ຊຸດຝຶກຮົມລະດັບຊາດ ພາຍໃຕ້ຫົວຂໍ້ “ການສົ່ງເສີມສຸຂະພາບເດັກໃນ ສປປ ລາວ ຜ່ານການໃຫ້ວັກຊິນກັນພະຍາດ ແລະ ການເສີມສ້າງການມີສ່ວນຮ່ວມຂອງສື່ມວນຊົນ ແລະ ຄົນໃນຊຸມຊົນ” ຈັດຂຶ້ນໃຍວັນທີ 18 ມີນາ 2026 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ກິແກ້ວ ໄຂຄຳພິທູນ ປະທານສູນກາງແນວລາວສ້າງຊາດ, ມີຜູ້ຕາງໜ້າຈາກ ສູນກາງແນວລາວສ້າງຊາດ, ຄະນະໂຄສະນາອົບຮົມສູນກາງພັກ, ກະຊວງສາທາລະນະສຸກ, ສະຫະພັນແມ່ຍິງ, ອົງການອຸຍນີເຊບ ແລະ ຄູ່ຮ່ວມງານພາກສ່ວນອື່ນໆ ເຂົ້ານຮ່ວມ.

ການຝຶກອົບຮົມຄັ້ງນີ້, ໄດ້ສຸມໃສ່ຄວາມສໍາຄັນຂອງການສື່ສານ, ການລະດົມຊຸມຊົນ ແລະ ການຮ່ວມມືລະຫວ່າງພາກສ່ວນຕ່າງໆໃນການປັບປຸງຜົນໄດ້ຮັບສຸຂະພາບເດັກໃນທົ່ວປະເທດ ໂດຍຜູ້ເຂົ້າຮ່ວມ ໄດ້ທົບທວນຄືນຂໍ້ມູນກ່ຽວກັບ ສຸຂະພາບ ແລະ ການປ້ອງກັນພະຍາດຂອງເດັກ ໃນ ສປປລາວ, ພ້ອມທັງຊອກຫາວິທີເພື່ອແກ້ໄຂຂ່າວທີ່ບໍ່ຖືກຕ້ອງ ແລະ ຄົ້ນຄວ້າເບິ່ງວ່າຜູ້ນຳຊຸມຊົນ ແລະ ອົງການຈັດຕັ້ງມະຫາຊົນ ສາມາດຊ່ວຍເພີ່ມຄວາມເຊື່ອໝັ້ນໃນບໍລິການສຸຂະພາບ ແລະ ວັກຊິນ ໄດ້ແນວໃດ.
ໂອກາດນີ້, ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ເນັ້ນໃຫ້ເຫັນເຖິງຄວາມສໍາຄັນຂອງການຮ່ວມມືກັນຂອງທຸກພາກສ່ວນ ລວມເຖິງຊຸມຊົນ ເພື່ອປົກປ້ອງສຸຂະພາບຂອງເດັກ.

“ການປົກປ້ອງສຸຂະພາບເດັກ ຮຽກຮ້ອງໃຫ້ມີການຮ່ວມມືຈາກທຸກຂະແໜງການ ແລະ ທຸກລະດັບຂອງສັງຄົມ, ຜ່ານເຄືອຂ່າຍຂອງ ສູນກາງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ, ຜູ້ນຳຊຸມຊົນ ສາມາດມີບົດບາດສໍາຄັນໃນການປຸກລະດົມຄອບຄົວ, ແກ້ໄຂຂໍ້ມູນທີ່ບໍ່ຖືກຕ້ອງ ແລະ ເສີມສ້າງຄວາມໝັ້ນໃຈໃນການບໍລິການສຸຂະພາບ ເພື່ອໃຫ້ເດັກທຸກໆຄົນໄດ້ຮັບວັກຊິນປ້ອງກັນຊີວິດ.”
ທ່ານ ນາງ ອາພອນ ວິຊາເທບ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວວ່າ: ການໃຫ້ວັກຊິນ ແມ່ນວິທີທາງໃນການປົກປ້ອງເດັກທີ່ມີປະສິດທິພາບທີ່ສຸດຈາກພະຍາດທີ່ອັນຕະລາຍຕໍ່ຊີວິດ, ກະຊວງສາທາລະນະສຸກ ໃຫ້ຄວາມສໍາຄັນຕໍ່ການສ້າງຄວາມເຂັ້ມແຂງດ້ານການບໍລິການສັກຢາວັກຊິນ ແລະ ເພື່ອຮັບປະກັນວ່າເດັກນ້ອຍທຸກໆຄົນໃນ ສປປ ລາວ, ລວມທັງໃນເຂດຫ່າງໄກສອກຫລີກ ໄດ້ຮັບວັກຊິນຊ່ວຍຊີວິດ.

