Home ຂ່າວຕ່າງປະເທດ ຟີລິບປິນ ເລັ່ງນໍາເຂົ້ານໍ້າມັນຈາກ ຣັດເຊຍ

ຟີລິບປິນ ເລັ່ງນໍາເຂົ້ານໍ້າມັນຈາກ ຣັດເຊຍ

0

ສຳນັກຂ່າວ ອິນໂຟເຄວສ, ທ່ານ ຊາຣອນ ກາຣິນ ລັດຖະມົນຕີ ພະລັງງານ ຟີລິບປິນ ເປີດເຜີຍວ່າ: ລັດຖະບານ ພວມພິຈາລະນາ ຄວາມເປັນໄປໄດ້ ໃນການນໍາເຂົ້ານໍ້າມັນຈາກ ຣັດເຊຍ ເພື່ອກະຈາຍຄວາມສ່ຽງ ດ້ານ ຄວາມຕ້ອງການ ທ່າມກາງລາຄາ ພະລັງງານໂລກ ທີ່ປັບເພີ່ມສູງຂຶ້ນ.

ໂດຍບໍລິສັດແຫ່ງຊາດ ຟີລິບປິນ (PNOC) ໄດ້ຕິດຕໍ່ບໍລິສັດນໍ້າມັນຂອງ ຣັດເຊຍ ແຕ່ຍັງບໍ່ມີຂໍ້ສະຫລຸບ ກ່ຽວກັບ ປະລິມານ ຫລື ໄລຍະເວລາ ການຈັດສົ່ງ ໂດຍຂະນະນີ້ ພວມຢູ່ລະຫວ່າງ ລໍຖ້າການຕອບກັບຈາກຝ່າຍ ຣັດເຊຍ.

ນອກນີ້ ຟີລິບປິນ ຍັງເລັ່ງເຈລະຈາ ກັບຜູ້ສົ່ງອອກ ລາຍອື່ນໆເຊັ່ນ: ໄທ, ຍີ່ປຸ່ນ ແລະ ສິງກະໂປ ເພື່ອສົ່ງເສີມຄວາມໝັ້ນຄົງ ດ້ານພະລັງງານ ໃນໄລຍະທີ່ຕະຫລາດໂລກ ມີຄວາມປ່ຽນແປງສູງ.

ຂະນະດຽວກັນ ລັດຖະບານ ຢືນຢັນວ່າ ປະລິມານສຳຮອງ ນໍ້າມັນໃນປະເທດ ຍັງພຽງພໍ ຮອງຮັບການໃຊ້ງານໄດ້ເຖິງເດືອນເມສາ ຊຶ່ງຊ່ວຍຫລຸດແຮງກົດດັນ ດ້ານຄວາມຕ້ອງການ ໄລຍະສັ້ນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version