລະນະລັດອິນເດຍ, ພ້ອມທັງຍົກໃຫ້ເຫັນເຖິງການຮ່ວມມື ແລະ ຄວາມສາມັກຄີພາຍໃນຄອບຄົວອາຊຽນ ຊຶ່ງການປະກອບຄຳເຫັນຂອງຫົວໜ້າຄະນະຜູ້ແທນລາວ ຕ່າງກໍໄດ້ຮັບຄວາມສົນໃຈ ແລະ ມີການຕອບຮັບທີ່ດີຈາກຜູ້ເຂົ້າຮ່ວມກອງປະຊຸມຢ່າງຫລວງຫລາຍ.

ກອງປະຊຸມຄັ້ງນີ້, ເປັນການສະແດງເຖິງວິໄສທັດຂອງບັນດາຜູ້ນຳ ແລະ ນັກຊ່ຽວຊານທາງດ້ານຕ່າງໆຈາກທົ່ວໂລກ, ພ້ອມທັງເປັນການແລກປ່ຽນປະສົບການ ແລະ ບົດຮຽນເຊິ່ງກັນ ແລະ ກັນ ເພື່ອວາງແນວທາງພື້ນຖານ ແລະ ຂໍ້ລິເລີ່ມສຳລັບໂລກໃນອະນາຄົດ.

ຂໍ້ມູນ-ພາບ: ສພຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments