ໃນວັນທີ 18 ມີນາ 2026 ນີ້, ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ລາຊະອານາຈັກໄທ ພ້ອມດ້ວຍຄະນະ ໄດ້ສະເດັດຢ້ຽມຢາມ ສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍຊົ້ວ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ໃຫ້ກຽດຕ້ອນຮັບໂດຍ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນທີ່ກ່ຽວຂ້ອງຂອງທັງສອງຝ່າຍ.
ໃນໂອກາດດັ່ງກ່າວ, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ຂຶ້ນກ່າວລາຍງານໂດຍຫຍໍ້ ກ່ຽວກັບປະຫວັດຄວາມເປັນມາ ແລະ ຜົນສຳ ເລັດທີ່ພົ້ນເດັ່ນ ຂອງສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍຊົ້ວ ຊຶ່ງໄດ້ສ້າງຕັ້ງຂຶ້ນຢ່າງເປັນທາງການ ໃນວັນທີ 8 ເມສາ 1994 ໃນໂອກາດ ພະບາດສົມເດັດ ພຣະມະຫາພູມິພົນ ອະດຸນຍະເດດມະຫາຣາດ ບໍຣົມມະນາດບໍພິດ ສະເດັດມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ເປັນຄັ້ງທໍາອິດ. ຕະຫລອດໄລຍະ 32 ປີຜ່ານມາ, ສູນດັ່ງກ່າວ ເປັນສູນພັດທະນາກະສິກໍາຄົບວົງຈອນ ຊຶ່ງເປັນໂຄງການພະລາຊະດຳລິ ທີ່ໄດ້ຮັບຜົນສໍາເລັດຫລາຍດ້ານ ເຊັ່ນ: ການກໍ່ສ້າງອ່າງເກັບນໍ້າຫ້ວຍຊອນ ກໍຄື ໂຄງການພະລາດຊະດຳລິ ໄດ້ສ້າງພື້ນຖານໂຄງລ່າງອ່າງເກັບນໍ້າຫ້ວຍຊອນ ຊຶ່ງສາມາດເກັບນໍ້າໄດ້ປະມານ 2 ລ້ານກວ່າແມັດກ້ອນຕໍ່ປີ, ສາມາດສະໜອງນໍ້າໃຫ້ເນື້ອທີ່ການຜະລິດຂອງຊາວກະສິກອນ ພາຍໃນ 8 ບ້ານອ້ອມຂ້າງ ປະມານ 580 ເຮັກຕາຕໍ່ປີ; ວຽກງານການພັດທະນາທີ່ດິນ ໄດ້ມີການຈັດການດູແລປັບປຸງດິນໃນພື້ນທີ່ການຜະລິດ, ມີການປູກ ແລະ ຂະຫຍາຍເບ້ຍຫຍ້າແຝກເພື່ອປ້ອງກັນດິນເຈື່ອນ, ຜະລິດຝຸ່ນບົ່ມຊີວະພາບ, ນໍ້າໝັກສະໝຸນໄພຕ່າງໆ; ວຽກງານປູກຝັງ ໄດ້ຂະຫຍາຍແນວພັນເຂົ້າ, ແນວພັນໄມ້ໃຫ້ໝາກ, ເຫັດ ແລະ ພືດ-ຜັກຕ່າງໆ; ວຽກງານລ້ຽງສັດ ແລະ ການປະມົງ ໃນແຕ່ລະປີ, ສູນສາມາດຜະລິດລູກປາ, ລູກສັດນໍ້າ ແລະ ລູກສັດຕ່າງໆ ເພື່ອສະໜອງໃຫ້ແກ່ຊາວກະສິກອນໃນເຂດໂຄງການ, ບັນດາແຂວງຕ່າງໆ ແລະ ໄດ້ມີການຕອບຮັບຈາກສັງຄົມເປັນຢ່າງດີ; ວຽກງານການຊຸກຍູ້ສົ່ງເສີມຊາວກະສິກອນ ໄດ້ເອົາໃຈໃສ່ໃນການສ້າງຄອບຄົວຕົວແບບ ດ້ານການປູກຝັງ-ລ້ຽງສັດ ແລະ ດ້ານການຜະລິດກະສິກຳແບບປະສົມປະສານ ຊຶ່ງເຮັດໃຫ້ເຂົາເຈົ້າສາມາດສ້າງລາຍຮັບໃຫ້ແກ່ຄອບຄົວໄດ້ສູງສົມຄວນ; ວຽກງານພັດທະນາບຸກຄະລາກອນ ໄດ້ເອົາໃຈໃສ່ຈັດຝຶກອົບຮົມໄລຍະສັ້ນ-ໄລຍະຍາວ, ການສາທິດທົດລອງ, ການຖ່າຍທອດເຕັກນິກ-ເຕັກໂນໂລຊີທາງດ້ານວິຊາການຕ່າງໆ ພ້ອມທັງການຈັດທັດສະນະສຶກສາແລກປ່ຽນບົດຮຽນ ໃຫ້ແກ່ພະນັກງານປະຈໍາສູນ, ສະຖານີ, ນັກຮຽນ-ນັກສຶກສາ ແລະ ຊາວກະສິກອນ ໃນຂອບເຂດທົ່ວປະເທດໃນແຕ່ລະປີບໍ່ຫລຸດ 1.500 ກວ່າຄົນ. ນອກຈາກນີ້, ຍັງໄດ້ສົ່ງພະນັກງານວິຊາການຂອງສູນ ໄປຍົກລະດັບວິຊາສະເພາະໃນລະດັບຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ.

ຜົນສໍາເລັດຂອງໂຄງການຮ່ວມມືດັ່ງກ່າວ, ໄດ້ຢັ້ງຢືນໃຫ້ເຫັນໝາກຜົນຂອງການພົວພັນຮ່ວມມື ລາວ-ໄທ ຊຶ່ງແມ່ນ ປະທານ ໄກສອນ ພົມວິຫານ ແລະ ພະບາດສົມເດັດ ພຣະມະຫາພູມິພົນ ອະດຸນຍະເດດມະຫາຣາດ ບໍຣົມມະນາດບໍພິດ ໄດ້ຮ່ວມກັນວາງຮາກຖານອັນແໜ້ນໜາ ແລະ ມີວິໄສທັດອັນສະຫລາດສ່ອງໄສໃຫ້ການຊ່ວຍເຫລືອສ້າງຕັ້ງສູນທີ່ສຳຄັນແຫ່ງນີ້ຂຶ້ນມາ. ຕະຫລອດໄລຍະ 32 ປີ ແຫ່ງການຈັດຕັ້ງປະຕິບັດວຽກງານຂອງສູນ, ທຸກພາກສ່ວນທີ່ກ່ຽວຂ້ອງທັງຝ່າຍລາວ ແລະ ຝ່າຍໄທ ໄດ້ສຸມກໍາລັງແຮງ ແລະ ຮ່ວມຈິດຮ່ວມໃຈໃນການປະກອບສ່ວນດ້ານສະຕິປັນຍາ ແລະ ທຶນຮອນ ເຂົ້າໃນການພັດທະນາສູນແຫ່ງນີ້ ດ້ວຍໄມຕີຈິດມິດຕະພາບ ແລະ ຄວາມຮັບຜິດຊອບສູງ.
ສໍາລັບທິດທາງແຜນການພັດທະນາຂອງສູນໃນຕໍ່ໜ້າ ຈະສືບຕໍ່ສຸມໃສ່ພັດທະນາສູນແຫ່ງນີ້ໃຫ້ເປັນບ່ອນຮຽນຮູ້, ເປັນສູນຕົ້ນແບບທີ່ດີໃນການຜະລິດກະສິກໍາ ເພື່ອເປັນບ່ອນຖ່າຍທອດຄວາມຮູ້ທາງວິຊາການ ແລະ ເຕັກໂນໂລຊີທີ່ທັນສະໄໝ ໃຫ້ແກ່ຊາວກະສິກອນ, ກຸ່ມຜູ້ຜະລິດ, ນັກຮຽນຮູ້, ນັກສຶກສາ ແລະ ຜູ້ອື່ນໆ ໃນທົ່ວປະເທດ; ສືບຕໍ່ຊຸກຍູ້ສົ່ງເສີມການພົວພັນຮ່ວມມື ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຖານບ້ານໃກ້ເຮືອນຄຽງ ທີ່ມີມາແຕ່ດົນນານ ແລະ ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ສອງຊາດ ລາວ-ໄທ ໂດຍສະເພາະ ການພົວພັນຮ່ວມມືໃນດ້ານກະສິກໍາ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ເພື່ອໃຫ້ເປັນສັນຍາລັກແຫ່ງການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ລາວ-ໄທ.

ໃນໂອກາດແຫ່ງຄວາມເປັນສິລິມຸງຄຸນນີ້, ທ່ານ ລິນຄໍາ ດວງສະຫວັນ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ກໍຄື ສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍຊົ້ວ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງຍິ່ງ ຕໍ່ໂຄງການຊ່ວຍເຫລືອ ຊຶ່ງເປັນໂຄງການພະລາຊະດໍາລິ ທີ່ໄດ້ສ້າງປະໂຫຍດ ແລະ ບົດຮຽນອັນລໍ້າຄ່າ ໃນການພັດທະນາສູນແຫ່ງນີ້ ແລະ ຊ່ວຍປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໃຫ້ນັບມື້ນັບດີຂຶ້ນເທື່ອລະກ້າວ.
ຫລັງຈາກນັ້ນ, ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ລາຊະອານາຈັກໄທ ແລະ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ໄດ້ຢ້ຽມຊົມ ງານວາງສະແດງຜົນງານຂອງສູນ ແລະ ໂຄງການການກະເສດທິດສະດີແບບໃໝ່ ພ້ອມທັງໄດ້ຮ່ວມກັນປູກຕົ້ນໄມ້ ເພື່ອເປັນທີ່ລະນຶກໃຫ້ແກ່ສູນດັ່ງກ່າວອີກດ້ວຍ.

