ກອງປະຊຸມສະຫລຸບຖອດຖອນບົດຮຽນວຽກງານການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ(ສສຂ) ຊຸດທີ V ຈັດຂຶ້ນໃນວັນທີ 17 ມີນາ 2026 ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ປະທານຄະນະກຳມະການເລືອກຕັ້ງລະດັບຊາດ, ມີຄະນະກຳມະການເລືອກຕັ້ງລະດັບຊາດ, ຄະນະກຳມະການເລືອກຕັ້ງຂັ້ນແຂວງ, ນະຄອນຫລວງ, ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວວ່າ: ຄະນະກຳມະການເລືອກຕັ້ງລະດັບຊາດ ແລະ ອົງຄະນະພັກ, ອຳນາດການປົກຄອງ ແລະ ຄະນະກຳມະການເລືອກຕັ້ງຂັ້ນຕ່າງໆ ໄດ້ນໍາພາ-ຊີ້ນໍາ ຢ່າງໃກ້ຊິດ ຕໍ່ກັບການກະກຽມ ແລະ ດໍາເນີນການເລືອກຕັ້ງຄັ້ງນີ້ ຊຶ່ງໄດ້ສ້າງເງື່ອນໄຂສະດວກ ແລະ ຮັບປະກັນໃຫ້ແກ່ການເລືອກຕັ້ງດໍາເນີນໄປຢ່າງຖືກ ຕາມຫລັກການ ແລະ ຂັ້ນຕອນ ທີ່ໄດ້ກຳນົດໄວ້ໃນກົດໝາຍວ່າ ດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງ ຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ເຮັດໃຫ້ຜູ້ມີສິດເລືອກຕັ້ງໃນທົ່ວປະເທດ ມີຄວາມຕື່ນຕົວໄປໃຊ້ສິດຂອງຕົນຢ່າງຄົບຖ້ວນ ດ້ວຍບັນຍາກາດເບີກບານມ່ວນຊື່ນ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ແລະ ເຮັດໃຫ້ການເລືອກຕັ້ງຄັ້ງນີ້ ບັນລຸໄດ້ 4 ຄາດໝາຍໃຫຍ່ ຕາມມະຕິ ຂອງກົມການເມືອງສູນກາງພັກວາງອອກ. ຜົນສໍາເລັດດັ່ງກ່າວນັ້ນ ເປັນຂີດໝາຍອັນສໍາຄັນໃນການສືບຕໍ່ປັບປຸງບູລະນະລັດປະຊາທິປະໄຕປະຊາຊົນ ໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ ເຮັດໃຫ້ອໍານາດລັດຂອງພວກເຮົາ ກາຍເປັນລັດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ.

ໃນກອງປະຊຸມສະຫລຸບຖອດຖອນບົດຮຽນ ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດ ທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຄັ້ງນີ້, ພວກເຮົາໄດ້ພ້ອມກັນຮັບຟັງການລາຍງານ ກ່ຽວກັບການກະກຽມ ແລະ ດໍາເນີນການເລືອກຕັ້ງ, ການປະກອບຄໍາເຫັນຈາກ ຜູ້ຕາງໜ້າອະນຸກຳມະການຢູ່ສູງ ກາງ ແລະ ທ້ອງຖິ່ນ ຈໍານວນໜຶ່ງ ແລະ ມີການອະທິບາຍຊີ້ແຈງຕໍ່ຄວາມສົນໃຈ ຊຶ່ງມີເນື້ອໃນຄື: ຮັບຟັງການລາຍງານຂອງຄະນະກຳມະການເລືອກຕັ້ງລະດັບຊາດ ກ່ຽວກັບສະພາບການກະກຽມ ແລະ ດໍາເນີນການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນ ຂັ້ນແຂວງ ຊຸດທີ V; ຮັບຟັງການປະກອບຄໍາເຫັນຂອງບັນດາອະນຸກໍາມະການ ຂອງຄະນະກໍາມະການເລືອກຕັ້ງລະດັບຊາດ; ຮັບຟັງການປະກອບຄໍາເຫັນ ຂອງຄະນະກໍາມະການເລືອກຕັ້ງຂັ້ນແຂວງ ຈໍານວນ 8 ແຂວງຄື: ນະຄອນຫລວງວຽງຈັນ, ແຂວງຜົ້ງສາລີ, ໄຊຍະບູລີ, ແຂວງຫົວພັນ, ສະຫວັນນະເຂດ, ຈໍາປາສັກ, ເຊກອງ ແລະ ແຂວງໄຊສົມບູນ.
ທ່ານ ໄຊສົມພອນ ພົມວິຫານ ຍັງໄດ້ກ່າວອີກວ່າ: ບັນດາເນື້ອໃນທີ່ກອງປະຊຸມຂອງພວກເຮົາໄດ້ນໍາມາພິຈາລະນາໃນຄັ້ງນີ້ ແມ່ນມີຄວາມສໍາຄັນຫລາຍ. ສະນັ້ນ, ຈຶ່ງສະເໜີໃຫ້ຜູ້ແທນກອງປະຊຸມ ຈົ່ງໄດ້ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ ເຂົ້າໃນການຄົ້ນຄວ້າ ແລະ ປະກອບຄວາມເຫັນຢ່າງກົງໄປກົງມາ ເພື່ອຊອກໃຫ້ເຫັນດ້ານດີ, ຂໍ້ຄົງຄ້າງ ກໍຄືບັນ ດາສາເຫດທີ່ພາໃຫ້ມີດ້ານດີ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ພ້ອມທັງສະເໜີມາດຕະການ ແລະ ວິທີການແກ້ໄຂ ເພື່ອເປັນບົດຮຽນທີ່ດີໃຫ້ແກ່ການກະກຽມການເລືອກຕັ້ງໃນຊຸດຕໍ່ໄປ.

