ວິທະຍຸ ໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ປີນີ້ແມ່ນປີເລີ່ມຕົ້ນປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຈີນ 5 ປີຄັ້ງທີ 15, ຕົວເລກດັດຊະນີດ້ານເສດຖະກິດຕົ້ນຕໍ, ເປັນຕົ້ນແມ່ນອຸດສາຫະກຳ, ການອຸປະໂພກ ບໍລິໂພກ, ການລົງທຶນ, ການຄ້າຕໍ່ຕ່າງປະເທດ ແລະ ອື່ນໆໃນສອງເດືອນທຳອິດໄດ້ເຕີບໂຕດີຂຶ້ນຢ່າງຈະແຈ້ງ, ກຸນແຈສຳຄັນທີ່ເຮັດໃຫ້ເສດຖະກິດຂອງຈີນ ໄດ້ບັນລຸການເລີ່ມຕົ້ນທີ່ດີແມ່ນຫຍັງ? ກ່ອນອື່ນຕ້ອງເບິ່ງ ຄວາມໝັ້ນທ່ຽງຂອງພື້ນຖານ. ໃນສອງເດືອນທຳອິດຂອງປີນີ້, ມູນຄ່າເພີ່ມດ້ານອຸດສາຫະກຳທີ່ມີຂະໜາດເກີນກຳນົດໄດ້ເພີ່ມຂຶ້ນ 6,3% ຍອດມູນຄ່າຂາຍຍ່ອຍສິນຄ້າອຸປະໂພກ ບໍລິໂພກທາງສັງຄົມ ໄດ້ເພີ່ມຂຶ້ນ 2,8% ການບໍລິໂພກດ້ານການບໍລິການ ໄດ້ເພີ່ມຂຶ້ນ 5,6% ແລະ ອື່ນໆ. ຢູ່ເບື້ອງຫລັງຂອງຕົວເລກທີ່ໜັກແໜ້ນເຫລົ່ານີ້ແມ່ນກຳລັງແຮງທາງເສດຖະກິດຂອງຈີນ ມີພື້ນຖານໝັ້ນທ່ຽງ ແລະ ມີຕະຫລາດຂະໜາດໃຫຍ່.
ນັກວິເຄາະ ຊີ້ໃຫ້ເຫັນວ່າ: ແຜນແມ່ບົດແຫ່ງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດຈີນ 5 ປີ ຄັ້ງທີ 15 ໄດ້ເນັ້ນໜັກຕ້ອງຍຶດໝັ້ນການພັດທະນາດ້ວຍຄຸນນະພາບສູງ ແລະ ເລັ່ງລັດການສ້າງຄວາມເຂັ້ມແຂງໂດຍຕົນເອງ ດ້ານວິທະຍາສາດເຕັກໂນໂລຊີລະດັບສູງ, ຄວາມຕໍ່ເນື່ອງ ແລະ ຄວາມໝັ້ນທ່ຽງດ້ານນະໂຍບາຍເຫລົ່ານີ້ເຮັດໃຫ້ນັກລົງທຶນທົ່ວໂລກເບິ່ງເຫັນຄວາມສາມາດຄາດ ຄະເນທີ່ຈະແຈ້ງຈຶ່ງຍິນດີລົງທຶນດຳເນີນທຸລະກິດຢູ່ຈີນ ຢ່າງເລິກເຊິ່ງ. ພໍກ້າວເຂົ້າສູ່ຕົ້ນປີນີ້, ໄລຍະທີ 3 ຂອງໂຮງງານຢູ່ນະຄອນສາງຊູ ທີ່ບໍລິສັດຄາເຊີ (Karcher) ຂອງເຢຍລະມັນ ລົງທຶນມູນ ຄ່າ 30 ລ້ານຢວນ ໄດ້ກໍ່ສ້າງສຳເລັດ ແລະ ເລີ່ມຕົ້ນການຜະລິດເຊິ່ງເປັນການສະທ້ອນໃຫ້ເຫັນຄວາມໄວ້ວາງໃຈຂອງບໍລິສັດດັ່ງກ່າວທີ່ມີຕໍ່ຕະຫລາດຈີນ ອີກຄັ້ງໜຶ່ງ.

ນອກນີ້, ໃນສອງເດືອນທຳອິດຂອງປີນີ້, ມູນຄ່າເພີ່ມດ້ານອຸດສາຫະກຳການຜະລິດດ້ວຍເຕັກໂນໂລຊີລະດັບສູງ ໄດ້ເພີ່ມຂຶ້ນ 13,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025, ໄວກວ່າການເພີ່ມຂຶ້ນດ້ານອຸດສາຫະກຳທຳມະດາໜຶ່ງເທົ່າກວ່າ, ຜົນຜະລິດອຸປະກອນຕີພິມ 3 ມິຕິ ຫລື 3D ແລະ ຫຸ່ນຍົນດ້ານອຸດສາຫະກຳຕ່າງໄດ້ເພີ່ມຂຶ້ນ 54,1% ແລະ 31,1% ຕາມລຳດັບ. ຮູບແບບການເພີ່ມຂຶ້ນທີ່ຖືເອົານະວັດຕະກຳເປັນແກນກາງ, ບໍ່ພຽງແຕ່ໄດ້ຊຸກຍູ້ການຫັນປ່ຽນ ແລະ ຍົກລະດັບ ດ້ານໂຄງປະກອບຂອງເສດຖະກິດເທົ່ານັ້ນ, ຍັງໄດ້ສະໜອງກຳລັງຊ່ວຍເຫລືອ ແລະ ພື້ນທີ່ການຮ່ວມມືໃຫ້ແກ່ການຍົກລະດັບຂອງອຸດສາຫະກຳຂອງປະເທດຕ່າງໆໃນໂລກອີກດ້ວຍ.
ໃນຂະນະດຽວກັນ ຄວາມໝັ້ນໜຽວທົນທານທີ່ການຄ້າຕ່າງປະເທດຂອງຈີນ ສະແດງໃຫ້ເຫັນ ເຮັດໃຫ້ໂລກໄດ້ຮ່ວມຊົມໃຊ້ໂອກາດຈາກການເປີດກວ້າງ. ເຖິງວ່າລັດທິປົກປ້ອງດ້ານການຄ້າ ໄດ້ເງີຍຫົວຂຶ້ນຢ່າງບໍ່ຢຸດຢັ້ງ, ແຕ່ການນຳເຂົ້າ ແລະ ສົ່ງອອກສິນຄ້າຂອງຈີນ ໃນສອງເດືອນທຳອິດປີນີ້ຍັງຄົງສວນກະແສດ້ວຍການເຕີບໂຕ 18,3%. ສິ່ງນີ້ບໍ່ພຽງແຕ່ສະແດງໃຫ້ເຫັນວ່າ ຄວາມຕ້ອງການພາຍໃນປະເທດຈີນ ໄດ້ດີຂຶ້ນເທົ່ານັ້ນ, ຍິ່ງເປັນນິມິດໝາຍວ່າ ປະເທດຈີນ ໄດ້ມອບໂອ ກາດການຄ້າໃຫ້ແກ່ວິສາຫະກິດປະເທດຕ່າງໆດ້ວຍພື້ນທີ່ດ້ານຕະຫລາດທີ່ແທ້ຈິງ.
ໃນອະນາຄົດ, ຄຽງຄູ່ກັບການຈັດຕັ້ງປະຕິບັດວຽກງານຕ່າງໆທີ່ລະບຸໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຈີນ 5 ປີຄັ້ງທີ 15 ໃຫ້ເປັນຮູບປະທຳ, ການພັດທະນາດ້ວຍຄຸນນະພາບ ສູງຂອງຈີນ ຈະສ້າງຜົນປະໂຫຍດຫລາຍກວ່າເກົ່າໃຫ້ແກ່ໂລກ.

